ສຄອຊ ຮ່ວມກັບບໍລິສັດ ອາໂລເອກສພັດທະນາບຳລຸງຮັກສາລະບົບຊື້ຂາຍອອນລາຍຂອງຜະລິດຕະພັນລາວ

     ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ (ສຄອຊ) ແລະ ບໍລິສັດ ອາໂລເອກສ ຈຳກັດ ຈັດພິທີເຊັນສັນຍາຮ່ວມມືວ່າດ້ວຍການສ້າງ ພັດທະນາ ຄຸ້ມຄອງບໍລິຫານ ແລະ ບຳລຸງຮັກສາລະບົບຊື້ຂາຍອອນລາຍຂອງຜະລິດຕະພັນລາວ (Made in Laos e-Marketplace) ໃນວັນທີ 15 ທັນວາ 2022 ທີ່ ສຄອຊ ລົງນາມລະຫວ່າງທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ ແລະ ທ່ານນາງ ສຸລິນດາ ມະໂມທຳ ຮອງປະທານບໍລິສັດ ອາໂລເອກສ ຈຳກັດ ມີທ່ານ ສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສະຫະກຳ ແລະ ການຄ້າ ທ່ານ  ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມດ້ວຍປະທານບໍລິສັດ ອາໂລເອກສ ຈຳກັດ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີທ່ານນາງ ສຸລິນດາ ມະໂມທຳ ກ່າວວ່າ ການຮ່ວມມືລະຫວ່າງ ສຄອຊ ແລະ ບໍລິສັດ ອາໂລເອກສ ຈຳກັດ ໃນການສ້າງແພລດຟອມລະບົບຊື້ຂາຍອອນລາຍຂອງຜະລິດຕະພັນລາວ (Made in Laos e-Marketplace) ເຊິ່ງເປັນບາດກ້າວທີ່ສຳຄັນ ແລະ ຈຳເປັນໃນຍຸກເສດຖະກິດດີຈິຕອນ ເພາະຈະເປັນແພລດຟອມ B2B2C ເພຶ່ອໃຫ້ບໍລິການສິນຄ້າຂາຍຍ່ອຍອອນໄລນ໌ໃຫ້ກັບລູກຄ້າທັງພາຍໃນ ແລະຕ່າງປະເທດທີ່ມີຄວາມນິຍົມຊົມຊອບ ແລະ ຢາກສະໜັບສະໜູນສິນຄ້າຈາກລາວ ການທີ່ມີແພລດຟອມ E-commerce ບໍໄດ້ເປັນເລື່ອງໃໝ່ເພາະຫຼາຍປະເທດກໍໄດ້ມີການນຳໃຊ້ ແລະ ສປປ ລາວ ກໍມີບໍລິສັດ ຈຳນວນໜຶ່ງໄດ້ເຮັດແພລດຟອມນີ້ແລ້ວ  ແຕ່ Made in Laos e-Marketplace ຈະເປັນແພລດຟອມ ທີ່ມີເປົ້າໝາຍສະເພາະສຳລັບສິນຄ້າຂອງລາວທີ່ມີສ່ວນຮ່ວມລະຫວ່າງທ້ອງຖິ່ນ ແລະ ສູນກາງ ສະຖານທູດ ສະພາການຄ້າຂອງແຕ່ລະປະເທດເພື່ອສະໜັບສະໜູນສົ່ງເສີມຜະລິດຕະພັນລາວ ຊ່ວຍພັດທະນາຊຸມຊົນແບບຢັ້ງຢືນ ແລະ ຊ່ວຍການຄຸ້ມຄອງສະຖຽນລະພາບເງິນຕາຂອງປະເທດ ຫຼຸດຜ່ອນການນຳເຂົ້າ ສົ່ງເສີມການສົ່ງອອກຜະລິດຕະພັນພາຍໃນປະເທດ.

     ໂຄງການສ້າງ ພັດທະນາ ຄຸ້ມຄອງບໍລິຫານ ແລະ ບຳລຸງຮັກສາລະບົບຊື້ຂາຍອອນລາຍຂອງຜະລິດຕະພັນລາວສ້າງລະບົບ ຊື້ຂາຍ ອອນລາຍ ຂອງຜະລິດຕະພັນລາວໃຫ້ສາມາດບໍລິການໄດ້ຄົບວົງຈອນເປັນຕົ້ນ ການເຊື່ອມຕໍ່ກັບລະບົບຊຳລະ ແລະ ລະບົບຄຸ້ມຄອງການຂົນສົ່ງທີ່ທັນສະໄໝສ້າງເປັນລະບົບທີ່ຮອງຮັບການດຳເນີນທຸລະກຳທາງຄອມພີວເຕີ ແທບເລັດ ແລະ ໂທລະສັບໄດ້ ລະບົບປ້ອງກັນ ທາງໄຊເບີທີ່ທັນກັບຍຸກສະໄໝ ເຊື່ອມຕໍ່ສູນບໍລິການຂອງສະພາການຄ້າໃນແຕ່ລະແຂວງທັງແບບ Online ແລະ Offline ລະບົບສື່ສານໃນຮູບແບບການແຊັດພາຍໃນແອັບ ສາມາດເຊື່ອມຕໍ່ກັບລະບົບເກັບອາກອນແບບທັນສະໄໝ TaxRis ໄດ້ຜ່ານລະບົບ API ເຊື່ອມຕໍ່ກັບລະບົບອື່ນໆຂອງລັດຖະບານໄດ້ຜ່ານລະບົບ API ລະບົບຈັດການສິນຄ້າ  ຕິດຕາມສະຕ໊ອກ ແລະ ອໍເດີຂອງຫົວໜ່ວຍທຸລະກິດຕົນເອງ ລະບົບ ກະເປົາເງິນເອເລັກໂຕຣນິກສຳລັບຕິດຕາມຈຳນວນເງິນຍອດຂາຍ ການເບີກຖອນ ສຳລັບຜູ້ຂາຍ ລະບົບ ຊຳລະຄ່າສິນຄ້າຜ່ານທາງອອນໄລນ໌ ຜ່ານທະນາຄານ ແລະ ບັດຕ່າງໆ ລະບົບຊຳລະຄ່າສິນຄ້າຜ່ານທາງ Offline ຜ່ານຈຸດບໍລິການຕ່າງໆ ລະບົບຕິດຕາມການຂົນສົ່ງສິນຄ້າ ໂຄງການນີ້ຈະເປັນສ່ວນໜຶ່ງທີ່ຊ່ວຍ ສົ່ງເສີມ ແລະ ຜັກດັນການຫັນເປັນດີຈີຕອນຂອງຜູ້ປະກອບການລາວເພື່ອສາມາດແຂງຂັນໄດ້ທັງພາຍໃນແລະ ສາກົນໃນຍຸກຂອງການປ່ຽນແປງໃໝ.

error: Content is protected !!