ແຂ່ງຂັນນະວັດຕະກໍາໃໝ່ຂອງໄວໜຸ່ມພາຍໃຕ້ຫົວຂໍ້ “ຂ້ອຍຮ່າງກາຍຂອງຂ້ອຍ ໂລກຂອງຂ້ອຍ ອະນາຄົດຂອງຂ້ອຍ”

      ອົງການ UNFPA ຮ່ວມກັບຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ Global Shapers ໄດ້ເຕົ້າໂຮມກຸ່ມນັກປະດິດສ້າງໄວໜຸ່ມໄຟແຮງໃນ ສປປ ລາວ ເພື່ອນຳສະເໜີນະວັດຕະກໍາ ແນວຄວາມຄິດທີ່ສ້າງຜົນກະທົບທາງບວກ ແລະ ສາມາດປະຕິບັດໄດ້ຈິງ ພ້ອມທັງວິທີແກ້ໄຂແບບມີວິຊາການ ເພື່ອແກ້ໄຂສິ່ງທ້າທາຍຕົ້ນຕໍທີ່ເຍົາວະຊົນ ແລະ ໄວຫນຸ່ມໃນ ສປປ ລາວພວມປະເຊີນໜ້າໃນປັດຈຸບັນ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ມີທ່ານນາງ Mariam A. Khan ຜູ້ຕາງໜ້າອົງການ UNFPA ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ Mariam A. Khan ກ່າວວ່າ ໄວໜຸ່ມລາວທຸກວັນນີ້ແມ່ນສ່ວນໜຶ່ງຂອງປະຊາກອນໃນໄວເຮັດວຽກເຊິ່ງເປັນກຸ່ມປະຊາກອນທີ່ໃຫຍ່ທີ່ສຸດໃນ ສປປ ລາວ ໄວໜຸ່ມເຊັ່ນທ່ານມີບົດບາດສໍາຄັນໃນການຊອກຫາວິທີແກ້ໄຂທີ່ມີຫົວຄິດປະດິດສ້າງເພື່ອແກ້ໄຂສິ່ງທ້າທາຍດ້ານສຸຂະພາບ ສະຫວັດດີການ ແລະ ສິ່ງແວດລ້ອມ ເຊິ່ງການແຂ່ງຂັນນະວັດຕະກໍາໃໝ່ຂອງໄວໜຸ່ມເພື່ອກໍານົດສົ່ງເສີມບົດບາດ ແລະ ສຽງຂອງໄວໜຸ່ມໃນການຄົ້ນຫາທາງແກ້ໄຂສໍາລັບລະບົບນິເວດຂອງເຂົາເຈົ້າ ກິດຈະກໍາດັ່ງກ່າວແມ່ນສອດຄ່ອງກັບການຈັດຕັ້ງປະຕິບັດຍຸດທະສາດການພັດທະນາເຍົາວະຊົນ ແລະ ໄວໜຸ່ມລາວ 2021-2030 ແລະ ລະບົບນິເວດນາງນ້ອຍ.

     ໃນງານແຂ່ງຂັນດັ່ງກ່າວ ທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີຄະນະສຶກສາສາດ ມຊ ກ່າວວ່າ: ການແຂ່ງຂັນນະວັດຕະກຳໃໝ່ຂອງໄວໜຸ່ມໄດ້ສະໜອງໂອກາດ ເວທີ ແລະ ການໃຫ້ຄຳປຶກສາໃຫ້ແກ່ໄວໜຸ່ມເພື່ອໃຫ້ເຂົາເຈົ້າສາມາດສະແດງອອກແນວຄວາມຄິດສ້າງສັນພ້ອມທັງໄດ້ຮັບຄໍາແນະນຳເພື່ອປັບປຸງ ແລະ ຕໍ່ຍອດແນວຄວາມຄິດດັ່ງກ່າວໃຫ້ດີຂຶ້ນຕື່ມອີກ ຫຼັງຈາກໄດ້ຄັດເລືອກທີມຜູ້ຊະນະ ມຊ ອົງການ UNFPA ສູນກາງຊາວໜຸ່ມລາວ ແລະ Global Shapers ຈະຊ່ວຍຜູ້ຊະນະໃນການສ້າງເຄືອຂ່າຍກັບພາກສ່ວນກ່ຽວຂ້ອງທີ່ມາຈາກຂະແໜງການທີ່ຕິດພັນກັບຫົວຂໍ້ຂອງເຂົາເຈົ້າເຊັ່ນ ການສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງເຍົາວະຊົນ ແລະ ໄວໜຸ່ມໂດຍແນໃສ່ການປ້ອງກັນການຖືພາກ່ອນໄວ ແລະ ການຖືພາທີ່ບໍ່ໄດ້ຕັ້ງໃຈ ການສົ່ງເສີມສຸຂະພາບຈິດຂອງເຍົາວະຊົນ ແລະ ໄວໜຸ່ມ  ການແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ໃນລະຫວ່າງການແຂ່ງຂັນມີທີມຊ່ຽວຊານເປັນຜູ້ໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອເພື່ອປັບປຸງແນວຄວາມຄິດຂອງທີມຜູ້ເຂົ້າແຂ່ງຂັນໃຫ້ດີຂຶ້ນ ຫຼັງຈາກນັ້ນທີມຜູ້ເຂົ້າແຂ່ງຂັນກໍໄດ້ສະເໜີ ແນວຄວາມຄິດ ແລະ ວິທີແກ້ໄຂຕໍ່ໜ້າຄະນະກໍາມະການຕັດສິນ ທັງນີ້ກໍເພື່ອແນໃສ່ກະຕຸກຊຸກຍູ້ໃຫ້ໄວໜຸ່ມໄດ້ເຄື່ອນໄຫວເພື່ອປະກອບສ່ວນຕໍ່ເປົ້າໝາຍການພັດທະນາແບບຍືນຍົງ ສົ່ງເສີມສາຍພົວພັນລະຫວ່າງການຕັດສິນໃຈຂອງໄວໜຸ່ມ ແລະ ການເປັນຢູ່ທີ່ດີຂອງເຂົາເຈົ້າ ການປົກປ້ອງຜືນໂລກ ແລະ ໂດຍສະເພາະແມ່ນຜົນກະທົບຂອງການຕັດສິນໃຈຂອງເຂົາເຈົ້າຕໍ່ອະນາຄົດຂອງເຂົາເຈົ້າເອງ ຫຼື ເວົ້າອີກຢ່າງໜຶ່ງວ່າອະນາຄົດທີ່ຈະເລີນຮຸ່ງເຮືອງຂອງເດັກຍິງ ແລະ ເດັກຊາຍແມ່ນຕິດພັນກັບສິ່ງທີ່ເຂົາເຈົ້າເຮັດເພື່ອປົກປ້ອງສຸຂະພາບ ການເປັນຢູ່ທີ່ດີ ສິ່ງແວດລ້ອມ ແລະ ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ.

Onh

error: Content is protected !!