ການແຂ່ງຂັນກີລາປິງປ່ອງ ໃນ ຊຽງຂວາງ ເກມ ຊີງ 7 ຫຼຽນຄໍາ

    ການແຂ່ງຂັນກີລາປິ່ງປ່ອງ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ຈັດຂຶ້ນໃນວັນທີ 15 ທັນວາ 2022 ທີ່ເດີ່ນກີລາໃນຮົ່ມ ພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ໂດຍມີທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງ ມີຄະນະກຳມະການຈັດງານລະດັບຊາດ ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອລິມປິກແຫ່ງຊາດລາວ ພ້ອມຄະນະກຳມະການຈັດງານ ຄູເຝິກ ແລະ ນັກກີລາ ເຂົ້າຮ່ວມ.

    ການແຂ່ງຂັນກີລາປິງປ່ອງ ໃນງານມະຫະກຳກີລາແຫ່ງຊາດຄັ້ງນີ້ ຈະສຳເລັດວັນທີ 19 ທັນວາ 2022 ໂດຍມີນັກກີລາຈາກແຂວງຫຼວງພະບາງ ອຸດົມໄຊ ຜົ້ງສາລີ ຄຳມ່ວນ ບໍ່ແກ້ວ ຈຳປາສັກ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ແຂວງຊຽງຂວາງເຈົ້າພາບ 60 ຄົນ ຍິງ 20 ຄົນ ເຂົ້າຮ່ວມແຂ່ງຂັນ 7 ລາຍການ ຄື:ທີມຊາຍ ທີມຍິງ ດ່ຽວຊາຍ ດ່ຽວຍິງ ຊາຍຄູ່ ຍິງຄູ່ ແລະ ຄູ່ປະສົມຍິງ-ຊາຍ ເພື່ອຊີງ 7 ຫຼຽນຄຳ 7 ຫຼຽນເງິນ ແລະ 7 ຫຼຽນທອງ.

 ສີພອນ 16.12.2022

error: Content is protected !!