ກັນ​ຕະ​ນາ ມື​ໃໝ່​ຂ​ອງວົງ​ການ ສ້າງ​ຜົນ​ງານ​ໂດດ​ເດັ່ນ ຍາດ​ໄດ້ 4 ຫຼຽນ​ຄຳ

ກັນ​ຕະ​ນາ ໄຊ​ຍະ​ລາດ ນັກ​ກີ​ລາ​ຍິງ​ປືນ (ຍິງ) ຈາກນະ​ຄອນຫຼວງວຽງ​ຈັນ​ ​ຖື​ວ່າ​ເປັນມື​ໃໝ່​ໃນ​ວົງ​ການກີ​ລາ​ຍິງ​ປືນ ສ້າງ​ຜົນ​ງານ​ໄດ້​ຢ່າງ​ໂດດ​ເດັ່ນ ຍາດ​ໄດ້ 4 ຫຼຽນ​ຄຳ ໃນ​ການ​ແຂ່ງ​ຂັນ​ກີ​ລາ​ແຫ່ງ​ຊາດ​ຄັ້ງ​ທີ XI ຊຽງ​ຂວາງ​ເກມ 2022.

ສຳ​ລັບຫຼຽນ​ຄຳທີ່ ກັນ​ຕ​ະ​ນາ ​ຍາດ​ໄດ້​ນັ້ນ​ແມ່ນ​ມາ​ຈາກ ການ​ແຂ່ງ​ຂັ​ນ​ປືນ​ສັ້​ນ​ແກັບ​ກາງ 15 ແມັດ ບຸກ​ຄົນ-ຍິງ ປືນ​ສັ້ນ​ແກັບ​ກາງ​ທີມ​ຍິງ ​ແຂ່ງ​ຂັນ​ໃນ​ວັນ​ທີ 14 ທັນ​ວາ 2022 ປືນ​ສັ້ນ​ແກັບ​ກາງ 25 ແມັດ ບຸກ​ຄົນ-ຍິງ ປືນ​ສັ້​ນ​ແກັບ​ກາງ 25 ແມັດ ທິມ​ຍິງ ແຂ່ງ​ຂັນ​ໃນ​ວັນ​ທີ 15 ທັນ​ວາ 2022.

ກັນ​ຕະ​ນາ ໃຫ້​ສຳ​ພາ​ດ​ວ່າ: ການ​ຍາດຫຼຽນ​ຄຳ​ມາ​ຄອງ​ໃນ​ງານ​ກີ​ລາ​ແຫ່​ງຊາດ​ຄັ້ງ​ທີ XI ຊຽງ​ຂວາ​ງ​ເກມ 2022 ເປັ​ນ​ຄວາມ​ພາກ​ພູມ​ໃນຫຼາຍ​ ເພາະ​ຕົນ​ເອງ​ເປັນ​ນັກ​ກີ​ລາ​ມື​ໃໝ່ ກ່ອນ​ເຂົ້າ​ຮ່ວມ​ກໍ​ຫວັງ​ພຽງ​ແຕ່​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ ເພາະ​ໄດ້​ເປັນ​ຕົວ​ແທນ​ໃຫ້​ນັກ​ກີ​ລ​າ​ຊ​າວ​ນະ​ຄອນຫຼວງວຽງ​ຈັນ ​​ໃນ​ລາຍ​ການ​ທໍ​າ​ອິດທີ່​​ຕົນ​ໄດ້​ເຂົ້າ​ມາ​ເປັນ​ນັກ​ກີ​ລາຍິງ​ປືນ ທີ່ໄດ້​ເຂົ້າ​ຮ່ວມ​ແຂ່ງ​ຂັນ ແລະ ກໍສາ​ມາດຍາດຫຼຽນ​ຄຳ​ມາ​ໃຫ້​ທັບ​ນັກ​ກີ​ລາ​ຍິງ​ປືນ​ນະ​ຄອນຫຼວງວ​ຽງ​ຈັນ​ໄດ້.

