ນວ ຜ່ານເຂົ້າຮອບ 8 ທີມ ເຕະບານຊາຍ ໃນຊຽງຂວາງເກມ

ທີມນັກກີລາບານເຕະຊາຍ ນະຄອນຫຼວງວຽງຈັນ ຜ່ານເຂົ້າຮອບ 8 ທີມ ຫຼັງຈາກເອົາສະເໝີ 1-1 ປະຕູ ໃນນັດສຸດທ້າຍຂອງ ກຸ່ມ ກ ທີ່ໄດ້ລົງສະໜາມໃນວັນທີ 14 ທັນວາ 2022 ຜ່ານມາ ທີ່ສະໜາມໄຫຫີນ.

ຜົນການແຂ່ງຂັນຂອງທີມເຕະບານຊາຍ ນະຄອນຫຼວງວຽງຈັນ ໃນ ກຸ່ມ ກ ນັດມຳອິດ ຊະນະ ໄຊສົມບູນ 1-0 ນັດທີ 2 ເສຍໃຫ້ແຂວງວຽງຈັນ 1-2 ນັດທີ 3 ເອົາຊະນະ ກອງທັບ 4-0 ແລະ ນັດສຸດທ້າຍ ເອົາສະເໝີ 1-1 ໄດ້ 7 ຄະແນນ ເປັນທີ 2 ຂອງກຸ່ມ.

ສຳລັບໃນຮອບ 8 ທີມ ນະຄອນຫຼວງວຽງຈັນ ຈະລົງສະໜາມພົບກັບ ແຂວງຄໍາມ່ວນ ໂດຍຈະລົງສະໜາມໃນວັນທີ 17 ທັນວາ 2022 ເວລາ 13:00 ໂມງ ທີ່ສະໜາມກີລາບານເຕະ ໄຊຊະນະ ເມືອງແປກ ຂອງຊຽງຂວາງ.

ພາບ​ໂດຍ: Phoonsab Thevongsa

error: Content is protected !!