
ງານກີລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ ເປັນງານມະຫະກຳໜຶ່ງທີ່ໄດ້ເອົາໃຈໃສ່ເພື່ອເຮັດໃຫ້ງານດັ່ງກ່າວປອດຄວັນຢາສູບ ໂດຍຈະມີການປັບໄໝຕາມມາດຕະການທີ່ກຳນົດໄວ້ ຂະນະທີ່ຍັງມີຄົນລັກລອບສູບຢາຕາມຈຸດຕ່າງໆ.

ທ່ານ ບຸນທັນ ວັນທະລີວົງ ວິຊາການສື່ສານເພື່ອສຸຂະພາບ-ສຸຂະສຶກສາ ພະແນກສາທາລະນະສຸກແຂວງຊຽງຂວາງ ຜູ້ປະສານງານວຽກງານປອດຄວັນຢາສູບຂັ້ນແຂວງ ໃຫ້ສຳພາດວ່າ: ໃນໄລຍະການກະກຽມເປັນເຈົ້າພາບງານກີລາແຫ່ງຊາດຄັ້ງນີ້ ກໍໄດ້ມີການປະຊຸມປຶກສາຫາລືວຽກງານຄວບຄຸມຢາສູບຢູ່ຂັ້ນແຂວງ ພ້ອມນັ້ນກໍໄດ້ອົບຮົມໃຫ້ບັນດາທຸລະກິດບໍລິການ ເຮືອນພັກ ໂຮງແຮມ ຮ້ານອາຫານ ຮ້ານກິນດື່ມ ຮ້ານບັນເທີງ ສະຖາບັນການສຶກສາ ແລະ ອົບຮົມໃຫ້ເຈົ້າໜ້າທີ່ຜູ້ທີ່ຈະມາຮັບຜິດໜ້າທີ່ພາຍໃນງານ ເພື່ອບໍ່ໃຫ້ມີການລະເມີດ ເຊິ່ງຈະມີການປັບໄໝເປັນເງິນສູງສຸດ 400.000 ກີບ ຄຽງຄູ່ກັນນັ້ນກໍໄດ້ປຸກລະດົມພໍ່ແມ່ປະຊາຊົນຜ່ານຊ່ອງທາງສື່ຕ່າງໆ ກ່ຽວກັບການຫ້າມສູບຢາໃນສະຖານທີ່ຕ້ອງຫ້າມ ເຜີຍແຜ່ຜົນຮ້າຍຂອງຢາສູບ.

ສຳລັບພາຍໃນງານກິດຈະກຳຫຼັກກໍແມ່ນໄດ້ເປັນສ່ວນໜຶ່ງຂອງຂະບານກ້ອນກຳລັງໃນພິທີເປີດ-ປິດ ໂດຍມີອາສາສະໜັກປະກອບສ່ວນເຂົ້າໃນກ້ອນກຳລັງຈຳນວນ 100 ຄົນ ຖືປ້າຍໃນການສົ່ງເສີມບໍ່ບໍ່ໃຫ້ຄົນສູບຢາ ໂດຍສະເພາະແມ່ນປ້າຍ ຍິນດີຕ້ອນຮັບສູ່ການແຂງຂັນກີລາແຫ່ງຊາດຄັ້ງທີ XI ປອດຄວັນຢາສູບ ແລະ ຍັງມີ Mascot ສົ່ງເສີມປອດຄັວນຢາສູບຄື ທ້າວ ກະທິ ກັບ ນາງ ນ້ຳຫວານ ເຊິ່ງໄດ້ການເປັນສີສັນໃນພິທີເປິດງານໄປແລ້ວ ແລະ ໃນພິທີປິດກໍຈະໄດ້ເຂົ້າຮ່ວມຄືເກົ່າ.

ນອກຈາກນັ້ນ ກໍຍັງມີກິດຈະກໍາປິ່ນອ້ອມກໍຄືການຕັ້ງເຕັ້ນໂຄສະນາກ່ຽວກັບຜົນຮ້າຍຂອງຢາສູບ ຫ້າມສູບຢາໃນບໍລິເວນຕິດປ້າຍຫ້າມສູບ ຫ້າມນຳຢາສູບເຂົ້າໄປໃນສະໜາມກີລາໄຫຫີນ ທັງຢາສູບທົ່ວໄປ ແລະ ຢາສູບໄຟຟ້າ ໂດຍໄດ້ສົມທົບກັບເຈົ້າໜ້າທີ່ ທີ່ປະຈຳຢູ່ຈຸດເຂົ້າງານ ເຊິ່ງຜ່ານມາກໍເຫັນເຈົ້າໜ້າທີ່ໄດ້ຢືດເອົາຢາສູບ ແລະ ອຸປະກອນຢາສູບໄຟຟ້າມາໃຫ້ທາງ ພວກເຮົາ.

ສ່ວນສະໜາມແຂ່ງຂັນທົ່ວໄປກໍໄດ້ຕັ້ງຈຸດໂຄສະນາ ແລະ ແຈກຢາຍສະຕິກເກີຫ້າມສູບຢາ ພ້ອມນັ້ນກໍສືບຕໍ່ຕິດປ້າຍຫ້າມສູບຢາຕາມຈູດຕ່າງໆ ເພື່ອເຮັດໃຫ້ຜູ້ມາຊົມກີລາພາຍໃນງານເຫັນໄດ້ຢ່າງຈະແຈ້ງ.
ຜ່ານການຈັດຕັ້ງປະຕິບັດນັບແຕ່ມື້ເປີດງານເປັນທາງການ ເຫັນໄດ້ວ່າຍັງມີຄົນລັກລອບສູບຢາໃນຫ້ອງນ້ຳ ສູບຢາໃກ້ອາຄານ ສະໜາມແຂ່ງຂັນ ຊຸມຊົນ…

ຢ່າງໃດກໍຕາມພວກເຮົາກໍຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຕິດຕາມກວດກາ ຫາກພົບເຫັນກໍຈະມີການປັບໄໝຕາມມາດຕະການທີ່ທາງພາກສ່ວນກ່ຽວຂ້ອງກໍນົດໄວ້ ເພື່ອເຮັດໃຫ້ງານກີລາແຫ່ງຊາດຄັ້ງນີ້ປອດຄວັນຢາສູບ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້.