ພະນັກງານແພດໝໍໂຮງໝໍເຊດຖາທິຣາດໄດ້ຮັບໃບອະນຸຍາດເຄື່ອນໄຫວປິ່ນປົວ

    ພິທີມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ທ່ານໝໍ ທັນຕະແພດ ພະຍາບານ ແລະ ຜະດຸງ ຄັນ ທີ່ເຄື່ອນໄຫວວຽກງານປິ່ນປົວຢູ່ໂຮງໝໍເຊດຖາທິຣາດ ກະຊວງສາທາລະນະສຸກ ຈັດຂຶ້ນວັນທີ 16 ທັນ ວາ 2022 ທີ່ໂຮງໝໍດັ່ງກ່າວ ໂດຍມີທ່ານ ດຣ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ ທ່ານ ດຣ ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ຫວັງນະຄອນ ດິດຕະພົງ ຜູ້ອໍານວຍການໂຮງໝໍເຊດຖາທິຣາດ ພ້ອມດ້ວຍທ່ານ Kenichi Kobayashi ເອກອັກຄະລະສະຖູດຍີ່ປຸ່ນ ປະຈໍາລາວ ຜູ້ຕາງໜ້າອົງການ ໄຈກາ ປະຈໍາລາວ ຕາງໜ້າອົງການອະນາໄມໂລກປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເເຂົ້າຮ່ວມພິທີມອບ-ຮັບ ດັ່ງກ່າວ ທັງຢູ່ຫ້ອງປະຊຸມ ແລະ ຜ່ານອອນລາຍ

    ການມອບໃບອຸນະຍາດຄັ້ງນີ້ເປັນການຢັ້ງຢຶນ ແລະ ອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວຂອງທ່ານໝໍ ທັນຕະແພດ ພະຍາບານ ແລະ ຜະດຸງຄັນ ທີ່ເຄື່ອນໄຫວວຽກງານປິ່ນປົວຢູ່ໂຮງໝໍເຊດຖາທິຣາດ ເພື່ອເໜັ້ນເຖິງຄວາມສຳຄັນຂອງການອະນຸຍາດ ເປັນການແນະນໍາຄູ່ມືເອກະສານ ທີ່ສໍາຄັນໃນວຽກງານສຸຂະພາບກໍຄື ຈັນຍາບັນ ຂອບເຂດ ແລະ ມາດຕະຖານການປະຕິບັດງານດ້ານວິຊາຊີບປິ່ນປົວ ແນໃສ່ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ມາຮັບບໍລິການ ແລະ ຜູ້ໃຫ້ການບໍລິການສຸຂະພາບ ໃນການປະກອບວິຊາຊີບປິ່ນປົວ ທັງຮັບປະກັນໄດ້ຄໍາຂວັນ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກວາງອອກ ໃຫ້ປະກົດຜົນເປັນຈິງ ເຊິ່ງມີຜູ້ປະກອບວິຊາຊີບປິ່ນປົວທີ່ເປັນທ່ານໝໍ ທັນຕະແພດ ພະຍາບານ ແລະ ຜະດຸງຄັນ ໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວຄັ້ງນີ້ ຈຳນວນ 282 ທ່ານ ໃນນັ້ນມີທ່ານໝໍ ຊັ້ນປະລິນຍາຕຼີຂຶ້ນໄປ 129 ທ່ານ ທັນຕະແພດຊັ້ນປະລິນຍາຕຼີຂຶ້ນໄປ 22 ທ່ານ ພະຍາບານຊັ້ນສູງຂຶ້ນໄປ 108 ທ່ານ ແລະ ຜະດຸງຄັນຊັ້ນສູງຂຶ້ນໄປ 23 ທ່ານ.

    ເມື່ອຜູ້ໄດ້ຮັບໃບອະນຸຍາດດັ່ງກ່າວນີ້ ຈະໄດ້ເຄື່ອນໄຫວວຽກງານປິ່ນປົວໃຫ້ຖືກຕ້ອງຕາມລະບຽບກົດ ໝາຍ ແລະ ຜູ້ປະກອບວິຊາຊີບປິ່ນປົວຕ້ອງໄດ້ສືບຕໍ່ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ປະສົບການປິ່ນປົວຂອງຕົນ ສະສົມຄະແນນ ແລະ ຜົນງານດ້ານການປິ່ນປົວ ຕາມຂະບວນການພັດທະນາວິຊາຊີບປິ່ນປົວຢ່າງຕໍ່ເນື່ອງ ທີ່ສະພາຄຸ້ມຄອງວິຊາຊີບປິ່ນປົວກຳນົດໄວ້.

error: Content is protected !!