ເລີ່ມແຂ່ງຂັນກີລາກ໊ອຟ ໃນ ຊຽງຂວາງ ເກມ 2022

    ການແຂ່ງຂັນກີລາກ໊ອຟ ໃນງານມະຫະກີລາແຫ່ງຊາດ ຄັ້ງທີ 11​ ຫຼື  ຊຽງຂວາງ ເກມ 2022 ໄດ້ເລີ່ມຂຶ້ນແລ້ວ ໃນວັນທີ 15 ທັນວາ 2022 ຢູ່ສະໜາມກ໊ອຟພູກູດທອງຄຳ ເມືອງແປກ ແຂວງຊຽງຂວາງ ໂດຍໄດ້ແບ່ງອອກເປັນ 2 ປະເພດຄື: ປະເພດດ່ຽວ ແລະ ປະເພດທີມ ແລະ ຈະຊີງ 10 ຫຼຽນຄຳ 10 ຫຼຽນເງິນ ແລະ 10 ຫຼຽນທອງ.

    ສໍາລັບກີລາກ໊ອຟ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 74 ຄົນ ຈາກ 14 ແຂວງ 1 ນະຄອນຫຼວງ ກະຊວງສາທາລນະສຸກ ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ ເຊິ່ງການແຂ່ງຂັນແບ່ງອອກເປັນ 18 ກຸ່ມໆລະ 4 ຄົນ ແລະ ແຂ່ງຂັນມື້ລະ 18 ຂຸມ ສ່ວນຜົນການແຂ່ງຂັນຈະໄດ້ສະຫຼຸບໃນມື້ສຸດທ້າຍຂອງການແຂ່ງຂັນ (ຮອບຊີງຊະນະເລີດ) ແລະ ການມອບຫຼຽນໃຫ້ຜູ້ຊະນະເລີດ ຈະຈັດຂຶ້ນໃນຕອນແລງວັນທີ 17 ທັນວາ 2022 ຢູ່ສະໜາມກ໊ອຟພູກູດທອງຄຳ.

# ຂ່າວ – ພາບ :  ສີພອນ

error: Content is protected !!