ອີງຕາມບົດລາຍງານເພີ່ມເຕີມ ຂອງທະນາຄານພັດທະນາອາຊີ (ADB) ກ່ຽວກັບການຄາດຄະເນການພັດທະນາໃນອາຊີ (ADO) ທີ່ເຜີຍແຜ່ວັນທີ 15 ທັນວາ 2022 ເຊິ່ງADB ຍັງຮັກສາການຄາດຄະເນການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ຢູ່ໃນລະດັບທີ່ແນ່ນອນ ໃນຂະນະທີ່ການຄາດຄະເນອັດຕາເງິນເຟີ້ໃນປີ 2022 ຂອງລາວທີ່ເພີ່ມສູງຂຶ້ນ.

ADB ໄດ້ຊີ້ໃຫ້ເຫັນໃນບົດລາຍງານດັ່ງກ່າວວ່າ: ອັດຕາເງິນເຟີ້ຍັງສືບຕໍ່ເພີ່ມຂຶ້ນໃນເສດຖະກິດທົ່ວອາຊີ ແລະ ປາຊີຟິກ ຈາກລາຄາພະລັງງານ ແລະ ສະບຽງອາຫານທີ່ສູງ ເຊິ່ງສາເຫດຫຼັກມາຈາກຜົນກະທົບຈາກຄວາມຂັດແຍ່ງລະຫວ່າງປະເທດມະຫາອຳນາດ ໃນຂະນະທີ່ລາຄານ້ໍາມັນ ອາຍແກັສ ແລະ ອາຫານໃນທົ່ວໂລກ ໄດ້ຫຼຸດລົງຈາກຈຸດສູງສຸດໃນຕົ້ນປີ ແຕ່ລາຄາຍັງຄົງສູງກວ່າກ່ອນທີ່ມີການຣຸກຮານຂອງປະເທດມະຫາອຳນາດ ເຊິ່ງບົດລາຍງານຄາດຄະເນຊີ້ໃຫ້ເຫັນວ່າ ບັນຫາດັ່ງກ່າວໄດ້ສົ່ງຜົນກະທົບໃນແຕ່ລະປະເທດ ໂດຍສະເພາະ ອັດຕາເງິນເຟີ້ໃນ ສປປ ລາວ ໃນປີ 2022 ຈະຢູ່ໃນລະດັບສະເລ່ຍປະມານ 23% ກ່ອນທີ່ຈະຫຼຸດລົງເປັນ 10% ໃນປີ 2023 ໂດຍຄວາມກົດດັນຂອງອັດຕາເງິນເຟີ້ ຄາດວ່າຈະສືບຕໍ່ໃນໄລຍະສັ້ນ ຈາກນະໂຍບາຍເຄັ່ງຄັດຂອງທະນາຄານກາງໃນທົ່ວໂລກ ໃນສະພາບການອ່ອນຄ່າຂອງສະກຸນເງິນທ້ອງຖິ່ນ.
ທ່ານ Sonomi Tanaka ຜູ້ຕ່າງໜ້າ ADB ປະຈໍາ ສປປ ລາວ ກ່າວວ່າ: “ມັນມີຄວາມສໍາຄັນທີ່ໃຫ້ມີຄວາມພະຍາຍາມປະສານງານໃນການແກ້ໄຂຜົນກະທົບຈາກການອ່ອນຄາຂອງເງິນຕາ ຕໍ່ອັດຕາເງິນເຟີ້ພາຍໃນປະເທດ ໂດຍສະເພາະແມ່ນຕໍ່ລາຄາອາຫານ ແລະ ນໍ້າມັນເຊື້ອໄຟ ເນື່ອງຈາກການເໜັງຕີງຂອງລາຄາສິນຄ້າເຫຼົ່ານີ້ ສ້າງຜົນກະທົບຕໍ່ຜູ້ທຸກຍາກ ແລະ ຜູ້ມີຄວາມສ່ຽງທີ່ບໍ່ສະເໝີພາບກັນ.”
ກໍລະນີສຶກສາໃໝ່ຂອງ ADB ທີ່ນຳອອກເຜີຍແຜ່ໃນວັນທີ 15 ທັນວາ 2022 ການພັດທະນາຕະຫຼາດພັນທະບັດລັດຖະບານ ສະກຸນເງິນທ້ອງຖິ່ນໃນຕະຫຼາດທີ່ເກີດໃໝ່ ໃນພາວະໂລກລະບາດໂຄວິດ-19 ໄດ້ຍົກໃຫ້ເຫັນເຖິງວິທີການພັດທະນາຕະຫຼາດ ພັນທະບັດລັດຖະບານ ສະກຸນເງິນທ້ອງຖິ່ນໃນ ສປປ ລາວ ສາມາດຊ່ວຍເພີ່ມຄວາມເຂັ້ມແຂງໃຫ້ແກ່ການຟື້ນຟູເສດຖະກິດ ແລະ ສ້າງຄວາມຍືດຍຸ່ນຕໍ່ການປ່ຽນແປງແຮງໃນອະນາຄົດ “ການລົງເລິກຕະຫຼາດການເງິນພາຍໃນ ໂດຍສະເພາະພັນທະບັດລັດຖະບານສະກຸນເງິນທ້ອງຖິ່ນ ໃຫ້ຜົນປະໂຫຍດທີ່ຫຼາກຫຼາຍ ລວມທັງການຍົກສູງຄວາມອາດສາມາດຂອງເສດຖະກິດ ທີ່ຈະຕອບສະຫນອງຕໍ່ການປ່ຽນແປງແຮງ ແລະ ສະໜອງແຫຼ່ງທຶນທີ່ໝັ້ນຄົງໃຫ້ແກ່ລັດຖະບານໃນລາຄາທີ່ເໝາະສົມ ແລະ ອາຍຸພັນທະບັດຕາມຄວາມຕ້ອງການ ແລະ ເສດຖະກິດເຫຼົ່ານັ້ນທີ່ມີຄວາມຄືບໜ້າໃນການລົງເລິກຕະຫຼາດເງິນຕາທ້ອງຖິ່ນຂອງຕົນ ແມ່ນໄດ້ຮັບການປ້ອງກັນຫຼາຍກວ່າຈາກການປ່ຽນແປງກະທັນຫັນຂອງເງິນຕາ.”
ການໝູນໃຊ້ປະສົບການຈາກການລິເລີ່ມຕະຫຼາດພັນທະບັດອາຊີ ກໍລະນີສຶກສາ ໄດ້ວາງມາດຕະການໄລຍະສັ້ນ ແລະ ກາງ ທີ່ສາມາດຊ່ວຍປັບປຸງປະສິດທິພາບຂອງຕະຫຼາດພັນທະບັດລັດຖະບານ ລວມທັງການຄຸ້ມຄອງກະແສເງິນສົດຂອງລັດຖະບານ ແລະ ໜີ້ສິນສາທາລະນະຢ່າງມີປະສິດທິຜົນ.
ADB ມີຄວາມມຸ່ງໝັ້ນທີ່ຈະບັນລຸເຮັດໃຫ້ພາກພື້ນອາຊີ ແລະ ປາຊີຟິກມີຄວາມຈະເລີນກ້າວໜ້າ ແລະ ທົ່ວເຖິງ ພ້ອມຮັບກັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນໃນການລົບລ້າງຄວາມທຸກຍາກ ເຊິ່ງສ້າງຕັ້ງຂຶ້ນໃນປີ 1966 ADB ປັດຈຸບັນມີສະມາຊິກ 68 ປະເທດ ໃນນີ້ມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.