ສະຫະພັນສະມາຄົມຜູ້ຂົນສົ່ງສິນຄ້າອາຊຽນ(AFFA) ໄດ້ຈັດກອງປະຊຸມ ຄັ້ງທີ 32 ຢ່າງເປັນທາງການ ໃນວັນທີ 9 – 11 ທັນວາ 2022 ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ໃນໂອກາດດັ່ງກ່າວມີສະມາຊິກ AFFA ທັງໝົດ 10 ທ່ານທີ່ເປັນຕົວແທນ ຂອງ ສະມາຄົມຢູ່ແຕ່ລະປະເທດໃນອາຊຽນເຂົ້າຮ່ວມ ຄື: ບູຣນານ( BRUFA), ກຳປູເຈຍ(CLA), ອິນໂດເນເຊຍ(ILFA), ມາເລເຊຍ (FMFF), ສປປ ລາວ(LITFA), ມຽນມາ(MIFFA), ຟິລິບປິນPMTLAI, ສິງກາໂປ(SLA), ຮາຊອານາຈັກໄທ(TIFFA) ແລະ ສສ ຫວຽດນາມ( VLA). ສະມາຄົມ (LITFA) ໄດ້ເປັນເຈົ້າພາບໃຫ້ການຕ້ອນຮັບ ຢ່າງອົບອຸ່ນຕໍ່ຜູ້ແທນທຸກພາກສ່ວນ ແລະ ເຮັດໃຫ້ງານດັ່ງກ່າວປະສົບຜົນສໍາເລັດຢ່າງຈົບງາມ.

ຫົວຂໍ້ຫຼັກກອງປະຊຸມຄັ້ງແມ່ນ “ ຊຸກຍູ້ເສດຖະກິດ ແລະ ອຸດສາຫະກຳ ການຂົນສົ່ງໃນພາກພື້ນອາຊຽນ ແລະ ອາຊີ ພາຍຫຼັງການລະບາດຂອງໂລກ,ເຊິ່ງເປັນບາດກ້າວການຫັນປ່ຽນໃໝ່”. AFFA ໄດ້ໃຫ້ຄຳໝັ້ນສັນຍາວ່າຈະເຂົ້າມາມີບົດບາດສຳຄັນໃນຂະແໜງການຂົນສົ່ງຂອງພາກພື້ນອາຊຽນ ແລະ ຂົງເຂດອຶ່ນໆ.
ກອງປະຊຸມຄັ້ງນີ້ເປັນເຫດການສຳຄັນທີ່ສຸດໃນຂະແໜງອຸດສາຫະກຳການຂົນສົ່ງເວົ້າລວມ ແລະເວົ້າສະເພາະແມ່ນການຂົນສົ່ງພາຍໃນບັນດາປະເທດອາຊຽນດ້ວຍກັນ,ໂດຍໄດ້ຮັບການສະໜັບ ສະໜູນຢ່າງເປັນ ທາງການຈາກກອງເລຂາອາຊຽນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ.
ໃນກອງປະຊຸມຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງໝົດ 150 ກວ່າຄົນເຂົ້າຮ່ວມ.ພ້ອມ ຍັງມີບັນດາທ່ານເອກອັກຄະລັດຖະທູດຂອງບັນດາປະເທດອາຊຽນປະຈໍາ ສປປ ລາວ ກໍໄດ້ເຂົ້າຮ່ວມຢ່າງສະໜິດສະໜົມທີ່ສຸດ.
ທ່ານ Satvinder Singh, ຮອງເລຂາທິການໃຫຍ່ອາຊຽນ ສຳລັບປະຊາຄົມເສດຖະກິດອາຊຽນໄດ້ກ່າວປາໄສ, ເຊິ່ງທ່ານໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການປະກອບສ່ວນອັນດີເລີດຂອງ AFFA ໃນການພັດທະນາເສດຖະກິດອາຊຽນ.ທ່ານເນັ້ນໜັກວ່າ ອຸດສາຫະກຳຂົນສົ່ງ ແລະ ໂລຈິສຕິກ ແມ່ນມີບົດບາດອັນໃຫຍ່ຫຼວງທັງຮັບປະກັນການຈໍລະຈອນສິນຄ້າຢູ່ພາຍໃນພາກພື້ນ, ນອກພາກພື້ນ ແລະ ຮັບປະກັນຂະບວນການຂົນສົ່ງຜ່ານແດນລຽບຕາມຂໍ້ລິເລີ່ມຂອງອາຊຽນ.
ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ໃຫ້ຄຳໝັ້ນສັນຍາຈະໃຫ້ການສະໜັບສະໜູນ ຂົງເຂດ ຂົນສົ່ງອາຊຽນ ຢ່າງຕັ້ງໜ້າ ແລະ ຕ້ອງການ ຫັນ ສປປ ລາວ ຈາກປະເທດປິດ ກາຍເປັນ “ປະເທດເຊື່ອມຈອດ” ແລະ ຮັບປະກັນການເຊື່ອມໂຍງເຂົ້າກັບອາຊຽນ. ໂດຍສະເພາະແມ່ນກັບພາກພື້ນ ແລະ ສປ ຈີນ.
ທ່ານປະທານ AFFA, ທ່ານ Yukki Nugrahawan Hanafi ຈາກ ອິນໂດເນເຊຍ ໄດ້ກ່າວສະແດງຄວາມດີໃຈທີ່ໄດ້ເປັນພາກສ່ວນໜຶ່ງໃນການພັດທະນາ ຂອງ ພາກພື້ນອາຊຽນ, ໂດຍສະເພາະແມ່ນຂະແໜງການຂົນສົ່ງສິນຄ້າ, ເພື່ອຮັບປະກັນການຈໍລະຈອນສິນຄ້າພາຍໃນພາກພື້ນໄດ້ຢ່າງວ່ອງໄວ.
ກອງປະຊຸມ ສາມັນປະຈໍາປີ ຂອງ AFFA ຄັ້ງທີ 32, ໄດ້ຈັດຂຶ້ນທຸກໆປີຕາມທີ່ໄດ້ກໍານົດໄວ້ ໃນ ທໍາມະນູນຂອງAFFA. ສະນັ້ນ, ກອງປະຊຸມຄັ້ງນີ້ກໍຍິ່ງມີຄວາມສຳຄັນ ຫຼາຍສຳລັບ ສະມາຊິກ AFFA ທັງໝົດ.
ໂດຍປົກກະຕິແລ້ວໃນກອງປະຊຸມທົ່ວໄປ ແລະກອງປະຊຸມສາມັນປະຈໍາປີ, ສະມາຊິກ AFFA ທັງໝົດສາມາດສືບຕໍ່ວາງແຜນການຮ່ວມມືທາງທຸລະກິດໃຫ້ຫຼາຍຂຶ້ນ ແລະ ເລັ່ງໃສ່ພັດທະນາທຸລະກິດທີ່ມີທິດທາງບວກ,ໂດຍສະເພາະແມ່ນການສ້າງອົງປະກອບທີ່ຢັ້ງຢືນສຳລັບການຮ່ວມມືກັນ ລະຫວ່າງ ອຸດສາຫະກໍາການຂົນສົ່ງ ແລະ ໂລຈິສຕິກ.
ເຫດຜົນຫຼັກ ແລະ ດີທິ່ສຸດມາເລືອກເອົານະຄອນຫຼວງ ວຽງຈັນ ຂອງ ສປປ ລາວ ເປັນເຈົ້າພາບໃນການຈັດກອງປະຊຸມຄັ້ງນີ້ ກໍເພາະວ່າ ສປປ ລາວ ໄດ້ເລີ່ມຕົ້ນເປັນຜູ້ບຸກເບີກ ການເຊື່ອມຕໍ່ ພາກພື້ນທີ່ກວ້າງຂວາງ, ໂດຍສະເພາະແມ່ນການເຊື່ອມຕໍ່ກັບ ສປ ຈີນ ໂດຍຜ່ານສະຖານີຄຽນຖ່າຍທ່າບົກ-ທ່ານາແລ້ງ ແລະ ເຫດຜົນຫຼັກນຶ່ງອີກກໍເພື່ອຊຸກຍູ້ການເຄື່ອນໄຫວທີ່ດີໃນເສັ້ນທາງເຊື່ອມຕໍ່.

ໄລຍະຜ່ານມາມໍ່ໆນີ້, ທຸລະກິດຂົນສົ່ງສິນຄ້າ ແລະ ໂລຈິສຕິກໄດ້ປະເຊີນກັບສະຖານະການ ທີ່ທ້າທາຍຫຼາຍດ້ານກັບຄວາມຫຍຸ້ງຍາກຂອງທຸລະກິດທີ່ເກີດຈາກໂລກລະບາດ Covid-19 ໄປທົ່ວໂລກ.
