ເປີດຊຸດເຝິກອົບຮົມການປະດິດແຕ່ງບົດປະພັນວັນນະຄະດີ ປະຈຳປີ 2022.

   ພິທີເປີດຊຸດເຝິກອົບຮົມການປະດິດແຕ່ງບົດປະພັນວັນນະຄະດີ ປະຈຳປີ 2022 ຈັດຂຶ້ນວັນທີ 19 ທັນວາ 2022 ທີ່ກົມວັນນະຄະດີ ແລະ ພິມຈຳໝ່າຍ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ(ຖວທ) ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະ ຄະດີ ແລະ ພິມຈຳໝ່າຍ ມີຫົວໜ້າກົມ ຫ້ອງການ ສະຖາບັນ ແລະ ນັກສຳມະນາກອນ 35 ທ່ານ ຍິງ 19 ທ່ານ ແລະ ພຣະສົງ 5 ອົງເຂົ້າຮ່ວມ.

    ທ່ານ ທອງເດືອນ ທຳມະວົງ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈຳໝ່າຍ ກ່າວວ່າ:ການເຝິກ ອົບຮົມການປະດິດແຕ່ງບົດປະພັນວັນນະຄະດີ ແມ່ນການເຄື່ອນໄຫວດ້ານວັດທະນະທຳການຂີດຂຽນສຳລັບໄວໜຸ່ມນັກຮຽນ ນັກສຶກສາ ພະນັກງານ ທະຫານ ຕຳຫຼວດ ພໍ່ຄ້າຊາວຂາຍ ກຳມະກອນ ຕະຫຼອດຮອດປະຊາຊົນຊາວຜູ້ອອກແຮງງານບັນດາເຜົ່າ ແລະ ຊາວຕ່າງດ້າວ ຜູ້ທີ່ຄວາມມັກຮັກ ແລະ ມີຄວາມສົນໃຈກ່ຽວກັບວັນນະຄະດີລາວ ພາຍໃຕ້ການຊີ້ນໍາ-ນໍາພາຂອງກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງ ຖວທ.

    ການເປີດຊຸດເຝິກອົບຮົມນີ້ ພວກເຮົາຈະເປີດປີລະຄັ້ງແນໃສ່ໃນເວລານັກຮຽນພັກໂຮງຮຽນ ໂດຍຈະປະກາດຮັບສະໝັກເອົາຜູ້ທີ່ສົນໃຈເຂົ້າຮ່ວມເຝິກອົບຮົມຈາກສັງຄົມທົ່ວໄປ ແຕ່ສະເພາະການເຝິກອົບຮົມ ປະຈໍາປີ 2022 ແມ່ນມີລັກສະນະແຕກຕ່າງຈາກຫຼາຍປີທີ່ຜ່ານມາ ເພາະໄດ້ຈັດໃສ່ວັນທຳມະດາ ແຕ່ວັນຈັນຫາວັນສຸກ ເປົ້າໝາຍຕົ້ນຕໍແມ່ນຢາກເຝິກໃຫ້ບັນດາພະນັກງານຈາກສຳນັກພິມຕ່າງໆ ແລະ ຜູ້ເຮັດວຽກກັບການຂີດຂຽນ ບົດປະພັນ ທາງພາກລັດ ແລະ ເອກະຊົນ ເຊິ່ງວິຊາທີ່ນຳມາເຝິກອົບຮົມຄັ້ງນີ້ ປະກອບມີ ການແຕ່ງເລື່ອງສັ້ນ ການແຕ່ງກາບກອນ ແລະ ການແຕ່ງນະວະນິຍາຍ ວິທະຍາກອນທີ່ມາສິດສອນໃຫ້ຄວາມຮູ້ ແມ່ນເຊີນເອົາຜູ້ມີຄວາມຮູ້ ຄວາມສາມາດ ມີປະສົບການດ້ານຕ່າງໆ ຈາກຫຼາຍພາກສ່ວນ ແລະ ສ່ວນໃຫຍ່ກໍແມ່ນໄດ້ຮັບການຊ່ວຍເຫຼືອຈາກສະມາຄົມນັກປະພັນລາວ ໂດຍເນັ້ນການເຝິກແອບປະຕິບັດ ຕົວຈິງເປັນສ່ວນໃຫຍ່.

error: Content is protected !!