ສິນຄ້າໂອດ໋ອບ 60 ກວ່າລາຍການ ເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ 5 ແຂວງພາກເໜືອ 1 ແຂວງພາກກາງ

    ສິນຄ້າໂອດ໋ອບ 60 ກວ່າລາຍການ ເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ 5 ແຂວງພາກເໜືອ ແລະ 1 ແຂວງພາກກາງ ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນຄ້າຍວັນເກີດຂອງປະທານ ໄກ ສອນ ພົມວິຫານ ຄົບຮອບ 102 ປີ ສະເຫຼີມສະຫຼອງງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງ ເກມ 2022) ສະເຫຼີມສະຫຼອງໄຫຫີນ ເປັນມໍລະດົກໂລກ ແລະ ກະກຽມສົມໂພດພະເຈົ້າໃຫຍ່ອົງຫຼວງປະທານພອນ ຢູ່ແຂວງຊຽງຂວາງ.

    ທ່ານ ບົວວອນ ວົງປັນຍາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ ຫົວໜ້າຜູ້ຊີ້ນຳວຽກງານສົ່ງເສີມວິສາຫະກິດ ແລະ ການຄ້າ ໃຫ້ສໍາພາດວັນທີ 15 ທັນວາ 2022 ວ່າ: ຈຸດປະສົງການຈັດວາງສະແດງ ແລະ ຂາຍສິນຄ້າຄັ້ງນີ້ ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ສະເຫຼີມສະຫຼອງງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ງານສະເຫຼີມສະຫຼອງໄຫຫີນເປັນມໍລະດົກໂລກ ແລະ ກະກຽມສົມໂພດພະເຈົ້າໃຫຍ່ອົງຫຼວງປະທານພອນ ເພື່ອສ້າງໂອກາດໃຫ້ຜູ້ຊື້ ແລະ ຜູ້ຂາຍມາພົບກັນເພື່ອເຈລະຈາທາງທຸລະກິດແບບຕົວຕໍ່ຕົວ ເຮັດໃຫ້ຜູ້ປະກອບການເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງງານຈັດວາງສະແດງສິນຄ້າ ທີ່ຖືເປັນເຄື່ອງມືການຕະຫຼາດທີ່ສຳຄັນສາມາດຊ່ວຍໃຫ້ພາກສ່ວນທຸລະກິດຕ່າງໆທີ່ມາວາງສະແດງນໍາສະເໜີຂາຍ ຫຼື ໂຄສະນາສິນຄ້າໃຫ້ກຸ່ມລູກຄ້າຖືກເປົ້າ ໝາຍ ທັງເປັນສື່ກາງທີ່ມີປະສິດທິຜົນໃນການເລີ່ມຕົ້ນ ແລະ ຮັກສາຄວາມສຳພັນ ລະຫວ່າງຜູ້ປະກອບການ ແລະ ລູກຄ້າ ເພື່ອນຳໄປສູ່ອຸດສາຫະກຳ ແລະ ທຸລະກິດຂອງຜູ້ປະກອບການມີປະສິດທິຜົນ ແລະ ເປັນຊ່ອງທາງການສື່ສານຄຸນລັກສະນະທີ່ດີໃຫ້ຜູ້ມາວາງສະແດງ ພ້ອມນີ້ ຜູ້ມາຮ່ວມງານຍັງໄດ້ຂໍ້ມູນສິນຄ້າໃໝ່ເພື່ອຕິດຕໍ່ສືສານການຊື້-ຂາຍສິນຄ້າໃນອະນາຄົດ ແລະ ຊ່ວຍຜູ້ປະກອບການປັບປຸງທັກສະການຂາຍ ເປັນເງື່ອນໄຂການພັດທະນາສິນຄ້າໃຫ້ສາມາດສົ່ງອອກໃຫ້ນັບມື້ຂະຫຍາຍຕົວ ແລະ ເປີດໂອກາດໃຫ້ຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ໄດ້ແລກປ່ຽນບົດຮຽນ ກ້າວໄປເຖິງການຊື້-ຂາຍໃຫ້ກວ້າງຂວາງ ເຮັດໃຫ້ນັກທ່ອງທ່ຽວພາຍໃນແຂວງ ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າທ່ຽວຊົມງານວາງສະແດງສິນຄ້າ ສ້າງເງື່ອນໄຂໃນການຊຸກຍູ້ ສົ່ງເສີມຜູ້ຜະລິດ ເພື່ອພັດທະນາສິນຄ້າເພື່ອທົດແທນການນໍາເຂົ້າເທື່ອລະກ້າວ.

    ງານວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ 5 ແຂວງພາກເໜືອ ແລະ 1 ແຂວງພາກກາງຄັ້ງນີ້ ປະກອບມີ 38 ຫ້ອງວາງສະແດງ ໂດຍສິນຄ້າທີ່ນຳມາວາງຂາຍສ່ວນໃຫຍ່ມີສິນຄ້າໂອດ໋ອບຂອງແຂວງຊຽງຂວາງ 20 ຫົວໜ່ວຍ 22 ລາຍການ ມູນຄ່າ 3 ຕື້ກວ່າກີບ ບັນດາຫົວໜ່ວຍຜະລິດສິນຄ້າໂອດ໋ອບບາງແຂວງພາກເໜືອ ແລະ ພາກກາງ 42 ລາຍການ ມູນຄ່າ 130 ລ້ານກວ່າກີບ ນອກນີ້ ຍັງມີຜະລິດຕະພັນກະສິກຳຂອງພະແນກກະສິກຳ ແລະ ປ່າໄມ້ ແລະ ສິນຄ້າທ່າແຮງຂອງແຂວງຊຽງຂວາງອີກຈຳນວນໜຶ່ງ ໂອກາດນີ້ ກໍຂໍເຊີນຊວນປະຊາຊົນລາວບັນດາເຜົ່າ ລວມທັງແຂກພາຍໃນ ແລະ ຕ່າງເທດ ມາທ່ຽວຊົມງານວາງສະແດງ ແລະ ຂາຍສິນຄ້າຄັ້ງນີ້ດ້ວຍ ເຊິ່ງເລີ່ມມາແຕ່ວັນທີ 13 ທັນວາ 2022 ໄຂເປັນທາງການວັນທີ 15 ທັນວາ 2022 ແລະ ຈະດໍາເນີນໄປຮອດວັນທີ 22 ທັນວາ 2022.

(ສະບາໄພ )

error: Content is protected !!