ປະທານ ສນຊ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

    ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມແນວລາວສ້າງຊາດແຂວງອຸດົມໄຊ ໃນວັນທີ 13 ທັນວາ 2022 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງອຸດົມໄຊ ທ່ານ ວັນນາ ແກ້ວສັນຕິ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ແນວແນວລາວສ້າງຊາດແຂວງ.

    ທ່ານ ປະທານແນວລາວສ້າງຊາດແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານສະພາບລວມໃນການເຄື່ອນໄຫວວຽກງານລວມຂອງແຂວງ ແລະ ຂອງແນວລາວສ້າງຊາດ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນ, ດ້ານອ່ອນ ຂໍ້ຄົງຄ້າງ ບາງບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ຈຳນວນໜຶ່ງ ເປັນຕົ້ນ: ວຽກງານເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ, ຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ XI ຂອງສູນກາງແນວລາວສ້າງຊາດ ແລະ ມະຕິ VII ຂອງແນວລາວສ້າງຊາດແຂວງອຸດົມໄຊ ວຽກງານປັບປຸງກົງຈັກການຈັດຕັ້ງວຽກງານຊົນເຜົ່າ-ສາສະໜາ ເສີມຂະຫຍາຍສິດເປັນເຈົ້າ ແລະ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ແລະ ວຽກງານການການພົວພັນກັບຕ່າງປະເທດ ຂອງແນວລາວສ້າງຊາດ.

    ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ທີ່ຄະນະກຳມະການແນວລາວສ້າງຊາດແຂວງ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ແນວລາວສ້າງຊາດສືບຕໍ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາເຜົ່າ ເປັນເຈົ້າການໃນການຈັດຕັ້ງເຜີຍແຜ່ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕິດພັນກັບສອງວາລະແຫ່ງຊາດ ໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາ ເຜົ່າ ໄດ້ຮັບຮູ້ເຊຶ່ອມຊຶມ ໃຫ້ສຶບຕໍ່ຈັດຕັ້ງຜັນຂະຫຍາຍ 4 ການຫັນປ່ຽນຂອງວຽກງານແນວໂຮມ ຄື: ສ້າງການຫັນປ່ຽນດ້ານຈິດຕະນາການ ສ້າງການຫັນປ່ຽນທາງດ້ານລາຍຮັບ ສ້າງການຫັນປ່ຽນໃນຮູບການ-ວິທີການປຸກລະດົມຂົນຂວາຍ ແລະ ສ້າງການຫັນປ່ຽນຮູບແບບການຮ່ວມສຳພັນ ລະຫວ່າງອົງການພາຄີດ້ວຍກັນ ເຄື່ອນໄຫວວຽກງານຕາມ 4 ຮ ຄື: ເຮັດອັນທີ່ປະຊາຊົນຮຽກຮ້ອງ ໃຫ້ປະຊາຊົນຮູ້ ໃຫ້ປະຊາຊົນເຮັດ ແລະ ໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ ພະນັກງານແນວລາວສ້າງຊາດ ແຕ່ລະຂັ້ນ ປະຕິບັດຕາມ 4 ຄຸນລັກສະນະ ເນັ້ນຄຸນລັກສະນະ ຂອງພະນັກງານແນວລາວສ້າງຊາດ ຄື: ຕ້ອງມີຄຸນງາມຄວາມດີ ເປັນຜູ້ທີ່ມີຄຸນວຸດທິ ເປັນເຄົ້າຫຼັກຂອງຄວາມສາມັກຄີ ແລະ ເປັນຜູ້ທີ່ມີຄຸນນະທໍາ ເພື່ອເຮັດໃຫ້ການປະກອບສ່ວນ ຂອງແນວລາວສ້າງຊາດແຂວງອຸດົມໄຊ ເປັນຕົວຢ່າງໃຫ້ທ້ອງຖິ່ນອື່ນມາແລກປ່ຽນບົດຮຽນນຳ ພ້ອມກັນນັ້ນ ໃຫ້ສຶບຕໍ່ປຸກລະດົມຂົນຂວາຍປະຊາຊົນລາວບັນດາໃຫ້ມີຄວາມສາມັກຄີປອງດອງເປັນປຶກແຜ່ນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງຮ່ວມກັນຕ້ານ-ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວ.

error: Content is protected !!