ຜົນ​ງານ​ດັ່ງ​ກ່າ​ວ​ແມ່ນ​ຍ້ອນ​ການ​ເອົາ​ໃຈ​ໃສ່​ຂອງຄູ​ເຝິກ​ທີ່ໄດ້​ເອົາ​ໃຈ​ໃສ່​ເຝິກ​ຊ້ອມ​ຕະຫຼອດ​ໄລ​ຍະ​ເກັບ​ໂຕ ເລີ່ມ​ຕັ້ງ​ແຕ່​ຂັ້ນ​ພື້ນ​ຖານ ແລ​ະ​ ເຕັກ​ນິກ​ຕ່າງໆ ອີກ​ສ່ວນ​ໜຶ່ງ​ແມ່ນ​ມາ​ຈາກ​ຄອບ​ຄົວ ໝູ່​ເພື່ອນ ທີ່​ໄດ້​ຊຸກ​ຍູ້​ສົ່ງ​ເສີ​ມ​ຕະຫຼອດ​ມາ ສິ່ງ​ສຳ​ຄັນ​ອີກ​ ກໍ​ຄື ​ແມ່ນ​ມາ​ຈາກ​ພໍໍ່ແມ່​ປະ​ຊາ​ຊົນ​ຊາ​ວ​ນະ​ຄອນຫຼວງວ​ຽງ​ຈັນ​ທີ່​ໄດ້​ສົ່ງ​ກຳ​ລັງໃຈ​ຕະຫຼອດ​ໄລ​ຍະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ ຈົນ​ສາ​ມາດ​ສ້າງ​ຜົນ​ງານ​ໃນ​ງານ​ຄັ້ງ​ນີ້ິ້.

ກັນ​ຕ​ະ​ນາ ຖື​ວ່າ​ເປັນ​ນັກ​ກີ​ລາ​ຍິງ​ປືນມື​ໃໝ່ ​ທີ່​ເລີ່ມ​ຈາກ​ພະ​ນັກ​ງານ​ໃນ​ສະ​ໜາມ​ຍິງ​ປືນ 5 ເມ​ສາ ກ້າວ​ມາ​ສູ່​ການ​ເປັນ​ນັກ​ກີ​ລາ ເຊິ່ງ​ມັນ​ໄດ້​ສະ​ແດງ​ຄວາມ​ສາ​ມາດ ແລະ ການ​ເອົາ​ໃຈ​ໃສ່​ຂອງ ກັນ​ຕະ​ນາ ຈົນ​ໄດ້​ຮັບ​ໂອ​ກາດ​ຈາກ​ທາງ​ສະ​ຫະ​ພັນຍິງ​ປືນນ​ະ​ຄອນຫຼວງວຽງ​ຈັນ ໃນ​ການ​ບັນ​ຈຸ​ເຂົ້າ​ເປັນ​ນັກ​ກີ​ລາ ແລະ ເປັນ​ຕົ​ວ​ແທນ​ໃຫ້​ຊາວ​ນະ​ຄອນຫຼວງວ​ຽງ​ຈັນ​ເຈົ້າ​ຮ່ວມ​ໃນ​ງານ​ກີ​ລາ​ແຫ່ງ​ຊາດ​ຄັ້ງ​ນີ້.

ສຳ​ລັບ ກັນ​ຕະ​ນາ ຖື​ວ່າ​ເປັນ​ອີກ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ພັດ​ທະ​ນາ​ຕົນ​ເອງ ບວກ​ກັບ​ພອນ​ສະ​ຫວັນ ທັກ​ສະ​ທີ່​ມີ ຈົນ​ສາ​ມາດ​ກ້າວ​ຂຶ້ນ​ເປັນ​ຢູ່​ໃນ​ວົງ​ການ​ນັກ​ກີ​ລາ​ຍິງ​ປືນ ​ແລະ ໃນ​ອະ​ນາ​ຄົດອາດ​ຈະ​ກ້າວ​ຂຶ້​ນເຖິງລະ​ດັບ​ຊາດ ສາ​ມາດແຂ່ງ​ຂັນ​ລາຍ​ການໃນ​ບະ​ດັບ​ພາກ​ພື້ນ​ໃນ​ອ​ະ​ນາ​ຄົດ​ກໍ​ເປັນ​ໄດ້.     

 

error: Content is protected !!