ເລຂາຄະນະບໍລິຫານງານພັກກະຊວງການເງິນໂອ້ລົມສະມາຊິກພັກ-ພະນັກງານ

ໃນວັນທີ 19 ທັນວາ 2022  ທີ່ກະຊວງການເງິນ ສະຫາຍ ບຸນໂຈມ ອຸບົນປະສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການເງິນໄດ້ໂອ້ລົມຕໍ່ສະມາຊິກພັກ-ພະນັກງານ ຄະນະພັກຮາກຖານຄັງເງິນແຫ່ງຊາດ ໜ່ວຍພັກຮາກຖານກົມຄຸ້ມຄອງໜີ້ສິນສາທາລະນະ ໜ່ວຍພັກຮາກຖານ ກົມການເງິນຕ່າງປະເທດ ແລະ ໜ່ວຍພັກຮາກຖານກົມນະໂຍບາຍການເງິນ.

ໂອກາດນີ້ ສະຫາຍ ບຸນໂຈມ ອຸບົນປະສີດ ໄດ້ເນັ້ນ-ທິດຊີ້ນໍາຕໍ່ຄະນະພັກຮາກຖານ ແລະ ສະມາຊິກພັກ-ພະນັກງານ ປີ 2022 ແມ່ນສືບຕໍ່ປະເຊີນກັບຫຼາຍດ້ານໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວ ການຜັນແປຂອງສະພາບການຂອງພາກພື້ນ ແລະ ສາກົນ ບັນຫາໄພເງິນເຟີ້ ລາຄາພະລັງງານມີຄວາມຜັນຜວນເຮັດໃຫ້ສົ່ງຜົນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ທັງໃຫ້ເຫັນໄດ້ບັນຫາຢ່າງພາວະວິໄສ ສາມາດວາງແຜນເພື່ອຮັບມືທີ່ດີກັບສະພາບການທີ່ເປັນສິ່ງທ້າທາຍໃນການປະຕິບັດແຜນໃນປີ 2022 ນີ້.

ແຕ່ເຖິງແນວໃດກໍຕາມພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານສູນກາງພັກ ຂອງສະພາແຫ່ງຊາດ ຂອງລັດຖະບານໄດ້ມີຄວາມຊ່ວຍໜູນສໍາຄັນແມ່ນການຕຸ້ມລຸມຄວາມສາມັກຄີໃນຮອບດ້ານ ສົ່ງເສີມຂະຫຍາຍນໍ້າໃຈຮັກຊາດ ຄວາມເສຍສະຫຼະ ການປະກອບສ່ວນຂອງສັງຄົມທຸກຊັ້ນຄົນເຮັດໃຫ້ສາມາດປະຄັບປະຄອງມາໄດ້ໃນການຄຸ້ມຄອງວຽກງານທາງດ້ານເສດຖະກິດ ພ້ອມນັ້ນ ຍັງໄດ້ເນັ້ນໃຫ້ບັນດາຄະນະພັກຮາກຖານ ແລະ ບັນດາສະມາຊິກພັກໃຫ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ຮັບປະກັນໄດ້ ແລະ ພ້ອມກັນປຶກສາຫາລືໃນບັນດາວຽກງານຕ່າງ ເພື່ອແກ້ໄຂສິ່ງທີ່ຍັງຄົງຄ້າງ ແລະ ເຫັນວ່າຍັງບໍ່ທັນໂລ່ງລ່ຽນ ສໍາລັບທິດທາງໃນການສ້າງແຜນ ໃນປີ 2023 ແມ່ນຕ້ອງຮັບປະກັນລາຍຮັບ-ລາຍຈ່າຍພາຍໃນປົກກະຕິ ແລະ ໃຫ້ມີສ່ວນທີ່ເຫຼືອໄວ້ເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທີ່ສະສົມ ແລະ ເພື່ອຮັບປະກັນບໍ່ໃຫ້ປະເທດຕົກເຂົ້າເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້ທັງສຸມໃສ່ວຽກງານຫັນເປັນທັນສະໄໝໃຫ້ເປັນຮູບປະທໍາຫຼາຍຂຶ້ນ.

ນອກນັ້ນ ຍັງໃຫ້ເຫັນໄດ້ບັນດາໜ້າວຽກຕ່າງໆທີ່ຈະໄດ້ພ້ອມກັນສຸມໃສ່ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າເປັນຕົ້ນ: ການເບີກຈ່າຍຂອງລາຍຮັບງົບປະມານແມ່ນຕ້ອງໄດ້ມີການກວດກາຄືນພາຍຫຼັງເບີກຈ່າຍຂອງບັນດາຂະແໜງການຢ່າງລະອຽດ ປັບປຸງບັນດາຂອດຂັ້ນຕ່າງໆໃນການເຮັດວຽກງານໂດຍໃຫ້ຫັນໄປນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນການຄວບຄຸມ ຫຼື ຄຸ້ມຄອງໃຫ້ຫຼາຍຂຶ້ນ ມີການປັບປຸງຄົ້ນຄວ້າບັນດານະໂຍບາຍຕ່າງໆໃຫ້ສອດຄ່ອງກັບສະພາບການໃນປັດດຈຸບັນ ມີການສະຫຼຸບຖອດຖອນບົດຮຽນຄືນໃໝ່ໃນການປະຕິບັດວຽກງານຂອງຄັງເງິນແຕ່ລະແຂວງໃຫ້ມີຄວາມເປັນເອກະພາບໂດຍສະເພາະການບໍລິຫານແຫຼ່ງເງິນ ການສະຫຼຸບລາຍງານຕ່າງໆຂອງຂະແໜງການກ່ຽວຂ້ອງໃຫ້ມີການປະສານງານຢ່າງກົມກຽວ.

ທັງນີ້ ກໍເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽງານຂອງຂະແໜງລາຍຈ່າຍ ແລະ ຂະ    ແໜງການປິ່ນອ້ອມໄດ້ມີຄວາມກຽມພ້ອມຊອກຫາກົນໄກວິທີການຕ່າງໆໃນການປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດ.

error: Content is protected !!