ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກສະບັບປັບປຸງ

     ພາກບ່າຍການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸທີ IX ໃນວັນທີ 19 ທັນວາ 2022 ທີ່ຫໍສະພາແຫ່ງຊາດ ເປັນປະທານຂອງທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ເຊິ່ງໄດ້ຮັບຟັງການສະເໜີກ່ຽວກັບກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ສະບັບປັບປຸງ ຈາກນັ້ນບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ.

    ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ສະເໜີກົດ ໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ສະບັບປັບປຸງກົດໝາຍດັ່ງກ່າວປະກອບມີ 12 ພາກ 5 ໝວດ 75 ມາດຕາ ໃນນີ້ຕັດອອກ 22 ມາດຕາ ປັບປຸງເນື້ອໃນ 25 ມາດຕາ ເພີ່ມໃໝ່ 39 ມາດຕາ ຮັກສາເນື້ອໃນໄວ້ 12 ມາດຕາ ທັງນີ້ກໍ່ເພື່ອເຄື່ອງມືໃນການຊຸກຍູ້ໃຫ້ການຄຸ້ມຄອງລັດດ້ານວຽກງານທຸລະກຳທາງໂອເລັກໂຕຣນິກໃຫ້ມີປະສິດທິພາບ ສອດຄ່ອງກັບສະພາຍຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະປັດຈຸບັນ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

    ພາຍຫຼັງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວຄາດວ່າຈະສາມາດເປັນກົນໄກການຄຸ້ມຄອງການດຳເນີນທຸລະກິດເປັນຕົ້ນການອະນຸຍາດດຳເນີນທຸລະ ເປັນພື້ນຖານສຳຄັນໃຫ້ຂະແໜງເຕັກໂນໂລຊີ ແລະ ກຫານສື່ສານ ຂະແໜງກ່ຽວຂ້ອງຕ່າງໆເຂົ້າໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ເຮັດທຸລະກຳເອເລັກໂຕຣນິກ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຊຸກຍູ້ ສົ່ງເສີມການລົງທຶນຂອງຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ.

error: Content is protected !!