ທີມນັກກີລາໝາກເສິກ ນະຄອນຫຼວງວຽງຈັນ (ນວ) ສູ້ຢ່າງເຕັມທີ ຍາດມາໄດ້ 2 ຫຼຽນຄຳ ບັນລຸຕາມເປົ້າໝາຍ ຮ່າງອັນດັບ 1-2 ຂອງຕາຕະລາ 1 ຫຼຽນຄຳ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ 2022.

ແຂວງອຸດົມໄຊ ຄວາດ 3 ຫຼຽນຄຳ 2 ຫຼຽນເງິນ ຄອງເຈົ້າຫຼຽນຄຳ ກິລາໝາກເສີກ ຊຽງຂວາງ ເກມ ແຂວງອຸດົມໄຊ ກວາດ 3 ຫຼຽນຄຳ ແລະ 2 ຫຼຽນເງິນ ລວມ 5 ຫຼຽນ ຄອງເຈົ້າຫຼຽນຄຳປິດສາກການແຂ່ງຂັນກິລາໝາກເສິກ ງານມະຫາກຳກິລາແຫ່ງ ຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ 2022 ຂະນະທີ່ແຂວງບໍລິຄຳໄຊ ຍາດໄດ້ 3 ຫຼຽນຄຳ ແລະ 1 ຫຼຽນທອງ ລວມ 4 ຫຼຽນ ໄດ້ອັນດັບທີ 2 ແລະ ອັນດັບທີ 3 ເປັນຂອງ ນະຄອນຫຼວງວຽງຈັນ ຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງີນ ແລະ 3 ຫຼຽນທອງ ລວມ 7 ຫຼຽນ.
ການແຂ່ງຂັນກີລາໝາກເສິກ ດັ່ງກ່າວ ຈັດຂຶ້ນ ລະຫວ່າງວັນທີ 7 -12 ທັນວາ 2022 ທີ່ສູນກີລາ ໂຮງຮຽນພອນສະຫວັນ ເມືອງແປກ ແຂວງຊຽງຂວາງ ມີນັກກີລາເຂົ້າຮ່ວມຈາກ 7 ພາກສວ່ນ ປະກອບມີ: ແຂວງຫຼວງພະບາງ ແຂວງຊຽງຂວາງ ເຈົ້າພາບ ແຂວງຈຳປາສັກ ແຂວງແອຸດົມໄຊ ຂວງບໍລິຄຳໄຊ ແຂວງອັດຕະປື ແລະ ນະຄອນຫຼວງວຽງຈັນ ມີການຊີງໄຊທັງໝົດ 9 ຫຼຽນຄຳ ໃນນັ້ນປະເພດຊາຍມີ 4 ລາຍການ ປະເພດຍີງ 4 ລາຍການ ແລະ ປະສົມ 1 ລາຍການ ກໍຄື ລາຍການແຂ່ງຂັນ ຣາປິດ ດ່ຽວ ຍິງ-ຊາຍ 25 ນາທີ ລາຍການແຂ່ງຂັນບລິຕສ (Blitz) 5 ນາທີ ທີມຍີງ-ຊາຍ 4 ຄົນ ລາຍການ ບລິຕສ ທຣານຊ ເຟີແຈັສ ທີມປະສົມຍິງ-ຊາຍ ລາຍການບລິຕສ 3 ນາທີ ດ່ຽວ ທີມຍີງ-ຊາຍ ແລະ ລາຍການບລິຕສ 10 ນາທີທີມຊາຍ ຮ່ວມຊິງໄຊ 9 ຫຼຽນຄຳ 9 ຫຼຽນເງິນ ແລະ 9 ຫຼຽນທອງ ລວມ 27 ຫຼຽນ.


ຜ່ານການແຂ່ງຂັນຕະຫຼອດໄລຍະ 6 ວັນ ປະກົດວ່າ ແຂວງອຸດົມໄຊ ສາມາດກວາດໄດ້ 3 ຫຼຽນຄຳ 2 ຫຼຽນເງິນ ລວມ 5 ຫຼຽນ ຄອງເຈົ້າຫຼຽນຄຳ ອັນດັບທີ 2 ແຂວງບໍລິຄຳໄຊ 3 ຫຼຽນຄຳ 1 ຫຼຽນທອງ ລວມ 4 ຫຼຽນ ອັນດັບທີ 3 ນະຄອນຫຼວງວຽງຈັນ 2 ຫຼຽນຄຳ 2 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 7 ຫຼຽນ ອັນດັບທີ 4 ແຂວງຊຽງຂວາງ 1 ຫຼຽນຄຳ 2 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 4 ຫຼຽນອັນດັບທີ 5 ແຂວງຫຼວງພະບາງ 1 ຫຼຽນເງິນ 2 ຫຼຽນເງິນ ລວມ 3 ຫຼຽ ອັນດັບທີ 6 ແຂວງຈຳປາສັກ 1 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 3 ຫຼຽນ ແລະ ອັນດັບທີ 7 ແຂວງອັດຕະປື 1 ຫຼຽນເງິນ.

ນາງ ສິນລະຄອນ ສີຫາວົງ ຕາງໜ້ານັກກີລາໝາກເສິກ ໃຫ້ສຳພາດວ່າ: ສຳລັບຜົນງານທີ່ພວກນ້ອງຍາດມາໄດ້ແມ່ນມີຄວາມພາກພູມໃຈ ເນື່ອງຈາກວ່ານັກກີລາຈາກແຂວງອື່ນເຂົາເຈົ້າກໍມີຄວາມສາມາດເຊັ່ນດັນ ແລະ ພວກເຮົາກໍພະຍາຍາມສູ້ຊົນຍາດຜົນງານໃຫ້ດີທີ່ສຸດ ສຳລັບໂຕນ້ອງເອງແມ່ນໄດ້ 1 ຫຼຽນຄຳ 1 ຫຼຽນເງິນ 1 ຫຼຽນທອງ ຖືວ່າມີຄວາມພາກພູມໃຈ ແລະ ເພິ່ງພໍມໃຈຫຼາຍ.