ການແຂ່ງຂັນກີລາບານເຕະ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ນັດສຸດທ້າຍຮອບແບ່ງກຸ່ມ ກຸ່ມ ງ ໃນວັນທີ 15 ທັນວາ 2022 ທີ່ສະໜາມໄຊຊະນະ ແຂວງສາລະວັນ ໄລ່ຕີສະເໝີ ແຂວງຫົວພັນ 2-2 ກອດຄໍກັນເຂົ້າຮອບ 8 ທີມສຸດທ້າຍ ສ່ວນຜົນອີກຄູ່ໃນກຸ່ມດຽວກັນ ສະຫວັນນະເຂດ ເຖິງຈະຊະນະ ຫຼວງພະບາງ 2-0 ເກັບເພີີ່ມເປັນ 4 ຄະແນນເທົ່າກັບ ຫົວພັນ ແຕ່ລາຍການນີ້ໃຊ້ເຮດທູເຮດຕັດສິນເຂົ້າຮອບ ໂດຍຫົວພັນ ຊະນະ ສະຫວັນນະເຂດ ມາກ່ອນ 1-0 ເຮັດໃຫ້ ສາລະວັນ ມີ 5 ຄະແນນເຂົ້າຮອບ ໃນຖານະອັນດັບ 1 ກຸ່ມ ງ ແລະ ຫົວພັນ ມີ 4 ຄະແນນ ເຂົ້າຮອບໃນຖານະອັນດັບ 2 ຂອງກຸ່ມ ຂະນະທີ່ ສະຫວັນນະເຂດ ມີ 4 ຄະແນນຕົກຮອບໄປເຊັ່ນດຽວກັບ ຫຼວງພະບາງ ທີ່ມີ 3 ຄະແນນ.

ສ່ວນຕາຕະລາງການແຂ່ງຂັນຮອບ 8 ທີມສຸດທ້າຍ ຈະແຂ່ງຂັນໃນວັນທີ 17 ທັນວາ 2022 ເວລາ 13:00 ໂມງ ແຂວງວຽງຈັນ ພົບ ແຂວງຈຳປາສັກ ແລະ ເວລາ 15:15 ໂມງ ແຂວງເຊກອງ ພົບ ແຂວງຫົວພັນ ແຂ່ງຂັນຢູ່ທີ່ສະໜາມໄຊຊະນະ ເວລາ 13:00 ໂມງ ແຂວງຄຳມ່ວນ ພົບ ນະຄອນຫຼວງວຽງຈັນ ແລະ ເວລາ 15:15 ໂມງ ແຂວງສາລະວັນ ພົບ ແຂວງຊຽງຂວາງ ແຂ່ງຂັນຢູ່ທີ່ສະໜາມໄຫຫີນ.



ສີພອນ 16.12.2022