ກະຊວງການເງິນປະຕິບັດນະໂຍບາຍຕໍ່ພະນັກງານພັກຮັບອຸດໜູນບຳນານ

ກະຊວງການເງິນໄດ້ຈັດພິທີປະກາດປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນຂອງບັນດາກົມອ້ອມຂ້າງກະຊວງການເງິນ ຈໍານວນ 11 ທ່ານພັກການຮັບອຸດໜູນບຳນານ ນັບແຕ່ງວດ I ປະຈຳປີ 2023 ເປັນຕົ້ນມາໃນວັນທີ 15 ທັນວາ 2022 ເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ມີຫົວໜ້າຫ້ອງການກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫົວໜ້າພະແນກ ຮອງຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ກົງຄຳ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການຮັບອຸດໜູນບຳນານຈໍານວນ 11 ທ່ານຂອງບັນດາກົມອ້ອມຂ້າງກະຊວງເຊິ່ງລັດຖະມົນຕີກະຊວງການເງິນຕົກລົງເຫັນດີອະນຸມັດໃຫ້: ທ່ານ ທຸມ ຄໍາພານິດ ຫົວໜ້າກົມຂອງກະຊວງການເງິນ ທ່ານ ນາງ ຄອນມະນີ ພິມມະສັກ ຮອງຫົວໜ້າຄັງເງິນແຫ່ງຊາດ ທ່ານ ນາງ ແກ້ວພູທອນ ອິນທະວົງ ຫົວໜ້າພະແນກຫ້ອງການກະຊວງ ທ່ານ ນາງ ໄລວັນ ຮອງຫົວໜ້າພະແນກ ກົມງົບປະມານແຫ່ງລັດ ທ່ານ ສຸກັນ ພະນະຄອນ ຮອງຫົວໜ້າພະແນກກົມພາສີ ທ່ານ ສຸກສະໄໝ ແກ້ວອ່ອນສີ ຮອງຫົວໜ້າພະແນກກົມສ່ວຍສາອາກອນ ທ່ານ ອະນຸລັກ ແກ້ວຈັນເພັງ ຮອງຫົວໜ້າພະແນກກົມສ່ວຍສາອາກອນ ທ່ານ ໂອລົດ ບຸດຍະສານ  ວິຊາການກົມສ່ວຍສາອາກອນ ທ່ານ ຖາວອນ ຄຳປະເສີດ ວິຊາການກົມສ່ວຍສາອາກອນ ທ່ານ ນາງ ພູຂັນ ພົມພິທັກ ວິຊາການກົມສ່ວຍສາອາກອນ ທ່ານ ນາງ ສີສະໝອນ ວິຊາການຄັງເງິນແຫ່ງຊາດ ກະຊວງການເງິນ ເຂົ້າຮັບອຸດໜູນບຳນານເຊິ່ງນັບແຕ່ງວດ I ປະຈຳປີ 2023.

ໂອກາດນີ້ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການເງິນໄດ້ມີບາງຄຳເຫັນໂອ້ລົມເຊິ່ງໄດ້ມີຄຳເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານໃນຄັ້ງນີ້ ຜ່ານມາໄດ້ທຸ່ມເທເຫື່ອແຮງ ສະຕິປັນຍາ ຜ່ານຜ່າຄວາມຫຍຸ້ງຍາກຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດຊອບກໍຄືໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດເວົ້າລວມເວົ້າສະເພາະແມ່ນການປະຕິບັດຕາມສິດ ແລະ ໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ໃນແຕ່ລະໄລຍະຈົນສຳເລັດຜົນຢ່າງຈົບງງາມເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງກະຊວງການເງິນ ເມື່ອຮອດເວລາແລ້ວກໍຕ້ອງໄດ້ພັກຜ່ອນຮັກສາສຸຂະພາບຢູ່ນຳຄອບຄົວໃຫ້ມີຄວາມສຸກກາຍສຸກໃຈຕະຫຼອດໄປ.

error: Content is protected !!