ລາວ-ເກົາຫຼີ ເພີ່ມທະວີການສົ່ງເສີມແລກປ່ຽນການຮ່ວມມືວຽກງານແຮງງານທີ່ດີຂອງສອງຝ່າຍ

     ໃນໂອກາດທີ່ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ ທີ່ ສ.ເກົາຫຼີ ວັນທີ 11-15 ທັນວາ 2022 ເຊິ່ງໃນວັນທີ 12 ທັນວາ ຜ່ານມາ ທ່ານນາງ ໃບຄຳ ຂັດທິຍະ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຟື້ນຟູການແລກປ່ຽນ ແລະ ເສີມສ້າງການຮ່ວມມືທີ່ດີຂອງສອງຝ່າຍ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ແຂວງຊຸງຊອງນຳໂດ ສ.ເກົາຫຼີ ຕາງໜ້າລົງນາມຂອງທ່ານ ຄິມແທຮິມ ເຈົ້າແຂວງແຂວງຊຸງຊອງນຳໂດ ສ.ເກົາຫຼີ.

    ການລົງນາມຄັ້ງນີ້ເພື່ອເປັນການແລກປ່ຽນການຮ່ວມມື ແລະ ຄວາມເປັນນໍ້າໜຶ່ງໃຈດຽວກັນໃນການສົ່ງເສີມການແລກປ່ຽນ ແລະ ເສີມສ້າງການຮ່ວມມືທີ່ດີຂອງສອງຝ່າຍ ເປັນການຢືນຢັນເຈດຈຳນົງຂອງທັງສອງຝ່າຍໃນການສົ່ງເສີມການຮ່ວມມືທີ່ເປັນຜົນປະໂຫຍດ ແລະ ພັດທະນາການເປັນຄູ່ຮ່ວມງານທີ່ໃກ້ຊິດ ໂດຍຜ່ານການສ້າງຄວາມເຂັ້ມແຂງດ້ານການຮ່ວມມືທີ່ດີລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ແຂວງຊຸງຊອງນຳໂດ ສ.ເກົາຫຼີ ເຊິ່ງທັງສອງຝ່າຍໄດ້ຕົກລົງເຫັນດີຮ່ວມມືກັນດ້ານຕ່າງໆບົນພື້ນຖານການນັບຖື ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ເປັນຕົ້ນ ຈະສົ່ງເສີມການແລກປ່ຽນສອງຝ່າຍໃນຂະແໜງກະສິກຳ ໂດຍສະເພາະການເຮັດວຽກຮ່ວມກັນຂອງສອງຝ່າຍ ເພື່ອເຮັດໃຫ້ການຈັດສົ່ງແຮງງານກະສິກຳມີຄວາມລາບລື່ນຍິ່ງໆຂຶ້ນ ພ້ອມນັ້ນກໍ່ຈະໃຊ້ຄວາມພະຍາຍາມໃນການຊອກຫາ ແລະ ສົ່ງເສີມການຮ່ວມມືໃນດ້ານຕ່າງໆ ທີ່ບໍ່ຈຳກັດພຽງແຕ່ຂະແໜງເສດຖະກິດ ວັດທະນາທຳ ການສຶກສາ ການທ່ອງທ່ຽວ ແລະ ສິ່ງແວດລ້ອມ ທັງນີ້ກໍຕ້ອງອີງຕາມການຮ້ອງຂໍຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຸງຊອງນຳໂດ ຈະຮ່ວມມືຊວ່ຍເຫຼືອໃນດ້ານການສະໜອງອຸປະກອນດ້ານ IT ແລະ ພາຫະນະສຸກເສີນ ເພື່ອໃຫ້ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມຂອງ ສປປ ລາວ ໄດ້ຮັບການພັດທະນາຍິ່ງຂຶ້ນໃນຕໍ່ໜ້າ.

(ຂ່າວສານ ຮສສ)

error: Content is protected !!