11 ເດືອນ ທົ່ງໄຫຫີນ ດືງດູດນັກທ່ອງທ່ຽວໄດ້ 43 ພັນຄົນ

    ທົ່ງໄຫຫີນ ເປັນອີກໜຶ່ງຈຸດແຫຼງທ່ອງທ່ຽວ ທີ່ມີຄວາມໝາຍຄວາມສຳຄັນດ້ານປະຫວັດສາດ ທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈ ໃນນີ້ 11 ເດືອນ ຜ່ານມາ ມີນັກທ່ອງທ່ຽວມາທ່ຽວຊົມ 43.229 ຄົນ ໂດຍຂໍ້ມູນຂອງຫ້ອງການມໍລະດົກໂລກໄຫຫີນ ໃຫ້ຮູ້ວ່າ: ນັກທ່ອງທ່ຽວເຂົ້າຊົມແຫຼ່ງມໍລະດົກໂລກໄຫຫີນ ໃນ 11 ເດືອນ ປີ 2022 ມີ 43.229 ຄົນ ໃນນີ້ສະເພາະເດືອນມັງກອນ ມີນັກທ່ອງທ່ຽວຄົນລາວ 2.940 ຄົນຕ່າງປະເທດ 40 ຄົນ ເດືອນກຸມພາ 3.300 ຄົນ ຕ່າງປະເທດ 100 ຄົນ ເດືອນມີນາ 4.000 ຄົນ ຕ່າງປະເທດ 100 ຄົນ ເດືອນເມສາ 5.900 ຄົນ ຕ່າງປະເທດ 200 ຄົນ ເດືອນພຶດສະພາ 3.753 ຄົນ ຕ່າງ ປະເທດ 196 ຄົນ ເດືອນມິຖຸນາ 3.100 ຄົນ ຕ່າງປະເທດ 300 ຄົນ ເດືອນກໍລະກົດ 3.900 ຄົນ ຕ່າງປະ ເທດ 500 ຄົນ ເດືອນສິງຫາ 2.500 ຄົນ ຕ່າງປະເທດ 200 ຄົນ ເດືອນກັນຍາ 2.000 ຄົນ ຕ່າງປະເທດ 300 ຄົນເດືອນຕຸລາ 3.200 ຄົນ ຕ່າງປະເທດ 600 ຄົນ ເດືອນພະຈິກ 5.200 ຄົນ ຕ່າງປະເທດ 900 ຄົນ.   

    ຕະຫຼອດ 20 ກວ່າປີ ທີ່ຢາກໃຫ້ໄຫຫີນ ເຂົ້າເປັນມໍລະດົກໂລກ ລັດຖະບານ ສປປ ລາວ ແລະ ອົງການອຸຍແນັດສະໂກ ໄດ້ຮ່ວມມືກັນໃນການສຶກສາ ສຳຫຼວດ ຄົ້ນຄວ້າ ແລະ ກຳນົດແຜນປົກປັກຮັກສາ ແລະ ຄຸ້ມຄອງມໍລະດົກດ້ານວັດທະນະທໍາອັນລໍ້າຄ່າດັ່ງກ່າວ ໃຫ້ມີຄວາມຍືນຍົງ ແລະ ເກີດປະໂຫຍດສູງສຸດ ໂດຍສຸມໃສ່ໜ້າວຽກທີ່ສຳຄັນ ຈົນມາຮອດວັນທີ 25 ມັງກອນ 2018 ເອກະສານຄໍາຮ້ອງ ແລະ ເອກະສານແຜນແມ່ບົດແຫຼ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງຈາກລັດຖະບານ ສປປ ລາວ ເປັນສະບັບສົມບູນ ແລະ ນຳສົ່ງໄປຍັງສູນມໍລະດົກໂລກ ຂອງອົງການອຸຍແນັດສະໂກເປັນທາງການ ວັນທີ 20-30 ຕຸລາ 2018 ອົງການອຸຍແນັດສະໂກ ໄດ້ສົ່ງຜູ້ຊ່ຽວຊານຂອງອົງການອີໂຄມອສ ລົງມາກວດກາສະພາບຄວາມເປັນຈິງຂອງພື້ນທີ່ແຫຼ່ງໄຫຫີນ ແຂວງຊຽງຂວາງ ວັນທີ 10 ກໍລະກົດ 2019 ກອງປະຊຸມໃຫຍ່ ຄັ້ງທີ 43 ຂອງອົງການອຸຍແນັດສະໂກ ຈັດຂຶ້ນຢູ່ເມືອງບາກູ ປະເທດອາແຊກໄບຊານ ໄດ້ຮັບຮອງເອົາ “ໄຫຫີນ” ເຂົ້າເປັນມໍລະດົກໂລກເປັນທາງການ.

