ສຸມໃສ່ກຽມສ້າງບ້ານຊຽງຄວນ ແລະ ບ້ານໜອງແຫ້ວເປັນບ້ານປ້ອງກັນຊາດເຂັ້ມແຂງ

   ກອງບັນຊາການທະຫານ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໄດ້ສົມທົບກັບອົງການປົກຄອງບ້ານຊຽງຄວນ ແລະ ບ້ານໜອງແຫວ ເມືອງດັ່ງກ່າວ ຈັດຕັ້ງພິທີເປີດຂະບວນການວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ວັນທີ 16 ທັນວາ 2022 ທີ່ວັດບ້ານຊຽງຄວນ ມີທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ທ່ານ ພັອ ບົວເງີນ ຫົງໄຂຄຳ ຫົວຫ້າຫ້ອງການເມືອງ ກອງບັນຊາການທະຫານ ນວ ພ້ອມດ້ວຍອົງການປົກຄອງບ້ານທັງສອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

     ທ່ານ ດວງຕາ ພົງສາ ນາຍບ້ານຊຽງຄວນ ຂຶ້ນລາຍງານສະພາບລວມໂດຍຫຍໍ້ ແລະ ການພັດທະນາໃນໄລຍະຜ່ານມາຂອງບ້ານ ພ້ອມທັງທິດທາງແຜນການໃນການຈັດຕັ້ງປະຕິບັດປະເມີນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃຫ້ຮູ້ວ່າ:ບ້ານຊຽງຄວນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1965 ແລະ ບ້ານໜອງແຫ້ວໄດ້ຮັບການສ້າງຕັ້ງຂື້ນໃນປີ  1820 ໂດຍມີຄະນະບ້ານ 5 ທ່ານ ເນື້ອທີ່ຂອງບ້ານຊຽງຄວນ  384.375 ຕາແມັດ ແບ່ງເປັນ 38 ໜ່ວຍ 527 ຫຼັງຄາ ມີ 496 ຄອບຄົວ ພົນລະເມືອງ 2.352 ຄົນ 1.206 ຄົນ ມີກຳລັງກອງຫຼອນທັງໝົດ 13 ຄົນ ປະຊາຊົນໄດ້ຂຶ້ນສຳມະໂນຄົວແລ້ວ 496 ຄອບຄົວ ແລະ ບ້ານໜອງແຫ້ວມີເນື້ອທີ່ທັງໝົດ 414 ເຮັກຕາ 1.130 ຕອນດິນ ແບ່ງເປັນ 57 ໜ່ວຍ ມີ 661 ຫຼັງຄາ 617 ຄອບຄົວ ພົມລະເມືອງ 3.345 ຄົນ ຍິງ 1.671 ຄົນ ມີກຳລັງກອງຫຼອນທັງໝົດ 21 ຄົນ ຂຶ້ນສຳມະໂນຄົວແລ້ວ 617 ຄອບຄົວ ຈາກນັ້ນທາງຄະນະພັກຄະນະນຳກອງບັນຊາການທະຫານເມືອງ ທີ່ຮັບຜິດຊອບວຽກງານດັ່ງກ່າວ ກໍ່ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງຫາດຊາຍຟອງ ເພື່ອເຫັນດີໃຫ້ຈັດຕັ້ງປະຕິບັດ ໂຄງການດຳເນີນວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ແນໃສ່ໃຫ້ສາມາດບັນລຸໄດ້ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍທິດທາງເປົ້າໝາຍ ແລະ ມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ບ້ານໃຫ້ຫົວໜ່ວຍພັດທະນາ ກໍ່ຄືຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເພື່ອເປັນການຍົກສູງເຮັດໃຫ້ວຽກງານດັ່ງກ່າວໄດ້ມີຄວາມໜາຍສຳຄັນກາຍເປັນໜ້າທີ່ຂອງປວງຊົນ ພ້ອມນັ້ນເພື່ອສ້າງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຢູ່ຮາກຖານບ້ານພ້ອມດຽວກັນນັ້ນກໍ່ຍັງໄດ້ຮັບຟັງການຜ່ານແຜນວຽກງານຈຸດສຸມຕ່າງໆໃຫ້ຊາບກ່ຽວກັບທິດທາງຄະນະນຳຂອງກົມກອງທະຫານເມືອງທີ່ຈະໄດ້ລົງຈັດຕັ້ງປະຕິບັດຢູ່ບ້ານຊຽງຄວນ ແລະ ບ້ານໜອງແຫ້ວ ຢູ່ນຳແຕ່ລະໜ່ວຍສິບຫຼັງຄາເຮືອນ ເພື່ອເຮັດໜ້າທີ່ນຳເອົາບັນດານິຕິກຳເອກະສານທີ່ຕິດພັນ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ ລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນແຕ່ລະຄອບຄົວໄດ້ຮັບຊາບຕື່ມ ໂດຍສະເພາະແນວທາງນະໂຍບາຍຂອງພັກທີ່ໃຫ້ຄວາມສຳຄັນຕໍ່ວຽກງານປ້ອງກັນຊາດ-ຄວາມສະຫງົບຕາມຊາຍແດນ ແລະ ບ້ານເຮືອນຂອງປະຊາຊົນ ເພື່ອຮັກສາຄວາມສະຖຽຍລະພາບ ແລະ ຄວາມໝັ້ນຄົງຂອງປະເທດກໍ່ຄືປະເທດລາວຄົນລາວເປັນເຈົ້າຂອງຕິດພັນກັບການກໍ່ສ້າງພະນັກງານຫຼັກແຫຼ່ງກັບທີ່ໃຫ້ມີທັກສະຄວາມເຂັ້ມແຂງສາມາດຮັບຮູ້ ແລະ ປະຕິບັດໜ້າທີ່ອື່ນ ໄດ້ຕາມການມອບໝາຍຂອງຂັ້ນເທິງ ເອົາໃຈໃສ່ເກັບກຳສະພາບ ເຫດການເຄື່ອນໄຫວຕ່າງໆຂອງກຳລັງພົນ ເພື່ອຕິດຕາມ ກວດກາ ບັນດາຈຸດຫຼໍ່ແຫຼມລີ້ຊ້ອນຂອງສັດຕູ ກຸ່ມຄົນບໍ່ດີທີ່ລະເມີດລະບຽບກະທຳຜິດກົດໝາຍ ມາສຶກສາອົບຮົມ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ ເປັນເຈົ້າການສະກັດກັ້ນແຊກແຊງການຕົວະຍົວະຫຼອກລວງ ແລະ ກຳຈັດໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ໃຫ້ຫຼຸດລົງ ແນໃສ່ເພື່ອສ້າງໃຫ້ເປັນແບບຢ່າງປະຕິບັດພັນທະປ້ອງກັນຊາດໃຫ້ຢູ່ໃນຄວາມສະຫງົບ ແລະ ຄວາມສາມັກຄີ ເພື່ອທີ່ຈະນຳໄປສູ່ການສ້າງສາພັດທະນາບ້ານເມືອງໃຫ້ມີຄວາມ ຮຸ່ງເຮື່ອງຈະເລີນ ແລະ ໜ້າຢູ່ໃນອານາຄົດ.

error: Content is protected !!