ດ້ວຍ ການປັບປຸງ ແລະ ພັດທະນາການຮ່ວມມື ແລະ ປັບປຸງຄວາມສາມາດ ຂອງພວກເຮົາ ໂດຍໃຊ້ການຫັນປ່ຽນໃໝ່. ສະມາຊິກ ຂອງ AFFA ພ້ອມກັນ ສາມາດມີສັກກະຍະພາບສູງຂຶ້ນ, ເພື່ອເອົາຊະນະຄວາມບໍ່ແນ່ນອນຂອງທຸລະກິດທີ່ເກີດຈາກການລະບາດຂອງ Covid-19, ເຊິ່ງເວົ້າ ກົງໄປກົງມາຈະບໍ່ງ່າຍສໍາລັບທຸລະກິດທັງໝົດ ເນື່ອງຈາກການແຜ່ລະບາດຂອງພະຍາດ Covid-19 ຍັງ ບໍ່ສິ້ນສຸດ, ຜູ້ບໍລິຫານ ຂອງ AFFA ຈໍາເປັນຕ້ອງໄດ້ເຮັດວຽກຮ່ວມກັນຫຼາຍຂຶ້ນອີກເພື່ອຫຼຸດຜ່ອນ ແລະ ຄວບຄຸມຜົນກະທົບດັ່ງກ່າວ.
ບັນຫາຄວາມຕ້ອງການສິນຄ້າຂອງສາກົນຍັງຕໍ່າ, ບັນຫາຕູ້ຄອນເທນເນີ ແລະ ຄວາມວຸ່ນວາຍ ຈາກອັດຕາຄ່າຂົນສົ່ງທີ່ສູງຫຼາຍໃນໄລຍະເກີດການແຜ່ລະບາດຂອງພະຍາດ, ກ້າວໄປສູ່ລາຄາທີ່ຕໍ່າຫຼາຍລົງໃນປັດຈຸບັນ. ບັນຫາທັງໝົດນີ້ຕ້ອງໄດ້ຮັບການແກ້ໄຂຮ່ວມກັນໂດຍມີ ສະຫະພັນ AFFA ໃນຖານະທີ່ເປັນຫົວໜ່ວຍງານດຽວທີ່ໄດ້ລົງທະບຽນຢູ່ໃນກອງເລຂາອາຊຽນສຳລັບຂົງເຂດຂົນສົ່ງແລະ ໂລຈິສຕິກ.
ໃນຖານະທີ່ເປັນຜູ້ປະກອບການດ້ານການຂົນສົ່ງ ແລະ ໂລຈິສຕິກ, ສະມາຊິກ AFFA ແລະ ຄູ່ຮ່ວມມືທົ່ວໂລກຂອງພວກເຂົາ, ໂດຍສະເພາະໃນບັນດາປະເທດອາຊຽນ ແລະ ປາຊີຟິກ ຄວນເຕີບໃຫຍ່ໄປພ້ອມໆກັນ. ສິ່ງສຳຄັນທີ່ສຸດແມ່ນຮັບປະກັນໃຫ້ການຮ່ວມມື ນີ້ດຳເນີນໄປຢ່າງສະດວກດີ.
AFFA ຍັງຕ້ອງການພັດທະນາການຮ່ວມມືໃຫ້ດີກວ່ານີ້ກ່ຽວກັບການສ້າງຄວາມອາດສາມາດ ແລະ ການເຊື່ອມຕໍ່ດ້ານໄອທີຮ່ວມກັນ. AFFA ຄວນມີຄວາມເຂົ້າໃຈດີວ່າ ຊັບພະຍາກອນມະນຸດ ແລະ ການເຊື່ອມຕໍ່ທາງດ້ານໄອທີ ສາມາດກາຍເປັນ ພະລັງແຮງສໍາຄັນທີ່ສຸດສໍາລັບຄວາມສໍາເລັດຂອງ ການບໍລິການຂອງພວກເຂົາ, ນີ້ແມ່ນຍຸດທະສາດການຫັນປ່ຽນໃໝ່ທີ່ AFFA ຄວນເຮັດຮ່ວມກັນ.
AFFA ຍັງຕ້ອງມຸ່ງໄປໜ້າເພື່ອບັນລຸການຮ່ວມມືໃຫຍ່ກວ່ານີ້ອີກລະຫວ່າງກອງເລຂາອາຊຽນ ແລະ AFFA ລວມທັງບັນດາສະມາຊິກຂອງປະເທດໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ສະໜັບສະໜູນ RCEP ໃນພາກພື້ນໃຫ້ກວ້າງຂວາງ.
AFFA ຮັບຮູ້ວ່າ ອຸດສາຫະກໍາການຂົນສົ່ງ ແລະໂລຈິສຕິກ ມີໂອກາດທີ່ ໃຫຍ່ ແລະ ມີທິດທາງໃຫມ່, ທີ່ຈະພັດທະນາໃນຊຸມປີຂ້າງໜ້າ. ແຕ່ AFFA ກໍຮັບຮູ້ວ່າ ສິ່ງທ້າທາຍໃນບັນຫາດັ່ງກ່າວບໍ່ແມ່ນເລື່ອງງ່າຍທີ່ຍັງຈະປະເຊີນໜ້າ.
