ຟາມ Vinamilk Lao-Jagro ສ້າງວຽກເຮັດໃຫ້ຄົນລາວແລ້ວ 100 ກວ່າຄົນ

    ບໍລິສັດ ພັດທະນາກະສິກໍາ ລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດ (ຟາມ Vinamilk Lao-Jagro) ສ້າງວຽກເຮັດງານທໍາໃຫ້ຄົນລາວແລ້ວ 100 ກວ່າຄົນ ແລະ ຄາດວ່າເມື່ອເລີ່ມມີການລີດນົມງົວເພື່ອສົ່ງອອກ ຈະຮັບແຮງງານເພີ່ມອີກ 500 ຄົນ ໂດຍເລັ່ງໃສ່ແຮງງານລາວ ເປັນສ່ວນໃຫຍ່.

    ທ່ານ ແສງປັນ ເພັດດາລາ ຜູ້ອຳນວຍການທີ່ດິນ ບໍລິສັດພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ ຈໍາກັດ ໃຫ້ສຳພາດວັນທີ 15 ທັນວາ 2022 ວ່າ: ບໍລິສັດເຮົາ ດໍາເນີນໂຄງການ Vinamilk Lao-Jagro ເປັນໂຄງການລ້ຽງງົວນົມ ເພື່ອຜະລິດນົມງົວສົດ ສົ່ງອອກໄປຫວຽດນາມ ເລັ່ງໃສ່ການສ້າງວຽກເຮັດງານທໍາ ໃຫ້ແຮງງານລາວ ກໍຄືແຮງງານທີ່ຢູ່ອ້ອມຂ້າງພື້ນທີ່ໂຄງການ ຕາມທິດຊີ້ນໍາຂອງພັກ-ລັດຖະບານ ກໍຄືອໍານາດການປົກຄອງແຂວງຊຽງຂວາງ ໂຄງການນີ້ຈະເພີ່ມທະວີການພົວພັນຮ່ວມມືມິດຕະພາບ ແລະ ການພັດທະນາເສດ ຖະກິດຂອງລາວ ຫວຽດນາມ ແລະ ຍີ່ປຸ່ນ ຟາມ Vinamilk Lao-Jagro ເລີ່ມກໍ່ສ້າງພື້ນຖານໂຄງລ່າງ ແລະ ນໍາເຂົ້າອຸປະກອນກົນຈັກຕ່າງໆນັບແຕ່ວັນທີ 24 ພຶດສະພາ 2019 ເປັນຕົ້ນມາ ປັດຈຸບັນໄດ້ມີການຈ້າງງານແລ້ວ 200 ກວ່າຄົນ ໃນນີ້ມີວິຊາການຫວຽດນາມ 26 ຄົນ ເຫຼືອນັ້ນແມ່ນແຮງງານຄົນລາວ ແລະ ຄາດວ່າເມື່ອເລີ່ມມີການລີດນົມງົວເພື່ອສົ່ງອອກ ຈະຮັບແຮງງານເພີ່ມອີກ 500 ຄົນ ໃນນີ້ຈະເລັ່ງໃສ່ແຮງງານລາວເປັນສ່ວນໃຫຍ່ ການດໍາເນີນວຽກງານຂອງໂຄງການໄດ້ບຸກເບີກເນື້ອທີ່ 1.000 ກວ່າເຮັກຕາ ແລະ ຈະບຸກເບີກເພີ່ມຕື່ມ 2.000 ແລະ 5.000 ເຮັກຕາຕາມລໍາດັບ ໂດຍການລົງທຶນເບື້ອງຕົ້ນ 120 ລ້ານໂດລາສະຫະລັດ ແລະ ເພີ່ມຂຶ້ນເປັນ 150 ລ້ານໂດລາສະຫະລັດ ກິດຈະກໍາສ່ວນໃຫຍ່ຂອງໂຄງການຄືບໜ້າ 99-100% ບາງກິດຈະກໍາຢູ່ໃນຂັ້ນຕອນການຕິດຕັ້ງຂັ້ນສຸດທ້າຍ ເຊິ່ງເດືອນກໍລະກົດ 2022 ບໍລິສັດໄດ້ນໍາງົວນົມ (ສາວ) ມາແຕ່ ສ ອາເມຣິກາ 1.000 ໂຕທຳອິດ ຄາດວ່າເດືອນມີນາ 2023 ຈະທະຍອຍນໍາເຂົ້າອີກໃຫ້ໄດ້ 4.000 ໂຕ ແລະ ເມື່ອສໍາເລັດໂຄງລ່າງພື້ນຖານ ການປູກພືດສະໜອງອາຫານໃຫ້ງົວ ແລະ ໂຮງງານຜະລິດອາຫານສັດສຳເລັດ ຈະນໍາງົວເຂົ້າມາໃຫ້ເປັນ 8.000 ໂຕຕາມແຜນການ.     ປັດຈຸບັນໄດ້ປະສົມພັນທຽມແລ້ວ ງົວນົມກໍາລັງຖືພາ ແລະ ຄາດວ່າເດືອນພຶດສະພາ 2023 ຈະເລີ່ມຮີດນົມງົວ ຜະລິດນົມງົວສົດຊຸດທຳອິດ ແລະ ຈະຈ້າງງານເພີ່ມຂຶ້ນ ຕະຫຼອດ 3 ປີແຫ່ງການດຳເນີນໂຄງການ ບໍ ລິສັດໄດ້ມອບພັນທະພາສີເຂົ້າງົບປະມານແຫ່ງລັດທາງກົງ ແລະ ທາງອ້ອມ ມູນຄ່າການຊື້ສິນຄ້າ ບໍລິການຢູ່ທ້ອງຖິ່ນຫຼາຍກວ່າ 13 ຕື້ກີບ ເມື່ອໂຄງການດໍາເນີນການຮອດເວລາທີ່ມີງົວ 8.000 ໂຕ ຕາມແຜນການ ຈະສ້າງວຽກເຮັດງານທຳໂດຍກົງໃຫ້ແຮງງານລາວຫຼາຍຮ້ອຍຄົນ ສ້າງວຽກເຮັດງານທາງອ້ອມໃຫ້ຫຼາຍກວ່າ 1.000 ຄົນ ຜ່ານການຂະຫຍາຍການຜະລິດ ເພື່ອສະໜອງສະບຽງອາຫານ ກໍຄືການບໍລິການໃຫ້ໂຄງການ ທັງເປັນການປະກອບລາຍຮັບອາກອນມູນຄ່າເພີ່ມ ແລະ ອາກອນລາຍຮັບຂອງບໍລິສັດເຂົ້າງົບປະມານຂອງລັດ ແລະ ໃນໂອກາດທີ່ແຂວງຊຽງຂວາງ ເປັນເຈົ້າພາບຈັດງານມະຫະກໍາກີລາແຫ່ງຊາດ (ຊຽງຂວາງ ເກມ 2022) ບໍລິ ສັດພວກເຮົາ ກໍໄດ້ໃຫ້ການສະໜັບສະໜູນມູນຄ່າ 50 ລ້ານກີບ.

error: Content is protected !!