ແຂວງດຽນບຽນ-ອຸດົມໄຊ ເສີມຂະຫຍາຍການຮ່ວມມື

    ແຫຼງຂ່າວຈາກແຂວງອຸດົມໄຊ ໃຫ້ຮູ້ວ່າ: ຄະນະກຳມະການແນວໂຮມແຫ່ງຊາດ ແຂວງ ດຽນບຽນ ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ສປປ ລາວ ນຳໂດຍ ສະຫາຍ ຟາມ ຫວຽດ ຢຸງ ກຳມະການປະຈຳພັກແຂວງ ຮອງປະທານແນວໂຮມແຫ່ງຊາດ ຫວຽດນາມ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນວັນທີ 14 ທັນວາ 2022 ໂດຍມີ ສະຫາຍ ວັນນາ ແກ້ວສັນຕິ ກຳມະການປະຈຳພັກແຂວງ ກຳມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມຄະນະ ໃຫ້ການຕ້ອນຮັບ.

    ຈາກນັ້ນ ຄະນະຜູ້ແທນສອງຝ່າຍ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີສາມັກຄີສູ້ຮົບລາວ-ຫວຽດ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ລະນຶກດວງວິນຍານຂອງນັກຮົບປະຕິວັດ ທີ່ໄດ້ເສຍສະລະຊີວິດເພື່ອປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ.

    ວັນທີ 15 ທັນວາ 2022 ຄະນະກຳມະການແນວໂຮມແຫ່ງຊາດ ແຂວງດຽນບຽນ ກໍໄດ້ເຂົ້າພົບປະ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ປະທານສະມາຄົມມິດຕະພາບ ລາວ-ຫວຽດ ແຂວງອຸດົມໄຊ ສະຫາຍໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ຂອງຄະນະຜູ້ແທນແນວໂຮມແຫ່ງຊາດ ຫວຽດນາມ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ເຊິ່ງເປັນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງພັກ ສອງລັດ ໂດຍສະເພາະ ແມ່ນແຂວງອຸດົມໄຊ ກັບ ແຂວງດຽນບຽນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

    ຕໍ່ມາ ຄະນະກຳມະການແນວໂຮມແຫ່ງຊາດ ຫວຽດນາມ ແຂວງດຽນບຽນ ແລະ ຄະນະກຳມະການແນວລາວສ້າງຊາດ ແຂວງອຸດົມໄຊ ກໍໄດ້ເຂົ້າພົບປະແລກປ່ຽນບົດຮຽນຮ່ວມກັນ ເພື່ອສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ ແຕ່ປີ 2022-2024 ທັງສອງຝ່າຍໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳຮ່ວມກັນ ໂດຍຈະສຶບຕໍ່ເພີ່ມທະວີໂຄສະນາສຶກສາອົບຮົມກ່ຽວກັບມູນເຊື້ອການປະຕິວັດ ສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ໂດຍສະເພາະລະຫວ່າງ ແຂວງອຸດົມໄຊ-ດຽນບຽນ ເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມື ແລກປ່ຽນຂໍ້ມູນ ບົດຮຽນໃນການເຄື່ອນໄຫວວຽກງານແນວ ເພື່ອຍົກສູງພາລະບົດບາດ ຄວາມຮັບຜິດຊອບໃນການນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງວຽກງານແນວສອງແຂວງ ແລະ ພະນັກງານ-ລັດຖະກອນ ຂອງແຕ່ລະຝ່າຍ ເຫັນດີເປັນເອກະພາບ ສືບຕໍ່ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ແນວສອງແຂວງ ສອງປີຕໍ່ຄັ້ງ ຕາມຮູບແບບ ແລະ ພັດປ່ຽນກັນເປັນເຈົ້າພາບ.

error: Content is protected !!