ສອງນະຄອນຮ່ວມກັນສຳມະນາປັບປຸງ ແລະ ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ

    ວັນທີ 15 ທັນວາ 2022 ຢູ່ໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ຈັດກອງປະຊຸມສຳມະນາວິທະຍາສາດ ໃນຫົວຂໍ້: “ປັບປຸງ ແລະ ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ ນວ ແລະ ນະຄອນໂຮຈິມີງ” ເປັນປະທານຮ່ວມຂອງທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາພັກ ນວ ທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ແລະ ທ່ານ ຫງວຽນ ເຕີນ ຟາດ ຫົວໜ້າສະຖາບັນກໍ່ສ້າງພະນັກງານ ນະຄອນໂຮ່ຈິມິງ ສສ ຫວຽດນາມ ພ້ອມຄະນະ ມີບັນດາຫົວໜ້າພະແນກ ຮອງພະແນກ ເຈົ້າເມືອງ ຮອງເຈົ້າເມືອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມໃນຄັ້ງນີ້ ໄດ້ນຳສະເໜີບົດວິທະຍາສາດຂອງ ນວ 6 ບົດຄື ເພີ່ມທະວີການນຳພາຂອງພັກ ຕໍ່ການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດການເງິນຢູ່ ນວ ການຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນຢູ່ ນວ ໃນໄລຍະໃໝ່ ເພີ່ມທະວີການນຳພາຂອງພັກ ຕໍ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່ ຢູ່ ນວ ເພີ່ມທະວີບົດບາດການນຳພາຂອງອົງຄະນະພັກ ນວ ຕໍ່ວຽກງານປ້ອງກັນຄວາມສະຫງົບຢູ່ ນວ ການເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານ ສະມາຊິກພັກຢູ່ ນວ ແລະ ບົດວິທະຍາສາດຝ່າຍຫວຽດນາມ 10 ບົດຄື ຜົນກະທົບຂອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຕໍ່ວຽກງານກໍ່ສ້າງ ແລະ ປັບປຸງປົວແປງພັກຢູ່ນະຄອນໂຮ່ຈີມິງໃນປັດຈຸບັນ ບັນດາໝາກຜົນທີ່ພົ້ນເດັ່ນໃນວຽກງານກໍ່ສ້າງພັກຂອງອົງຄະນະພັກນະຄອນໂຮ່ຈີມິງ ແຕ່ປີ 2000 ມາຮອດປັດຈຸບັນ ສ້າງແຜນກໍານົດພະນັກງານ ແມ່ນຂອດໜຶ່ງທີ່ສໍາຄັນໃນວຽກງານກໍ່ສ້າງພັກ-ພຶດຕິກໍາຕົວຈິງຢູ່ນະຄອນໂຮ່ຈີມິງ ບົດຮຽນບາງປະເທດໃນການຫັນເປັນດິຈີຕອນ ແລະ ຄວາມໝາຍແອບແຝງດ້ານນະໂຍບາຍໃຫ້ແກ່ຫວຽດນາມ ກໍ່ສ້າງວັດທະນະທໍາການເມືອງຂອງອົງຄະນະພັກນະຄອນໂຮ່ຈີມິງ ໃນໄລຍະປັດຈຸບັນ ຍູ້ແຮງການກໍ່ສ້າງ ປັບປຸງປົວແປງພັກຢູ່ອົງຄະນະພັກນະຄອນໂຮ່ຈີມິງ ແລະ ນວ ເພີ່ມທະວີການນຳພາຂອງພັກ ຕໍ່ກັບອໍານາດການຄອງຕົວເມືອງ ຢູ່ນະຄອນໂຮ່ຈີມິງ ບົດບາດການນໍາພາຂອງພັກໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມຢູ່ນະຄອນໂຮ່ຈີມິງ ອົງຄະນະພັກນະຄອນໂຮ່ຈິມິງ ຖືສຳຄັນໃນການສ້າງພັກທາງດ້ານການເມືອງ ແນວຄິດ ຄຸນສົມບັດ ແລະ ຄວາມຈຳເປັນໃນການປັບປຸງວຽກງານປົກປ້ອງແນວຄິດຂອງພັກ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!