ຊາວໜຸ່ມລາວເຂົ້າຮ່ວມກິດຈະກໍາກ່ຽວກັບເປົ້າໝາຍ SDGs

      ກຸ່ມ Zero Waste Laos (ZWL) ຈັດງານ“ໄວໜຸ່ມເພື່ອການພັດທະນາແບບຍືນຍົງ”ຄັ້ງທີ 2 ວັນທີ 16-17 ທັນວາ 2022 ທີ່ມະຫາວິທະຍາໄລແຫ່ງຊາດລາວ ໂດຍມີຈຸດປະສົງເພື່ອເປັນການເຕົ້າໂຮມເອົາຊາວໜຸ່ມຫຼາຍກວ່າ 250 ຄົນ ທີ່ມີສ່ວນຮ່ວມໃນການພັດທະນາແບບຍືນຍົງ ໂດຍສະເພາະການປົກປ້ອງສິ່ງແວດລ້ອມ ນອກນີ້ຍັງມີບັນດາອົງການຈັດຕັ້ງສັງຄົມ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ອົງການທີ່ນຳພາໂດຍຊາວໜຸ່ມ ສະຖານທູດຕ່າງໆ ແລະ ລັດຖະບານເຂົ້າຮ່ວມ.

     ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແມ່ນຜົນຂອງການຕົກລົງເຫັນດີຂອງບັນດາຜູ້ນຳຈາກທົ່ວໂລກ ໂດຍກຳນົດເອົາເປົ້າໝາຍຮ່ວມກັນໃນການແກ້ໄຂບັນຫາສາກົນຕ່າງໆເຊັ່ນ:ຄວາມທຸກຍາກ ຄວາມບໍ່ສະເໝີພາບ ແລະ ການປ່ຽນແປງດິນຟ້າອາກາດ ມີພຽງແຕ່ການຮ່ວມມືກັນເທົ່ານັ້ນຈິ່ງຈະສາມາດຮັບປະກັນສັນຕິພາບ ແລະ ຄວາມຜາສຸກມາສູ່ປະຊາຊົນທຸກຄົນທີ່ດຳລົງຊີວິດຢູ່ໂລກໃບນີ້ໃນປັດຈຸບັນ ແລະ ຄົນລຸ້ນຫຼັງ ຄາດວ່າພາຍໃນປີ 2030 ຈະສາມາດບັນລຸ 18 ເປົ້າໝາຍທີ່ໄດ້ກຳນົດໄວ້ ເຊິ່ງຄຳໝາຍໝັ້ນ ແລະ ການມີສ່ວນຮ່ວມຂອງ ສປປ ລາວ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງໄດ້ສະແດງອອກໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ນອກນີ້ບໍ່ວ່າເວລາໃດ ຊາວໜຸ່ມກໍ່ຢູ່ແຖວໜ້າໃນປະຫວັດສາດ ເພື່ອຄວາມກ້າວໜ້າ ແລະ ນະວັດຕະຕຳຂອງສັງຄົມ ເຊິ່ງເປັນຕົວແທນໃຫ້ແກ່ອະນາຄົດ ຊາວໜຸ່ມແມ່ນປະຊາກອນສ່ວນໃຫຍ່ຂອງຫຼາຍໆປະເທດ ໃນປະເທດລາວ 59% ຂອງປະຊາກອນແມ່ນມີອາຍຸຕໍ່າກວ່າ 25 ປີ.

    ທ່ານນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ມີຄຳເຫັນກ່າວເປີດງານວ່າ :ງານດັ່ງກ່າວນີ້ເປັນໂອກາດໜຶ່ງສຳລັບຊາວໜຸ່ມໃນການສະແດງ ອະທິບາຍຄຸນຄ່າ ແລະ ຄວາມຄິດຂອງເຂົາເຈົ້າອອກມາເພື່ອແກ້ໄຂບັນຫາສາກົນຕ່າງໆຢ່າງເປັນຮູບປະທຳ ສຳລັບກິດຈະກຳພາຍປະກອບມີ ເວທີສຳມະນາ ແລະ ການຕັ້ງໂຕະວາງສະແດງຂອງບັນດາຄູ່ຮ່ວມພັດທະນາ ນອກນີ້ຍັງມີການຈັດການແຂ່ງຂັນທີ່ທ້າທ້າຍ ໂດຍໃຫ້ເຍົາວະຊົນລາວຈຳນວນ 30 ທີມ ຈະຕ້ອງໄດ້ແກ້ໄຂບັນຫາທີ່ເກີດຂຶ້ນໃນຊີວິດຈິງ ໂດຍນຳໃຊ້ຫຼັກການຕ່າງໆເພື່ອຮັບປະກັນຄວາມຍືນຍົງ ຜູ້ຊະນະແມ່ນໄດ້ຮັບລາງວັນເພື່ອໄປຈັດຕັ້ງປະຕິບັດແນວຄວາມຄິດເຂົາໃຈໃນຊຸມຊົນຂອງພວກເຂົາ.

    ທ່ານນາງ ສຸກສະເຫວີຍ ແກ້ວທຽມຈັນ ຜູ້ກໍ່ຕັ້ງ ZWL ໃຫ້ຮູ້ຕື່ມອີກວ່າ: ສຳລັບກິດຈະກຳໃນໄລຍະຜ່ານ ຜູ້ຊະນະແຕ່ລະຄົນໄດ້ມີໂອກາດທີ່ດີໃນການຮຽນຮູ້ ແລະ ຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ ເຊິ່ງຊ່ວຍໃຫ້ພວກເຂົາໄດ້ຮັບປະສົບການຕອນຍັງອາຍຸນ້ອຍ ແລະ ຍັງໄດ້ຊ່ວຍເຫຼືອຊຸມຊົນຂອງພວກເຂົາໄປພ້ອມ ດ້ວຍເຫດນີ້ທີມງານ Zero Waste Laos ຈິ່ງມີຄວາມຍິນດີຢູ່ສະເໝີທີ່ໄດ້ເຕົ້າໂຮມທຸກພາກສ່ວນທີ່ກ່ຽວຂ້ອງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ.

ສະຫະພາບ ເອີຣົບ ໄດ້ໃຫ້ການສະໜັບສະໜູນງານດັ່ງກ່າວ ອັນເປັນສ່ວນໜຶ່ງຂອງການປຸກລະດົມພາຍໃຕ້ຫົວຂໍ້ ເພື່ອໂລກຂອງເຮົາ ເຊິ່ງຖືກເປີດໂຕຂຶ້ນເພື່ອເປັນຍົກລະດັບຄວາມສຳຄັນຂອງບັນຫາດັ່ງກ່າວຢູ່ກອງປະຊຸມ COP27 ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ກອງປະຊຸມ COP15 ກ່ຽວກັບຊີວະນາໆພັນ ສຳລັບແນວຄວາມຄິດເບື້ອງຫຼັງການປຸກລະດົມດັ່ງກ່າວແມ່ນ ການເຄື່ອນໄຫວກິດຈະກຳດ້ານສິ່ງແວດລ້ອມ ແລະ ການອະນຸລັກທຳມະຊາດ ເປັນປັດໄຈອັນສຳຄັນສຳລັບການພັດທະນາແບບຍືນຍົງ ນອກນີ້ກໍ່ຍັງມີບັນດາອົງການຜູ້ໃຫ້ທຶນອື່ນໂດຍສະເພາະ ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ ອົງການສຸພະນິມິດ ແລະ ບໍລິສັດ ໄຟຟ້າ ນໍ້າເທີນ 2.

error: Content is protected !!