

ຄະນະສິລະປະ 100 ກວ່າຄົນ ນຳໂດຍ ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳນະຄອນຫຼວງ ວຽງຈັນ ທ່ານ ຄຳພັນ ພົນທອງສີ ຮອງປະທານສະມາຄົມສິລະປິນລາວ ໄດ້ເດີນທາງຮອດສູນພັກນັກກີລານະຄອນຫຼວງວຽງຈັນ ໂຮງຮຽນມັດທະຍົມສົມບູນສີບຸນເຮືອງ ເມືອງແປກ ແຂວງຊຽງຂວາງ ເປັນທີ່ຮຽບຮ້ອຍ ໃນຕອນຄ່ຳຂອງວັນທີ 19 ທັນວາ 2022.


ອອກຮັບຂະບວນຄັ້ງນີ້ແມ່ນ ທ່ານ ພູຄຳ ດວງພະຈັນ ອຳນວຍການລັດວິສາຫະກິດນ້ຳປະປາແຂວງຊຽງຂວາງ ອະນຸກຳມະການສະຖານທີ່ພັກ ແຂກ ແລະ ນັກກີລາ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນ ຫຼວງວຽງຈັນ ພ້ອມຄະນະ.
ໂອກາດດັ່ງກ່າວ ທ່ານ ພູຄຳ ດວງພະຈັນ ສະແດງຄວາມດີໃຈທີ່ໄດ້ຕາງໜ້າໃຫ້ການນຳແຂວງ ໄດ້ອອກຕ້ອນຮັບຄະນະສິລະປະໃນຄັ້ງນີ້ ເພື່ອຮ່ວມສະແດງໃນພິທີປິດງານມະຫະກຳກີລາແຫ່ງຊາດຄັ້ງທີ XI ຊຽວຂວາງເກມ.


ທ່ານ ສົມພອນ ສອນດາລາ ໄດ້ກ່າວວ່າ: ຂ້າພະເຈົ້າໃນນາມຫົວໜ້າຄະນະນຳນັກກີລານະຄອນຫຼວງວຽງຈັນ ເຂົ້າຮ່ວມງາມະຫະກຳກີລາຄັ້ງນີ້ ຂໍຂອບໃຈກັບຄະນະນັກສິລະປະທີ່ໄດ້ຍາດເວລາມາເຂົ້າຮ່ວມພິທີປິດງານມະຫະກຳກີລາແຫ່ງຊາດທີ່ແຂວງຊຽງຂວາງ ເພື່ອນຳເອົາທຸງເຈົ້າພາບໄປສູ່ນະຄອນຫຼວງວຽງຈັນ ເພື່ອສືບຕໍເປັນເຈົ້າພາບຄັ້ງທີ XII ໃນປີ 2025 ແລະ ຂ້າເຈົ້າເຊື່ອໝັ້ນວ່າການມາໃນເທື່ອນີ້ຂອງບັນດາສະຫາຍ ແມ່ນຈະເຮັດໃຫ້ການຮັບທຸງເຈົ້າພາບກັບສູ່ນະຄອນຫຼວງວຽງຈັນບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.