    ແຫຼ່ງມໍລະດົກໄຫຫີນ 11 ແຫ່ງ ທີ່ປະກອບດ້ວຍ 15 ອົງປະກອບໄດ້ກວມເອົາເນື້ອທີ່ຂະໜາດໃຫຍ່ ເຊິ່ງນອນຢູ່ໃນ 4 ເມືອງ ຂອງແຂວງຊຽງຂວາງ ຄື: ເມືອງແປກ ເມືອງຜາໄຊ ເມືອງພູກູດ ແລະ ເມືອງຄຳ ທີ່ປະ ກອບດ້ວຍໄຫຫີນໃຫຍ່-ນ້ອຍ ທີ່ຖືກຄວັດເຈາະຢ່າງປານີດ 1.325 ໜ່ວຍຢັ່ງຢາຍກັນຢູ່ ເຊິ່ງໜ່ວຍໄຫຫີນມີຂະໜາດ 1-3 ແມັດ ມີແຜ່ນຫີນຈຳນວນໜຶ່ງອາດມີຄວາມເປັນໄປໄດ້ ທີ່ຈະເປັນຝາປິດໄຫຫີນ ບັນດາອົງປະກອບຕ່າງໆລ້ວນແຕ່ແມ່ນຫຼັກຖານທີ່ໂດດເດັ່ນທີ່ສຸດ ສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອງຂອງຊຸມຊົນໃນສັງຄົມຍຸກເຫຼັກ ທີ່ເປັນຜູ້ສ້າງ ແລະ ນຳໃຊ້ບັນດາໄຫຫີນເຫຼົ່ານັ້ນ ເຊິ່ງມີອາຍຸ 2.500-3.000 ປີ ໃນຈຳນວນ 15 ອົງປະກອບຂອງບັນດາແຫຼ່ງໄຫຫີນ ປະກອບມີ 5 ແຫຼ່ງໄຫຫີນໃຫຍ່ ຄື: ແຫຼ່ງໄຫຫີນ 1 ໄຫຫີນ 2 ໄຫຫີນ 3 ໄຫຫີນ 42 ແລະ ໄຫຫີນ 52 ນອກນັ້ນຍັງປະກອບມີແຫຼ່ງໄຫຫີນນ້ອຍ ເຊັ່ນ: ໄຫຫີນ 23 25 ແລະ 28 ທີ່ຖືກຄັດເລືອກດ້ວຍເຫດຜົນທີ່ມີຄວາມໝາຍສໍາຄັນດ້ານຫຼັກຖານບູຮານຄະດີ ສ່ວນອີກ 3 ແຫຼ່ງ ແມ່ນຖືກຄັດເລືອກດ້ວຍເຫດຜົນທີ່ເປັນຕົວແທນໃຫ້ແຫຼ່ງຕັດຫີນ ແລະ ແຫຼ່ງຜະລິດໄຫຫີນ ເຊັ່ນ: ແຫຼ່ງໄຫຫີນ 8 21 ແລະ 12 ຕາມລໍາດັບ.              

