ກະຕໍ້ຄູ່ຊຸດຊາຍ ປກສ ເອົາຊະນະ ຊຽງຂວາງເຈົ້າພາບ ຄວ້າຫຼຽນຄໍາ ຊຽງຂວາງ ເກມ

ການແຂ່ງຂັນກີລາກະຕໍ້ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ເລີ່ມແຂ່ງຂັນ ໃນວັນທີ 9 ທັນວາ 2022 ທີ່ເດີນໃນຮົມວິທະຍາໄລຄັງໄຂ ເມືອງແປກ ແລະ ຈະດໍາໄປຮອດວັນທີ 19 ທັນວາ 2022 ໃນນີ້ ແຂ່ງຂັນກັນ 2 ປະເພດຄື: ກະຕໍ້ຊິນລອນ ແລະ ກະຕໍ້ ໂດຍຈະມີການຊີງຫຼຽນຄຳທັງໝົດ ຈຳນວນ 14 ຫຼຽນຄໍາ 14 ຫຼຽນເງິນ ແລະ 28 ຫຼຽນທອງ.

ສໍາລັບກີລາກະຕໍ້ ແມ່ນມີ 11 ພາກສ່ວນເຂົ້າຮ່ວມແຂງຂັນ ປະກອບມີ: ນະຄອນຫຼວງວຽງຈັນ ແຂວງບໍ່ແກ້ວ ຫຼວງພະບາງ ຊຽງຂວາງ ເຈົ້າພາບ ອັດຕະປື ບໍລິຄໍາໄຊ ຄໍາມ່ວນ ສະຫວັນນະເຂດ ຈໍາປາສັກ ກະຊວງ ປກສ ແລະ ກະຊວງປ້ອງກັນປະເທດ.

ສະເພາະກະຊວງ ປກສ ໄດ້ສົ່ງນັກກີລາລົງແຂ່ງຂັນ 9 ຄົນ ເຂົ້າຮ່ວມແຂ່ງຂັນປະເພດກະຕໍ້ ຈໍານວນ 3 ລາຍການຄື: ທີມຄູ່ຊຸດຊາຍ ຄູ່ດ່ຽວຊາຍ ແລະ ທີມດ່ຽວຊາຍ ເຊິ່ງໄດ້ເລີ່ມແຂ່ງຂັນລາຍການ ທີມຄູ່ຊຸດຊາຍ ໃນວັນທີ 11 ທັນວາ 2022 ໄດ້ຜ່ານຮອບຄັດເລືອກ ແລະ ຊີງຫຼຽນຄໍາ ໃນວັນທີ 15 ທັນວາ 2022 ພົບກັບ ແຂວງຊຽງຂວາງ ເຈົ້າພາບ ສາມາດເອົາຊະນະ ຄວ້າຫຼຽນຄໍາມາຄອງ ໃນລານການນີ້ ແລະ ຈະສືບຕໍ່ແຂ່ງຂັນອີກ 2 ລາຍການ ຄູ່ດ່ຽວຊາຍ ແລະ ທີມດ່ຽວຊາຍ.

 ສີພອນ 16.12.2022

error: Content is protected !!