ສໍາເລັດຝືກອົບຮົມເຝົ້າລະວັງຕາມຕົວຊີ້ວັດ 18 ພະຍາດ ແລະ ພະຍາດຕາມເຫດການ

    ໃນວັນທີ 14  ທັນວາ 2022 ຢູ່ທີຫ້ອງປະຊຸມ ຫ້ອງການສາທາລະນະສຸກເມືອງຫົງສາ ພະນັກງານ ແພດໝໍ 11 ເມືອງທົ່ວແຂວງໄຊຍະບູລີ ໄດ້ສໍາເລັດ ເຝິກອົບຮົມ ເຝົ້າລະວັງຕາມຕົວຊີ້ວັດ 18 ພະຍາດ ແລະ ພະຍາດຕາມເຫດການ  ໂດຍເປັນປະທານ ຂອງທ່ານ ດຣ ສົມບູນ ທໍາມະລັດ ຫົວໜ້າຫ້ອງການສາທາລະນະສຸກເມືອງຫົງສາ ມີທ່ານ ດຣ ສຸພັດ ໃຈເລີດ ຮອງຫົວໜ້າຂະແໜງ ຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງໄຊຍະບູລີ ວິທະຍາກອນຈາກຂັ້ນແຂວງ ນັກສໍາມະນາກອນຫ້ອງການສາທາລະນະສຸກ ຈາກ 11 ເມືອງ ທົ່ວແຂວງໄຊຍະບູລີ  ເຂົ້າຮ່ວມ.

    ຊຸດເຝິກອົບຮົມຄັ້ງນີ້ ນັກສໍາມະນາກອນໄດ້ຮຽນຮູ້ ການສາທິດກະກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດ ການລົງຊຸກຍູ້ ການເຝົ້າລະວັງ ແລະ ການຕອບໂຕ້ ການລະບາດຂອງພະຍາດ ໃຫ້ແກ່ແພດໝໍຂັ້ນ ເມືອງ ແລະ ໂຮງໝໍນ້ອຍ ເພື່ອປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງພະນັກງານແພດໝໍ ໃນການຈັດຕັ້ງປະຕິບັດວຽກງານການເຝົ້າລະວັງຕາມຕົວຊີ້ວັດ 18 ອາການຂອງພະຍາດ ນອກຈາກນີ້ຍັງໄດ້ຮຽນຮູ້ໃນການປະຕິບັດຕົວຈິງ ເປັນຕົ້ນ ການຈໍາລອງເຫດການ ເຝິກເປັນຜູ້ອໍານວຍຄວາມສະດວກວຽກງານການເຝົ້າລະຫວັງດ້ານລະບາດຕາມລະດູການໃຫ້ທັນເຫດການ ເພື່ອເຮັດໃຫ້ການຕ້ານ ແລະ ຄວບຄຸມການແຜ່ລະບາດຂອງພະຍາດຕ່າງໆລຸດລົງໄປເທື່ອລະກ້າວ ແລະ ກິດຈະກໍາອື່ນໆ ຜ່ານການອົບຮົມເຫັນວ່ານັກສໍາມະນາກອນທຸກທ່ານ ແມ່ນໄດ້ຮັບຮູ້ ແລະ ເຂົ້າໃຈ 80 ສ່ວນຮ້ອຍຂຶ້ນໄປ.

    ໂອກາດນີ້ປະທານກອງປະຊຸມໄດ້ ໃຫ້ກຽດໂອ້ລົມຊີ້ນໍາໃຫ້ນັກສໍາມະນາກອນ ຈົ່ງພ້ອມກັນເອົາເນື້ອໃນຈິດໃຈ ການເຝິກອົບຮົມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍຢູ່ໃນກົມກອງ ຮາກຖານຕົນໃຫ້ໄດ້ຜົນດີ ແລະ ເນັ້ນ ໜັກໃຫ້ແຕ່ລະເມືອງ ສືບຕໍ່ອົບຮົມໃຫ້ພະນັກງານວິຊການ ລົງຕິດພະຍາດຕ່າງໆຢູໂຮງໝໍ ແລະ ສຸກສາລາຂອງຕົນໃຫ້ທ່ວງທັນກັບເວລາ.

error: Content is protected !!