ການຫັນເປັນທຸລະກິດ, ການຮ່ວມມືເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາສະມາຊິກດ້ວຍກັນ ແລະ ບັນດາຄູ່ຮ່ວມມືຂອງຕົນຢູ່ທົ່ວໂລກໂດຍສະເພາະພາຍໃນບັນດາປະເທດອາຊຽນ ແລະ ປາຊີຟິກ, ການ ສ້າງຄວາມສາມາດ ທີ່ດີເລີດ ແລະ ຄວາມເຂົ້າໃຈກັບຍຸກດີຈີຕອນໃຫ້ດີໆ ຈະຊ່ວຍ ການປະຕິບັດຂໍ້ລິເລີ່ມທັງໝົດຂອງຂະແໜງການຂົນສົ່ງ ແລະ ໂລຈິສຕິກ ທີ່ກອງເລຂາອາຊຽນໄດ້ວາງອອກໄວ້ ໄດ້ຫລາຍ.
ໂດຍຮ່ວມກັບກອງເລຂາອາຊຽນ, ສະຫະພັນ AFFA ຈະ ຕັ້ງໜ້າກວ່ານີ້ອີກໃນອະນາຄົດໃນ ວຽກງານການອຳນວຍຄວາມສະດວກດ້ານການຄ້າອາຊຽນ. ຂໍ້ລິເລີ່ມຂອງ AFAMT, AFAFGIT ແລະ ACTS ມີຄວາມສໍາຄັນທີ່ສຸດສຳລັບຮັບປະກັນການຈໍລະຈອນ ຂອງສິນຄ້າ ພາຍໃນປະເທດ ແລະ ລະຫວ່າງປະເທດອາຊຽນດ້ວຍກັນໃຫ້ວ່ອງໄວ ແລະປອດໄພດີ,ລວມທັງສັນຍາ ການຮັບຮູ້ຫຼາຍຝ່າຍຮ່ວມກັນຂອງຜູ້ປະກອບການດ້ານເສດຖະກິດຂອງອາຊຽນ (AEO), ເຊິ່ງສະມາຊິກ ຂອງ ສະຫະພັນ AFFA ຕ້ອງໄດ້ປັບປຸງຄວາມສາມາດຂອງຕົນ.
ທ່ານ Yukki Nugrahawan Hanafi ໄດ້ເປັນປະທານ ສະຫະພັນ AFFA ມາເປັນເວລາ 6 ປີ. ທ່ານກ່າວວ່າ, ຄວາມຈຳເປັນທີ່ສຳຄັນໃນຕໍ່ໜ້າແມ່ນການສືບຕໍ່ຮ່ວມມືກັນ ທີ່ເປັນຮູບປະທໍາດີກວ່າເກົ່າ. ທ່ານຫວັງວ່າ AFFA ໃນອະນາຄົດ, ສາມາດຮ່ວມກັນສ້າງການພົວພັນຄູ່ຮ່ວມມືທາງທຸລະກິດທີ່ເຂັ້ມແຂງ, ເຮັດໃຫ້ມີການຫັນປ່ຽນທີ່ທັນສະໄໝ ແລະ ມີຜົນດີຕໍ່ການຮ່ວມມືທາງທຸລະກິດໃນອະນາຄົດ.
ໃນລະຫວ່າງກອງປະຊຸມ AFFA ຄັ້ງທີ 32, ບັນດາສະມາຊິກ AFFA ໄດ້ເລືອກຕັ້ງ ທ່ານ Alvin Chua Seng Wah ມາຈາກ ປະເທດ ມາເລເຊຍ ເປັນປະທານ ສະຫະພັນ ສະມາຄົມຜູ້ຂົນສົ່ງສິນຄ້າ ອາຊຽນ (AFFA)ຜູ້ໃໝ່,ໃນສະໄໝຕໍ່ໄປ ຈາກປີ 2022 ຫາ 2024. ທ່ານ Alvin Chua ໄດ້ສະແດງວິໄສທັດ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ດຳເນີນບັນດາໂຄງການທີ່ດີເລີດ ຂອງ AFFA ໄດ້ວາງໄວ້ໃນໄລຍະກ່ອນ. ພ້ອມທັງກ່າວວ່າ AFFAຈະສືບຕໍ່ມີບົດ ບາດໃໝ່ທີ່ໃຫຍ່ກວ່າເກົ່າໃນອຸດສາຫະກໍາການຂົນສົ່ງ ແລະ ໂລຈິສຕິກ ເພື່ອການພັດທະນາທີ່ດີກວ່າ .

ໝາຍເຫດ:
ASEAN Federation of Forwarders Associations = AFFA
ASEAN Authorized Economics Operators Mutual Recognition Agreement = AAMRA.
ASEAN Framework Agreement on Multimodal Transport = AFAMT.
ASEAN Framework Agreement on the Facilitation of Goods in Transit = AFAFGIT.