ສໍາເລັດການແລກປ່ຽນບົດຮຽນການຈົດທະບຽນ ແລະ ສະຖິຕິພົນລະເມືອງ 6 ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ກອງປະຊຸມສໍາມະນາແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງລະຫວ່າງ 6 ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ກະຊວງພາຍໃນເປັນເຈົ້າພາບຈັດຂື້ນຢູ່ໂຮງແຮມພູນແມນແຂວງຫຼວງພະບາງ ໄດ້ອັດລົງວັນທີ 13 ທັນວາ 2022 ເປັນປະທານຮ່ວມຂອງທ່ານນນງ ລິວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ທ່ານນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ຕ່ຽວມິງ ຮອງຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາແຂວງຫຼວງພະບາງ ມີຜູ້ເຂົ້າຮ່ວມຈາກ 6 ປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄື: ສປປ ລາວ ສປ ຈີນ ສສ ຫວຽດນາມ ກໍາປູເຈຍ ມຽນມາ ໄທ ກອງເລຂາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ມີນາ 2016 ປະກອບມີປະເທດສະມາຊິກທີ່ມີນໍ້າຂອງໄຫຼຜ່ານຄື ກໍາປູເຈຍ ສປປ ລາວ ມຽນມາ ໄທ ແລະ ສສ ຫວຽດນາມ ໂດຍມີ ສປ ຈີນ ເປັນຄູ່ຮ່ວມພັດທະນາ ທັງນີ້ ເພື່ອສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ ພັດທະນາການເປັນປະເທດເພື່ອນບ້ານທີ່ດີ ດໍາເນີນການຮ່ວມມືຢ່າງເປັນຮູບປະທໍາ ແລະ ສົ່ງເສີມການພັດທະນາແບບຍືນຍົງໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະນາຂອງບັນດາປະເທດໃນອະນຸພາກພື້ນ ໂດຍມີກົນໄກການຮ່ວມມືໃນ 3 ເສົ້າຄໍ້າປະກອບມີ: ການເມືອງ-ຄວາມໝັ້ນຄົງ ການພັດທະນາເສດຖະກິດ ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນໃນພາກພື້ນແມ່ນໍ້າຂອງ.

                ໃນໂອກາດກ່າວປິດກອງປະຊຸມທ່ານນາງ ລິວົງ ລາວລີ ໄດ້ຕີລາຄາຜົນໄດ້ຮັບຂອງ ການດໍາເນີນກອງປະຊຸມສໍາມະນາຄັ້ງນີ້ວ່າ ຜູ້ເຂົ້າຮ່ວມກອງປະຊຸມຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເກັບກໍາໄດ້ບົດຮຽນອັນໃໝ່ຂອງພາກພື້ນກ່ຽວກັບວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ປະສົບການໃນການຈັດຕັ້ງປະຕິບັດຕົວຈິງຂອງບັນດາປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງທີ່ມີພາລະບົດບາດ ຄວາມຮັບຜິດຊອບຄ້າຍຄືກັນ ແລະ ແຕກຕ່າງກັນ ສ້າງເງື່ອນໄຂໃຫ້ບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ມີການແລກປ່ຽນບົດຮຽນປະສົບການໃນການເຮັດວຽກຕົວຈິງ ເຊິ່ງກັນ ແລະ ກັນກ່ຽວກັບວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງເຮັດໃຫ້ຜູ້ເຂົ້າຮ່ວມເຫັນໄດ້ວ່າວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງແມ່ນມີຄວາມສໍາຄັນຫຼາຍຕໍ່ກັບພົນລະເມືອງ ສາມາດຮັບໃຊ້ໄດ້ໃນທຸກຂົງເຂດວຽກງານ ແລະ ມີຄວາມຈໍາເປັນທີ່ສຸດຕໍ່ ສປປ ລາວ ມີຄວາມສຳຄັນ ແລະ ເປັນປະໂຫຍດສາມາດເປັນຂໍ້ມູນໃນການຄົ້ນຄວ້າ ປັບປຸງ ແລະ ພັດທະນາວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງໃຫ້ມີປະສິດທິພາບ ສ້າງສາຍພົວພັນອັນດີ ມີການແລກປ່ຽນທາງດ້ານຮີດຄອງປະເພີນີ ວັດທະນະທໍາ ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ການແລກປ່ຽນຂໍ້ມູນ ບົດຮຽນທາງດ້ານວິຊາການຮ່ວມກັນຢ່າງມີບັນຍາກາດ ແລະ ບົດຮຽນໃນຕໍ່ໜ້າ ເຫັນໄດ້ບັນຫາ ສິ່ງທ້າທ້າຍ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຂອງບັນດາປະເທດສະມາຊິກໃນການນໍາໃຊ້ລະບົບເອເລັກໂຕຣນິກ ແລະ ການຄຸ້ມຄອງນໍາໃຊ້ລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ແລະ ຂັ້ນຕອນຂອງການຈົດທະບຽນພົນລະເມືອງ ແລະ ການເກັບກໍາສະຖິຕິພົນລະເມືອງ ກົນໄກວິທີການໂຄສະນາເພື່ອໃຫ້ປະຊາຊົນມາຈົດທະບຽນພົນລະເມືອງໃນຕໍ່ໜ້າໃຫ້ຫຼາຍຂຶ້ນ.

error: Content is protected !!