ສາທາສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່

    ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ໃນປີ 2017 ໃນໄລຍະຜ່ານມາໄດ້ມີການປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຫັນວ່າຍັງມີຫຼາຍເນື້ອໃນບໍ່ທັນແທດເໝາະກັບສະພາບຕົວຈິງ ແລະ ເງື່ອນໄຂຂອງການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແລະ ຍັງມີຫຼາຍບັນຫາທີ່ເກີດຂຶ້ນໃນຕົວຈິງ ແຕ່ບໍ່ໄດ້ຖືກກຳນົດເຂົ້າໃນກົດໝາຍສະບັບນີ້ ດັ່ງນັ້ນຈຶ່ງຈຳເປັນຕ້ອງມີການປັບປຸງຄືນໃໝ່.

    ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ທັນວາ ນີ້ ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ.

    ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນຂອງການປັບປຸງກົດໝາຍ ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ເຂົ້າໃນວຽກງານກັນ ແລະ ຄວບຄຸມພະຍາດຕໍ່ໃນໄລຍະຜ່ານມາ ໂດຍສະເພາະການປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວເຫັນວ່າຍັງມີຫຼາຍເນື້ອໃນບໍ່ທັນແທດເໝາະກັບສະພາບຕົວຈິງ ແລະ ບໍ່ສອດຄ່ອງກັບເງື່ອນໄຂຂອງການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ຍັງມີບາງເນື້ອໃນທີ່ບໍ່ທັນລະ ອຽດ ຈະແຈ້ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດຕົວຈິງ ແລະ ຍັງມີຫຼາຍບັນຫາທີ່ເກີດຂຶ້ນຕົວຈິງທີ່ບໍ່ໄດ້ກໍານົດໃນກົດໝາຍສະບັບນີ້ ເປັນຕົ້ນມາດຕະການທາງດ້ານສັງຄົມ ການຮັກສາໄລຍະຫ່າງ ການລາຍງານ ການຈໍາກັດບໍລິເວນ ການກໍານົດເຂດການລະບາດ ການກຳນົດກ່ຽວກັບມາດຕະການຕໍ່ຜູ້ທີ່ລະເມີດກົດໝາຍຍັງບໍ່ທັນລະອຽດ ແລະ ຮັດກຸມ ເຊິ່ງພາໃຫ້ມີຜູ້ທີ່ເຈດຕະນາແຜ່ເຊື້ອພະຍາດຕິດຕໍ່ໃຫ້ບຸກຄົນອື່ນ ປິດບັງຂໍ້ມູນກ່ຽວກັບການເກີດພະຍາດຕິດຕໍ່ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ບໍ່ເຂົ້າ ຫຼື ລັກໜີຈາກສູນຈຳກັດບໍລິເວນ ການລັກລອບເຂົ້າເມືອງແບບຜິດກົດໝາຍ ການໂຮມຊຸມນຸມ ແລະ ອື່ນໆ ຈົນກາຍເປັນບັນຫາທີ່ພົ້ນເດັ່ນໃນສັງຄົມ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາແນໃສ່ເຮັດໃຫ້ວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ຄ່ອງຕົວ ມີປະສິດທິພາບ ປະສິດທິຜົນ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ.

    ດ້ານໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ສະບັບນໍາໃຊ້ໃນປັດຈຸບັນປະກອບມີ 10 ພາກ 7 ໝວດ 83 ມາດຕາ ຂະນະທີ່ຮ່າງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ສະບັບປັບປຸງມີທັງໝົດ 10 ພາກ 7 ໝວດ 76 ມາດຕາ ໃນນີ້ ໄດ້ເພີ່ມໃໝ່ 1 ພາກ ຕັດອອກ 1 ພາກ ໄດ້ປັບປຸງ 36 ມາດຕາ ເພີ່ມເຂົ້າໃໝ່ 6 ມາດຕາ ໄດ້ຕັດອອກ 11 ມາດຕາ ແລະ ຮັກສາເດີມ 34 ມາດຕາ.

    ທ່ານກ່າວຕື່ມອີກວ່າ: ພາຍຫຼັງກົດໝາຍສະບັບປັບປຸງນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວຄາດວ່າຈະມີຜົນໄດ້ຮັບດັ່ງນີ້: 1 ສາມາດສະກັດກັ້ນການເກີດລະບາດຂອງພະຍາດຕິດຕໍ່, ຫຼຸດຜ່ອນການເຈັບເປັນ ແລະ ການເສຍຊີວິດຂອງຄົນ 2 ເຮັດໃຫ້ວຽກງານການກັນ ແລະ ຄຸມພະຍາດຕິດຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ຄ່ອງຕົວ ມີປະສິດທິພາບ ແລະ ປະສິດທິຜົນນັບແຕ່ສູນກາງລົງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ ຊຸມຊົນມີຄວາມເຊື່ອໝັ້ນເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນຕໍ່ວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່ 3 ເປັນການຍົກລະດັບຄວາມສາມາດໃນການກັນ ແລະ ຄວບຄຸມພະຍາດຕິດຕໍ່ຂອງ ສປປ ລາວ ໃຫ້ທັນສະໄໝເທື່ອລະກ້າວເພື່ອເປັນສິ່ງຢັ້ງຢືນຕໍ່ການປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກປີ 2005 ຂອງ ສປປ ລາວ ໃຫ້ປະກົດຜົນເປັນຈິງ.

error: Content is protected !!