ເລັ່ງພັດທະນາ ນວ ສູ່ດິຈິຕອນເປັນໃຈກາງຂອງການເຊື່ອມຈອດ-ເຊື່ອມໂຍງຂອງພາກພື້ນ

     ກອງປະຊຸມຫົວຂໍ້“ເລັ່ງພັດທະນານະຄອນຫຼວງວຽງຈັນ (ນວ) ສູ່ດິຈິຕອນ ເປັນໃຈກາງຂອງການເຊື່ອມຈອດ-ເຊື່ອມໂຍງຂອງພາກພື້ນ” ຈັດຂຶ້ນວັນທີ 19-20 ທັນວາ 2022 ທີ່ຫ້ອງວ່າການ ນວ ເປັນປະທານຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີການນໍາຈາກບັນດາກະຊວງ-ອົງການ ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ ພ້ອມດ້ວຍບັນດາການນໍາຈາກບັນດາແຂວງ ນະຄອນຫຼວງວຽງຈັນນັກວິທະຍາສາດ ແລະ ພາກທຸລະກິດເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອເປັນການແລກປ່ຽນຄວາມຄິດ ຄໍາເຫັນ ການຖອດຖອນບົດຮຽນເຊິ່ງກັນ ແລະ ກັນຂອງບັນດານັກວິທະຍາສາດ ນັກທຸລະກິດທີ່ຢູ່ແຖວໜ້າຂອງປະເທດ ແລະ ບັນດາກະຊວງ-ອົງການຂັ້ນສູນກາງ ການນຳຂອງບັນດາແຂວງທີ່ເປັນໃຈກາງການເຊື່ອມຈອດ-ເຊື່ອມໂຍງເສດຖະກິດ ແລະ ພາກສ່ວນຕ່າງໆ ເພື່ອປະກອບສ່ວນຄົ້ນຄວ້າຊອກຫາທາງອອກໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາເວົ້າລວມ ເວົ້າສະເພາະການເລັ່ງລັດພັດທະນາທ້ອງຖິ່ນສູ່ດິຈິຕອນ ເປັນໃຈກາງຂອງການເຊື່ອມຈອດ-ເຊື່ອມໂຍງຂອງພາກພື້ນສາກົນ ພ້ອມນັ້ນຖືເປັນການເປີດກ້ວາງຮັບເອົາກົນໄກ ວິທີການ ແບບແຜນການດຳເນີນງານໃຫ້ເຫັນໄດ້ບັນຫາຕົວຈິງ ມີລັກສະນະວິທະຍາສາດ ຊອກຫາວິທີການແກ້ໄຂ ເພື່ອເປັນການປະກອບສ່ວນອັນສຳຄັນ ແລະ ຖອດຖອນບົດຮຽນໃນການຂັບເຄື່ອນການພັດທະນາປະເທດເຮົາໄປສູ່ເສດຖະກິດ 4.0 ຫັນເປັນດີຈີຕອນໃຫ້ປະກົດຜົນເປັນຈິງຢ່າງເປັນຮູບປະທຳໂດຍໄວ ກໍຄືການສ້າງພື້ນຖານໃຫ້ ນວ ເດີນຕາມໂຄຈອນຂອງຕົວເມືອງອັດສະລິຍະກາຍເປັນຕົວເມືອງໜ້າຢູ່ຍືນຍົງ ແລະ ພັດທະນາສູ່ຄວາມສີວິໄລໃນອານະຄົດ.