    ໂອກາດຂຶ້ນກ່າວມອບໃບຢັ້ງຢືນ ທົ່ງໄຫຫີນແຂວງຊຽງຂວາງ ມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ທົ່ງໄຫຫີນແຂວງຊຽງຂວາງ ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກຈາກອົງການອຸຍແນັດສະໂກ ວັນທີ 10 ກໍລະກົດ 2019 ເຊິ່ງເປັນແຫ່ງທີ 3 ຂອງ ສປປ ລາວ ຖັດຈາກວັດພູຈໍາປາສັກ ແລະ ເມືອງມໍລະດົກໂລກຫຼວງພະບາງ ພວກເຮົາໄດ້ພ້ອມກັນມາເຕົ້າໂຮມ ເພື່ອສະເຫຼີມສະຫຼອງທົ່ງໄຫຫີນອັນເອກະລັກທີ່ເປັນມິ່ງຂວັນຂອງຊາວພວນແຂວງຊຽງຂວາງ ທີ່ມີປະຫວັດສາດຄວາມເປັນມາຍາວນານ ແລະ ມີຄຸນຄ່າອັນໂດດເດັ່ນລະດັບຈັກກະວານ ຄຽງຄູ່ແຜ່ນດິນຊຽງຂວາງ ນັບເປັນເວລາຫຼາຍພັນປີ ໂດຍມີວັດຖຸໄຫຫີນມໍລະດົກໂລກຫຼາຍກວ່າ 2.100 ໜ່ວຍ ທີ່ເຄີຍນຳໃຊ້ເຂົ້າໃນພິທີຊາປະນະກິດສົບໃນຍຸກເຫຼັກ ແລະ ໄດ້ກາຍມາເປັນຊື່ຂອງທົ່ງໄຫຫີນ   ຜ່ານການກະກຽມຮອບດ້ານ ແລະ ການຄອງຄອຍມາເປັນເວລາ 20 ກວ່າປີ ທີ່ຢາກໃຫ້ທົ່ງໄຫຫີນເປັນມໍລະດົກໂລກ ປັດຈຸບັນຄວາມພະຍາຍາມໄດ້ກາຍເປັນຄວາມຈິງ ສົມດັ່ງຄວາມຫວັງຕັ້ງໃຈ ແລະ ການຄອງຄອຍຂອງປະຊາຊົນລາວບັນດາເຜົ່າ ແລະ ປະຊາຊົນຊາວຊຽງຂວາງ ສຸດແສນມີຄວາມປິຕິຊົມຊື່ນຍິນດີເປັນຢ່າງຍິ່ງ ແມ່ນກຽດສັກສີອັນສູງສົ່ງຂອງຊາດໃນເວທີລະດັບໂລກ ເຮັດໃຫ້ຊື່ສຽງ ແລະ ພາບພົດຂອງປະເທດຊາດຖືກໂຄສະນາເຜີຍແຜ່ໂດ່ງດັງໄປທົ່ວໂລກ ເຮັດໃຫ້ຊາວໂລກສົນໃຈຢາກມາທ່ຽວຊົມປະເທດລາວນັບມື້ເພີ່ມຂຶ້ນ.     ນາມມະຍົດແຫ່ງຄວາມເປັນມໍລະດົກໂລກ ໄດ້ຊຸກຍູ້ອຸດສະຫະກໍາການທ່ອງທ່ຽວທາງວັດທະນະທຳ ປະ ຫວັດສາດ ແລະ ທຳມະຊາດ ທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ທັງເປັນແມ່ເຫຼັກດຶງດູດການລົງທຶນ ການຮ່ວມມືສາກົນ ການພັດທະນາລະບົບໂຄງລ່າງຮອບດ້ານ ເຊິ່ງເປັນການປະກອບສ່ວນສຳຄັນໃຫ້ການຫຼຸດຜ່ອນຄວາມ ທຸກຍາກຂອງປະຊາຊົນ ເປັນການສ້າງວຽກເຮັດງານທຳໃຫ້ຊຸມຊົນທ້ອງຖິ່ນ ເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ສັງລວມແລ້ວອາດເວົ້າໄດ້ວ່າການອະນຸຮັກ ແລະ ການພັດທະນາ ໄດ້ຊຸກຍູ້ສົ່ງ ເສີມເຊິ່ງກັນ ແລະ ກັນ ເພາະເມື່ອພວກເຮົາມີຄວາມເຂົ້າໃຈເລິກເຊິ່ງໃນການພັດທະນາຢ່າງມີການວາງແຜນ ການຮອບຄອບ ໂດຍຄໍານຶງລ່ວງໜ້າເຖິງທ່າແຮງຂອງມໍລະດົກທີ່ບັນພະບູລຸດໄດ້ປູພື້ນຖານໄວ້ໃຫ້ແລ້ວນັ້ນ ກໍຍ່ອມເຮັດໃຫ້ເກີດພະລັງແຮງຕໍ່ຍອດ ຊຸກຍູ້ເຊິ່ງກັນ ແລະ ກັນ ກາຍເປັນຊັບພະຍາກອນການທ່ອງທ່ຽວທີ່ບໍ່ບົກແຫ້ງ ຍືນຍົງ ແລະ ເປັນແມ່ແຮງດ້ານເສດຖະກິດແບບສີຂຽວຂອງຊາດ ທັງໝົດນັ້ນເພື່ອຍົກໃຫ້ສັງຄົມເຫັນໄດ້ຄຸນຄ່າອັນແທ້ຈິງຂອງມໍລະດົກ ແລະ ຜົນໄດ້ຈາກການນຳໃຊ້ຄຸນຄ່າຂອງມໍລະດົກດັ່ງກ່າວ ໃນການປະກອບ ສ່ວນແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ເຊິ່ງແມ່ນເປົ້າໝາຍຂອງນະໂຍບາຍຂອງພັກ ແລະ ລັດຖະບານ.

error: Content is protected !!