ເປຕັງຄູ່ຍິງ ສາລະວັນ ບຽດຊະນະ ຜົ້ງສາລີ 11-10 ຄວ້າຫຼຽນຄຳ ຊຽງຂວາງ ເກມ

    ນາງ ໄກ່ທອງ ແກ້ວພິລາ ແລະ ນາງ ປິ່ນມະນີ ວົງສີ ສອງນັກກີລາເປຕັງປະເພດຄູ່ຍິງ ແຂວງສາລະວັນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໃນຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄຳ ສາມາດບຽດເອົາຊະນະ ນັກກີລາຈາກແຂວງຜົ້ງສາລີ ໄປໄດ້ແບບ ຫວຸດຫວິດ 11-10 ຄະແນນ ຄວ້າຫຼຽນຄຳ ກີລາເປຕັງປະເພດຄູ່ຍິງ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໄປຄອງໄດ້ສຳເລັດ.

    ການແຂ່ງຂັນກີລາເປຕັງ ປະເພດຄູ່ຍິງ ຮອບຊີງຊະນະເລີດ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແມ່ນໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2022 ທີ່ສະໜາມກີລາເປຕັງ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ ລະຫວ່າງ ແຂວງສາລະວັນ ພົບກັບ ແຂວງຜົ້ງສາລີ ເຊິ່ງນັກກີລາແຂວງສາລະວັນ ປະກອບມີ ນາງ ໄກ່ທອງ ແກ້ວພິລາ ແລະ ນາງ ປິ່ນມະນີ ວົງສີ ແລະ ນັກກິລາແຂວງຜົ້ງສາລີ ປະກອບມີ ນາງ ສາວມະນີ ຕຸ້ຍ ແລະ ນາງ ແສງມະລີ ສີພະວົງ ຜ່ານການແຂ່ງຂັນກວ່າຈະຕັດສິນໄຊຊະນະກັນໄດ້ຕ້ອງດວນກັນເຖິງ 9 ລ່ອງ ກ່ອນຈະເປັນຝ່າຍແຂວງສາລະວັນ ທີ່ເຂົ້າ ແລະ ຕີ ໄດ້ດີກວ່າ ບຽດເອົາຊະນະ ແຂວງສາລະວັນ ໄປໄດ້ແບບຫວຸດຫວິດ 11-10 ຄະແນນ ຄວ້າຫຼຽນຄຳ ເປຕັງປະເພດຄູ່ຍິງ ມາຄອງໄດ້ສຳເລັດ ສ່ວນແຂວງສາລະວັນ ໄດ້ຫຼຽນເງິນໄປຄອງ ແລະ ຫຼຽນທອງຮ່ວມ ຕົກເປັນຂອງນັກກີລາຈາກແຂວງຈຳປາສັກ ແລະ ກະຊວງປ້ອງກັນຄວາມສະຫງົບ.

    ສຳລັບການແຂ່ງຂັນກີລາເປຕັງ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ແມ່ນຈັດຂຶ້ນລະຫວ່າງວັນທີ 13-21 ທັນວາ 2022 ເຊິ່ງມີນັກກີລາຈາກ 21 ພາກສ່ວນເຂົ້າຮ່ວມ ໃນນັ້ນມີ 1 ນະຄອນຫຼວງ 17 ແຂວງ ແລະ 3 ກະຊວງ ຄື:ນະຄອນຫຼວງວຽງຈັນ ແຂວງຜົ້ງສາລີ ຫຼວງນໍ້າທາ ອຸດົມໄຊ ບໍ່ແກ້ວ ຫຼວງພະບາງ ຫົວພັນ ໄຊຍະບູລີ ຊຽງຂວາງ ໄຊສົມບູນ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ເຊກອງ ອັດຕະປື ແຂວງວຽງຈັນ ກະຊວງປ້ອງກັນຄວາມສະຫງົບ ກະຊວງປ້ອງກັນປະເທດ ແລະ ກະຊວງສາທາລະນະສຸກ.

    ການແຂ່ງຂັນມີການຊີງໄຊທັງໝົດ 11 ຫຼຽນຄໍາ 11 ຫຼຽນເງິນ ແລະ 22 ຫຼຽນທອງ ຂະນະທີ່ ແຂວງສາລະວັນ ແມ່ນໄດ້ສົ່ງເຂົ້າຮ່ວມແຂ່ງຂັນທັງໝົດ 11 ລາຍການ ຄື: ປະເພດດ່ຽວຍິງ-ຊາຍ ຄູ່ຍິງ-ຊາຍ ຄູ່ປະສົມຍິງ-ຊາຍ ທີມຊຸດປະສົມ (1 ຍິງ 2 ຊາຍ) ທີມຊຸດປະສົມ (2 ຍິງ 1 ຊາຍ) ຊຸດຕິ້ງຍິງ-ຊາຍ ແລະ ທີມຊຸດຍິງ-ຊາຍ ພ້ອມຕັ້ງເປົ້າໝາຍໄວ້ທີ່ 2 ຫຼຽນຄຳ 4 ຫຼຽນເງິນ ແລະ 4 ຫຼຽນທອງ.

 ສີພອນ 16.12.2022

error: Content is protected !!