
ທີມເຕະບານຊາຍ ນະຄອນຫຼວງວຽງຈັນ ເຮັດໄດ້ດັ່ງໃຈກອງເຊຍ ສາມາດເອົາຊະນະ ຄຳມ່ວນ ຜ່ານເຂົ້າຮອບຮອງຊະນະເລີດ ພົບກັບ ເຈົ້າພາບ ໃນງານມະຫະກຳກີລາແຫ່ງຊາດຄັ້ງທີ XI ຊຽງຊວາງເກມ 2022.

ການແຂ່ງຂັນກີລາບານເຕະຊາຍ ຮອບ 8 ທີມສຸດທ້າຍ ຈັດຂຶ້ນໃນຕອນບ່າຍວັນທີ 17 ທັນວານີ້ ໃນນີ້ 2 ຄູ່ແຂ່ງຂັນກັນຢູ່ ສະໜາມກິລາໄຫຫີນ ເມືອງແປກ ແຂວງຊຽງຂວາງ ຄູ່ທີ 1 ເປັນການລົງສະໜາມຂອງ ນະຄອນຫລວງວຽງຈັນ ພົບກັບ ແຂວງຄໍາມ່ວນ ຜົນການແຂ່ງຂັນ ເປັນຝ່າຍນະຄອນຫຼວງວຽງຈັນ ເຊະນະໄປ 2-0 ປະຕູ ຄູ່ທີ 2 ລົງສະໜາມພົບກັນລະຫວ່າງ ເຈົ້າພາບຊຽງຂວາງ ພົບກັບ ແຂວງສາລະວັນ ກໍ້ປັນຝ່າຍເຈົ້າພາບທີ່ເອົາຊະນະໄປ 1-0.
ສ່ວນອີກ 2 ຄູ່ ແມ່ນລົງແຂ່ງຂັນ ທີ່ສະໜາມກີລາໄຊຊະນະ ແຂວງວຽງຈັນ ຊະນະ ແຂວງຈໍາປາສັກ ດ້ວຍການຍິງລູກໂທດ 5-4 ພາຍຫຼັງ 90 ນາທີ ສະເໝີກັນ 1-1 ສ່ວນອີກ 1 ຄູ່ ແຂວງເຊກອງ ຊະນະ ແຂວງ ຫົວພັນ 2-1.
ສໍາລັບບານເຕະຊາຍ ຮອບຮອງຊະນະເລີດໃນຊຽງຂວາງ ເກມ 2022 ຈະແຂ່ງຂັນກັນໃນວັນທີ 19 ທັນວານີ້ ທີ່ສະຫຼາມກີລາໄຫຫີນ ແຂວງວຽງຈັນ ຈະພົບ ແຂວງເຊກອງ ໃນເວລາ 13:00 ໂມງ ແລະ ນະຄອນ ຫຼວງວຽງຈັນ ພົບແຂວງຊຽງຂວາງ ເຈົ້າພາບ ເວລາ 15:15 ໂມງ.