ໄຊເສດຖາຮັບມະຫາຊົນກ້າວໜ້າເຂົ້າເປັນອານຸຊົນ-ເຍົາວະຊົນ-ຊາວໜຸ່ມ

      ຄະນະບໍລິຫານງານຊາວໝຸ່ມປະຊາຊົນປະຕິວັດລາວ(ຊປປລ)ເມືອງໄຊເສດຖາໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນອານຸຊົນ ຮັບມະຫາຊົນກ້າວໜ້າ ແລະ ເລື່ອນອານຸຊົນຂຶ້ນເປັນສະມາຊິກເຍົາວະຊົນ ຮັບມະຫາຊົນກ້າວໜ້າ ແລະ ເລື່ອນສະມາຊິກເຍົາວະຊົນຂຶ້ນເປັນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ຈັດຂຶ້ນວັນທີ 17 ທັນວາ 2022 ທີ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີ ທ່ານ ເພັດສະໄໝ ນັດຜາສຸກ ຮອງເລຂາພັກເມືອງໄຊເສດຖາຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ທ່ານ ຫຸມແພງ ສີສົມບັດ ຮອງເລຂາຄະນະບໍລິຫານງານ ຊປປລ ນະຄອນຫຼວງວຽງຈັນ ທ່ານ ໄຊຍະເດດ ທາດາວົງ ຄະນະບໍລິຫານງານ ຊປປລເມືອງໄຊເສດຖາ ພ້ອມດ້ວຍ ກຳມະການພັກເມືອງ ຫົວໜ້າຫ້ອງການອ້ອມຂ້າງ ຄູ ອາຈານ ມະຫາຊົນກ້າວໜ້າ ສະມາຊິກຊາວໜຸ່ມ-ເຍົາວະຊົນ-ອະນຸຊົນ ເຂົ້າຮ່ວມ.

      ທ່ານ ໄຊຍະເດດ ທາດາວົງໄດ້ກ່າວວ່າ:ເພື່ອເປັນການປະຕິບັດຕາມທິດທາງແຜນການຂະຫຍາຍສະມາຊິກຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງຜູ້ແທນຊາວໜຸ່ມທົ່ວເມືອງໄຊເສດຖາໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນວັນຊາດທີ 2 ຄົບຮອບ 47 ປີ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີໃຫ້ເປັນຂະບວນຟົດຟື້ນ ດັ່ງນັ້ນ ຈຶ່ງໄດ້ຈັດພິທີດັ່ງກ່າວຂຶ້ນເພື່ອໃຫ້ສະຫາຍທີ່ກຳລັງຈະກ້າວເປັນສະມາຊິກໃໝ່ໄດ້ຍົກສູງສະຕິນໍ້າໃຈຮັກຊາດ ຮັກທ່ານຜູ້ນໍາ ແລະ ຮັກບ້ານເກີດເມືອງນອນ ກຽມພ້ອມເປັນກຳລັງແຮງໃຫ້ແກ່ພັກ ແລະ ເປັນຜູ້ສືບທອດທີ່ຈົ່ງຮັກພັກດີ ເປັນກະດູກສັນຫຼັງຂອງປະເທດຊາດ ຢ່າງແທ້ຈິງພ້ອມກັນນັ້ນກໍເປັນການຜັນຂະຫຍາຍ ແລະ ປັບປຸງການຈັດຕັ້ງຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບໃຫ້ດີຂຶ້ນເປັນກ້າວໆ ພ້ອມດຽວກັນກໍເປັນການຜັນຂະຫຍາຍ ແລະ ປັບປຸງການຈັດຕັ້ງຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບໃຫ້ດີຂຶ້ນເປັນກ້າວໆ ເຊິ່ງໃນພິທີຄັ້ງນີ້ໄດ້ຮັບເອົາມະຫາຊົນກ້າວໜ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 972 ສະຫາຍ ຍິງ 341 ສະຫາຍ ເຍົາວະຊົນ 834 ນ້ອງ ຍິງ 302 ນ້ອງ ອານຸຊົນ 799 ນ້ອງ ຍິງ 364 ນ້ອງ ທີ່ມາຈາກບັນດາໂຮງຮຽນທົ່ວເມືອງໄຊເສດຖາ .

error: Content is protected !!