ເອັດສຊີຈີ-ບິກບລູ ອວຍພອນປີໃໝ່ສາກົນ ໃນນາມສື່ ໜັງສືພິມວຽງຈັນໃໝ່

    ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ຄສ 2023 ທີ່ໄດ້ໜູນວຽນມາຄົບຮອບອີກ ວາລະໜຶ່ງ ຕາງໜ້າ ບໍລິສັດ ເອັດສຊີຈີ ທ່ານ ໄຊທັດ ຕົງສາລີ ຜູ້ຊ່ວຍຜູ້ອຳນວຍການອາວຸໂສ ສຳນັກງານແບຣນ ບໍລິສັດ ປູນຊີມັງໄທ ຈຳກັດ (SCG) ແລະ ທ່ານນາງ ນັດທະອອນ ມະຫິດຖິກຸນ ຜູ້ອຳນວຍການບໍລິສັດຟ້າໃຫຍ່ມີເດຍ ຈຳກັດ (ບິກບລູ) ໄດ້ນຳກະຕ່າຂອງຂວັນມາອວຍພອນ ໃນນາມສື່ ໜັງສືພິມວຽງຈັນ ໃໝ່ ໃນວັນທີ 15 ທັນວາ 2022 ຕາງໜ້າຮັບໂດຍທ່ານ ນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິ ການ ໜັງສືພິມວຽງຈັນໃໝ່.

    ໂອກາດນີ້ ທັງສອງຝ່າຍ ຕ່າງກໍໄດ້ຂອບໃຈໃນການຮ່ວມມືໂຄສະນາ ປະສາສຳພັນ ໃນໄລຍະຜ່ານ ມາ ແລະ ຈະພ້ອມກັນສືບຕໍ່ໂຄສະນາປະສາສຳພັນ ຕາມໜ້າທີ່ພາລະບົດບາດຂອງຕົນ ແລະ ອວຍໄຊ ໃຫ້ ພອນເຊິ່ງກັນ ແລະ ກັນ ເພື່ອສືບຕໍ່ປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສຳເລັດ ຕາມຈູດປະສົງເປົ້າໝາຍ ທີ່ວາງໄວ້.

error: Content is protected !!