ທີມນັກກີລາມວຍສາກົນ ນະຄອນຫຼວງວຽງຈັນ ຍາດໄດ້ພຽງ 1 ຫຼຽນເງິນ 1 ຫຼຽນທອງ ໃນງານມະຫະກຳກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022 ຈັດຢູ່ໃນອັນດັບ 8 ຂອງຕາຕະລາງ ຂະນະທີ່ເຈົ້າຫຼຽນຄຳໃນກີລາປະເພດນີ້ເປັນຂອງ ກະຊວງກປ້ອງກັນປະເທດ.

ການແຂ່ງຂັນໃນງານດັ່ງກ່າວຈັດຂຶ້ນລະຫວ່າງວັນທີ 8-12 ທັນວາ 2022 ໂດຍມີນັກກີລາຈາກ ກະຊວງປ້ອງກັນປະເທດ ກະຊວງປ້ອງກັນຄວາມສິຫງົບ ສາລະວັນ ຄຳມ່ວນ ຫຼວງພະບາງ ສະຫວັນນະເຂດ ນະຄອນຫຼວງວຽງຈັນ ບໍລິຄຳໄຊ ບໍ່ແກ້ວ ແລະ ເຈົ້າພາບ ຊຽງຂວາງ ເຊິ່ງຊີງໄຊທັງໝົດ 10 ຫຼຽນຄຳ 10 ຫຼຽນເງິນ 15 ຫຼຽນທອງ.
ສຳລັບຜົນການແຂ່ງຂັນ ຂອງນັກກີລານະຄອນຫຼວງວຽງຈັນ ແມ່ນສາມາດຍາດໄດ້ພຽງ 1 ຫຼຽນເງິນ 1 ຫຼຽນທອງ ເປັນຜົນງານຂອງ ປານີ ບຸນມີໄຊ ຮຸ່ນນ້ຳໜັກ 60 ກີໂລ ຍິງ ແລະ ໂຊລ້ຽງ ສຸວັນນະພັກດີ ຮຸ່ນນ້ຳໜັກ 51 ກີໂລ ຊາຍ.

ສະຫຼຸບຫຼຽນການແຂ່ງຂັນມວນສາກົນ ອັບດັບ 1 ເປັນຂອງກະຊວງກ້ອງກັນປະເທດ 4 ຫຼຽນຄຳ 1 ຫຼຽນທອງ ອັນດັບ 2 ສາລະວັນ 2 ຫຼຽນຄຳ 4 ຫຼຽນເງິນ ອັນດັບ 3 ຄຳມ່ວນ 2 ຫຼຽນຄຳ 1 ຫຼຽນເງິນ 2 ຫຼຽນທອງ ອັນດັບ 4 ຊຽງຂວາງ 1 ຫຼຽນເງິນ 1 ຫຼຽນເງິນ 5 ຫຼຽນທອງ ອັນດັບ 5 ກະຊວງປ້ອງກັນຄວາມສະຫງົບ 1 ຫຼຽນຄຳ 1 ຫຼຽນທອງ ອັນດັບ 6 ຫຼວງພະບສງ 2 ຫຼຽນເງິນ 1 ຫຼຽນທອງ ອັນດັບ 7 ສະຫວັນນະເຂດ 1 ຫຼຽນເງິນ 2 ຫຼຽນທອງ ອັນດັບ 8 ນະຄອນຫຼວງວຽງຈັນ 1 ຫຼຽນເງິນ 1 ຫຼຽນທອງ ແລະ ອັນດັບ 9 ບໍລິຄຳໄຊ ແລະ ບໍ່ແກ້ວ ໄດ້ 1 ຫຼຽນທອງ.