     ທ່ານ ອາດສະພັງທອງ ສີພັນດອນ:ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກໄດ້ມີທິດຊີ້ນໍາກ່ຽວກັບການຫັນເປັນດິຈິຕອນເຂົ້າໃນການພັດທະນາໂດຍໃຫ້ນໍາໃຊ້ຜົນສໍາເລັດທາງວິທະຍາສາດ ແລະ ນະວັດຕະກໍາໃໝ່ເຂົ້າໃນການບໍລິຫານ-ຄຸ້ມຄອງລັດ ໃນນີ້ ກົມການເມືອງສູນກາງພັກໄດ້ອອກມະຕິວ່າດ້ວຍການພັດທະນາ ນວ ໃນໄລຍະໃໝ່ ໂດຍໄດ້ກໍານົດທັດສະນະຂອງການພັດທະນາດ້ວຍການສ້າງ ນວ ໃຫ້ເປັນຫົວໜ່ວຍຍຸດທະສາດໜຶ່ງທີ່ເຂັ້ມແຂງຂອງປະເທດ ເປັນສູນກາງທາງດ້ານການເມືອງ ຄວາມໝັ້ນຄົງ ເສດຖະກິດວັດທະນະທຳ-ສັງຄົມ ຄວາມອັດສະລິຍະ ວິທະຍາສາດ-ເຕັກໂນໂລຊີ ແລະ ການເຊື່ອມໂຍງກັບພາກພື້ນ-ສາກົນ ແລະ ກໍານົດທິດທາງພັດທະນາໃຫ້ເປັນນະຄອນອັດສະລິຍະ ໂດຍນຳໃຊ້ ITC ແລະ ເຄື່ອງມືທັນສະໄໝ ເຂົ້າໃນການພັດທະນາຂະແໜງການວິຊາຊີບຕ່າງໆບົນພື້ນຖານວິທະຍາສາດເຕັກໂນໂລຊີໃໝ່ ໂດຍສະເພາະ ຂົງເຂດການຄຸ້ມຄອງບໍລິຫານລັດ ການຄ້າ ການເງິນ ການທ່ອງທ່ຽວ ການຂົນສົ່ງ ການຄຸ້ມຄອງຕົວເມືອງ ການສຶກສາ ການສ້າງຊັບພະຍາກອນມະນຸດ ການຄຸ້ມຄອງທີ່ດິນ ແລະ ອື່ນໆ ເພື່ອຜັນຂະຫຍາຍທິດຊີ້ນໍາຂອງສູນກາງພັກ ແລະ ອົງຄະນະພັກ ນວ ໄດ້ຜັນຂະຫຍາຍມາເປັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາເສດຖະກິດ ໂດຍແນໃສ່ການຫັນເປັນທັນສະໄໝ ຫຼື ນໍາໃຊ້ດິຈິຕອນ ເຂົ້າໃນການຄຸ້ມຄອງບໍລິຫານໃນ 7 ຂົງເຂດຄື: ການບໍລິຫານລັດ ການເກັບລາຍຮັບ ການຄຸ້ມຄອງທີ່ດິນ ການຂົນສົ່ງ ການທ່ອງທ່ຽວ ການຄ້າ ການຜະລິດ ແລະ ບຸກຄະລາກອນ ຜ່ານການຈັດຕັ້ງປະຕິບັດ ເຫັນວ່າສາມາດນໍາໃຊ້ລະບົບການຄຸ້ມຄອງ ແລະ ໂປຼແກຼມຕ່າງໆ ເພື່ອສ້າງຖານຂໍ້ມູນ ແລະ ການຄຸ້ມຄອງໄດ້ເປັນພື້ນຖານເປັນຕົ້ນ ໄດ້ນໍາໃຊ້ໂປຼແກຼມເພື່ອບໍລິຫານເອກະສານພາຍໃນສໍານັກງານອົງການປົກຄອງ ແລະ ບັນດາພະແນກການຈໍານວນໜຶ່ງ ໄດ້ນໍາໃຊ້ລະບົບຈີແຊັດ (G-Chat) ເຂົ້າໃນການສ້າງຕັ້ງກຸ່ມປະສານງານຂອງຄະນະພັກ ອົງການປົກຄອງ ໄດ້ເກັບລາຍຮັບ ແລະ ຊໍາລະສະສາງ ຜ່ານລະບົບອອນລາຍ ປັດຈຸບັນກໍາລັງຫັນການຄຸ້ມຄອງທີ່ດິນໄປສູ່ດິຈິຕອນ ໂດຍກໍາລັງຢູ່ໃນຂັ້ນຕອນສ້າງຖ້ານຂໍ້ມູນທີ່ດິນຈາກລະບົບອານາລັອກໄປສູ່ລະບົບດິຈິຕອນ ດ້ານການຄ້າໄດ້ມີການຊື້-ຂາຍ ແລະ ຊໍາລະຄ່າສິນຄ້າຜ່ານແອບພີເຄເຊິນຕ່າງໆ ມີການຜະລິດບາງແຫ່ງໄດ້ນໍາໃຊ້ໂປຼແກຼມເພື່ອຄຸ້ມຄອງ ແລະ ກວດກາການຜະລິດຂອງຕົນ ເຊິ່ງຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ສໍາລັບການຫັນເປັນດິຈິຕອນ ໃນການບໍລິຫານຄຸ້ມຄອງ ໃນຖານະເປັນສູນກາງໃນເຊື່ອມຈອດ-ເຊື່ອມໂຍງນີ້ ຍັງມີບັນຫາຫຍຸ້ງຍາກຢູ່ບາງບັນຫາເຊັ່ນ: ຂາດບຸກຄະລາກອນຜູ້ທີ່ຈະມາຄົ້ນຄວ້າ ແລະ ສ້າງແອບພີເຄເຊິນໃໝ່ໆທີ່ສະດວກຂຶ້ນ ຂາດວັດຖຸອຸປະກອນທີ່ທັນສະໄໝ (ຍ້ອນງົບປະມານ ຈໍາກັດ) ຍັງບໍ່ທັນມີຖານຂໍ້ມູນທີ່ເປັນເອກະພາບ ແລະ ບໍ່ທັນເຊື່ອມໂຍງກັນ ພາກລັດ ແລະ ພາກທຸລະກິດຍັງບໍ່ທັນມີການສົ່ງເສີມລະຫວ່າງກັນ ແລະ ອື່ນໆ.

error: Content is protected !!