
ການແຂ່ງຂັນກີລາຍິງປືນ ໃນງານກີລາແຫ່ງຊາດຕັ້ງທີ XI ຊຽງຂວາງເກມ 2022 ທີມນັກກີລານະຄອນ ຫຼວງວຽງຈັນ ຍາດໄດ້ 6 ຫຼຽນຄຳ ຢືນຢູ່ອັນດັບ 3 ຂະນະທີ່ ອັນດັບ 1 ເປັນຂອງທີມນັກກີລາຈາກ ກະ ຊວງປ້ອງກັນປະເທດ (ປກຊ).
ການແຂ່ງຍິງປືນໃນງານກີລາແຫ່ງຊາດ ແມ່ນໄດ້ເລີ່ມແຂ່ງຂັນແຕ່ເດືອນພະຈິກ ເຊິ່ງແບ່ງເປັນ 3 ໄລຍະ ຄື ໄລຍະທີ 1 ແຕ່ວັນທີ 14-20 ພະຈິກ ແຂ່ງຂັນຢູ່ນະຄອນຫຼວງວຽງຈັນ ໄລຍະທີ 2 ແມ່ນ 25-28 ພະຈິກ ແຂ່ງຂັນຢູ່ນະຄອນຫຼວງວຽງຈັນເຊັ່ນກັນ ແລະ ໄລຍະທີ 3 ແຂ່ງຂັນຢູ່ແຂວງຊຽງຂວາງ ໃນວັນທີ 14-16 ທັນວາ.

ສ່ວນນັກກີລາເຂົ້າຮ່ວມການແຂ່ງຂັນມາຈາກ ກະຊວງປ້ອງກັນປະເທດ ປະຊວງປ້ອງກັນຄວາມສະຫງົບ (ປກສ) ນະຄອນ ຫຼວງວຽງຈັນ ຫຼວງພະບາງ ຜົ້ງສາລີ ຄຳມ່ວນ ຫົວພັນ ສະຫວັນນະເຂດ ແລະ ເຈົ້າພາບ ຊຽງຂວາງ ເຊິ່ງການແຂ່ງຂັນຊີງໄຊກັນທັງໝົດ 34 ຫຼຽນຄຳ 34 ຫຼຽນເງິນ 68 ຫຼຽນທອງ.
ສ່ວນຜົນການແຂ່ງຂັນປະກົດວ່າ ນັກກີລາຍິງປຶນຈາກນະຄອນຫຼວງວຽງຈັນສາມາດຍາດມາໄດ້ 6 ຫຼຽນຄຳ 2 ຫຼຽນເງິນ ແລະ 17 ຫຼຽນທອງ ຈັດຢູ່ໃນອັນດັບ 3 ຂອງຕາຕະລາງ ສໍາລັບຫຼຽນຄຳ ລາຍການ 15 ແມັດ ບຸກຄົນ-ຍິງ ແລະ ທີມ-ຍິງ 25 ບຸກຄົນ-ຍິງ ແລະ ທີມ-ຍິງ ປືນຍາວເລື່ອນເປົ້າເລື່ອນ 10 ແມັດ ບຸກຄົນ-ຍິງ ແລະ ປືນຍາວເລື່ອນເປົ້າເລື່ອນ 10 ແມັດ ບຸກຄົນ-ຊາຍ.



ສ່ວນອັນດັບ 1 ເປັນຂອງ ປກຊ ມີ 11 ຫຼຽນຄຳ 14 ຫຼຽນເງິນ 12 ຫຼຽນທອງ ອັນດັບ 2 ປກສ 11 ຫຼຽນທອງ 11 ຫຼຽນເງິນ 14 ຫຼຽນທອງ ສ່ວນອັນດັບ 4 ແມ່ນ ຊຽງຂວາງ 2 ຫຼຽນຄຳ 1 ຫຼຽນເງິນ 7 ຫຼຽນທອງ ອັນດັບ 5 ແມ່ນ ຫຼວງພະບາງ 1 ຫຼຽນຄຳ 2 ຫຼຽນເງິນ 8 ຫຼຽນທອງ ອັນດັບ 6 ຄຳມ່ວນ 1 ຫຼຽນຄຳ 2 ຫຼຽນເງິນ 6 ຫຼຽນທອງ ອັບດັບ 7 ຜົ້ງສາລີ ແລະ ຫົວພັນ 1 ຫຼຽນຄຳ 1 ຫຼຽນເງິນ 1 ຫຼຽນທອງ ເທົ່າກັນ ແລະ ອັນດັບ 8 ສະຫວັນນະເຂດ ໄດ້ 2 ຫຼຽນທອງ.
ສຳລັບພິທີປິດການແຂ່ງຂັນຈັດຂຶ້ນວັນທີ 16 ທັນວາ 2022 ທີ່ພະແນກແຜນການ-ການລົງທຶນ ແຂວງຊຽງຂວາງ ໂດຍການເຂົ້າຮ່ວມຂອງພາກສ່ວນກ່ຽວຂ້ອງ.