AFFA ຫາລືການຮ່ວມມືວຽກງານຂົນສົ່ງ

     ສະຫະພັນສະມາຄົມຜູ້ຂົນສົ່ງສິນຄ້າອາຊຽນ (AFFA) ຈັດກອງປະຊຸມຄັ້ງທີ 32 ເພື່ອປືກສາຫາລືການຮ່ວມມືວຽກງານການຂົນສົ່ງອາຊຽນ ຂຶ້ນວັນທີ 9 -11 ທັນວາ 2022 ຢູ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ Yukki Nugrahawan Hanafi ປະທານ AFFA ຈາກອິນໂດເນເຊຍ ມີທ່ານ Satvinder Singh ຮອງເລຂາທິການໃຫຍ່ອາຊຽນສຳລັບປະຊາຄົມເສດຖະກິດອາຊຽນ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂທທິການ ແລະ ຂົນສົ່ງ ພ້ອມດ້ວຍສະມາຊິກ AFFA ທີ່ເປັນຕົວແທນຂອງສະມາຄົມຢູ່ແຕ່ລະປະເທດໃນອາຊຽນເຂົ້າຮ່ວມ.

      ກອງປະຊຸມຄັ້ງນີ້ ເປັນເຫດການສຳຄັນໃນຂະແໜງອຸດສາຫະກຳການຂົນສົ່ງ ເວົ້າລວມ ເວົ້າສະເພາະແມ່ນການຂົນສົ່ງພາຍໃນບັນດາປະເທດອາຊຽນດ້ວຍກັນ ທີ່ໄດ້ຮັບການສະໜັບສະໜູນຢ່າງເປັນທາງການຈາກກອງເລຂາອາຊຽນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງຂອງ ສປປ ລາວ ເຊິ່ງຫົວຂໍ້ຫຼັກໃນການປະຊຸມທີ່ໄດ້ຄົ້ນຄວ້າຮ່ວມກັນຄື: ການຊຸກຍູ້ເສດຖະກິດ ແລະ ອຸດສາຫະກຳ ການຂົນສົ່ງໃນພາກພື້ນອາຊຽນ ແລະ ອາຊີ ພາຍຫຼັງການລະບາດຂອງໂຣກ ແລະ ເປັນບາດກ້າວການຫັນປ່ຽນໃໝ່” ເຊິ່ງ AFFA ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເຂົ້າມາມີບົດບາດສຳຄັນໃນຂະແໜງການຂົນສົ່ງຂອງພາກພື້ນອາຊຽນ ແລະ ຂົງເຂດອຶ່ນໆໃນພາກພື້ນ.     

   ທ່ານ ວຽງສະຫວັດ ສີພັນດອນ ໄດ້ໃຫ້ຄຳໝັ້ນສັນຍາຈະໃຫ້ການຮ່ວມມືສະໜັບສະໜູນຂົງເຂດຂົນສົ່ງອາຊຽນ ຢ່າງຕັ້ງໜ້າ ແລະ ຕ້ອງການຫັນ ສປປ ລາວ ຈາກປະເທດປິດ ກາຍເປັນ “ປະເທດເຊື່ອມຈອດ” ແລະ ຮັບປະກັນການເຊື່ອມໂຍງເຂົ້າກັບອາຊຽນ ໂດຍສະເພາະ ກັບພາກພື້ນ ແລະ ສປ ຈີນ ພ້ອມນັ້ນ ຍັງໄດ້ສະແດງຄວາມດີໃຈທີ່ໄດ້ເປັນພາກສ່ວນໜຶ່ງໃນການພັດທະນາຂອງພາກພື້ນອາຊຽນ ເປັນຕົ້ນຂະແໜງການຂົນສົ່ງສິນຄ້າ ເພື່ອຮັບປະກັນການຈໍລະຈອນສິນຄ້າພາຍໃນພາກພື້ນໄດ້ຢ່າງວ່ອງໄວ

    ທ່ານກ່າວຕື່ມວ່າ: ໂດຍປົກກະຕິແລ້ວ ໃນກອງປະຊຸມທົ່ວໄປ ແລະ ກອງປະຊຸມສາມັນປະຈໍາປີ ສະມາຊິກ AFFA ທັງໝົດ ສາມາດສືບຕໍ່ວາງແຜນການຮ່ວມມືທາງທຸລະກິດໃຫ້ຫຼາຍຂຶ້ນ ແລະ ເລັ່ງໃສ່ພັດທະນາທຸລະກິດທີ່ມີທິດທາງບວກ ໂດຍສະເພາະການສ້າງອົງປະກອບທີ່ຢັ້ງຢືນສຳລັບການຮ່ວມມືກັນລະຫວ່າງອຸດສາຫະກໍາການຂົນສົ່ງ ແລະ ໂລຈິສຕິກ ເຊິ່ງເຫດຜົນຫຼັກທີ່ເລືອກເອົານະຄອນຫຼວງວຽງຈັນຂອງ ສປປ ລາວ ເຮົາເປັນເຈົ້າພາບໃນການຈັດກອງປະຊຸມຄັ້ງນີ້ ກໍເພາະວ່າ ສປປ ລາວ ໄດ້ເລີ່ມຕົ້ນເປັນຜູ້ບຸກເບີກ ການເຊື່ອມຕໍ່ພາກພື້ນທີ່ກວ້າງຂວາງ ໂດຍສະເພາະ ການເຊື່ອມຕໍ່ກັບ ສປ ຈີນ ໂດຍຜ່ານສະຖານີຄຽນຖ່າຍທ່າບົກ-ທ່ານາແລ້ງ ເພື່ອຊຸກຍູ້ການເຄື່ອນໄຫວທີ່ດີໃນເສັ້ນທາງເຊື່ອມຕໍ່ດັ່ງກ່າວ.

    AFFA ຍັງຕ້ອງການພັດທະນາການຮ່ວມມືໃຫ້ດີກວ່ານີ້ ກ່ຽວກັບການສ້າງຄວາມອາດສາມາດ ແລະ ການເຊື່ອມຕໍ່ດ້ານໄອທີຮ່ວມກັນ ແລະ  AFFA ຄວນມີຄວາມເຂົ້າໃຈດີວ່າ ຊັບພະຍາກອນມະນຸດ ແລະ ການເຊື່ອມຕໍ່ທາງດ້ານໄອທີ  ສາມາດກາຍເປັນພະລັງແຮງສໍາຄັນທີ່ສຸດສໍາລັບຄວາມສໍາເລັດຂອງການບໍລິການ ເຊິ່ງນີ້ແມ່ນຍຸດທະສາດການຫັນປ່ຽນໃໝ່ທີ່ AFFA ທີ່ຄວນເຮັດຮ່ວມກັນ AFFA ຍັງຕ້ອງມຸ່ງໄປໜ້າເພື່ອບັນລຸການຮ່ວມມືໃຫຍ່ລະຫວ່າງກອງເລຂາອາຊຽນ ລວມທັງບັນດາສະມາຊິກຂອງປະເທດໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ສະໜັບສະໜູນ RCEP ໃນພາກພື້ນໃຫ້ກວ້າງຂວາງ.

     ການຫັນເປັນທຸລະກິດ ການຮ່ວມມືເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາສະມາຊິກດ້ວຍກັນ ແລະ ບັນດາຄູ່ຮ່ວມມືຂອງຕົນຢູ່ທົ່ວໂລກ ໂດຍສະເພາະພາຍໃນບັນດາປະເທດອາຊຽນ ແລະ ປາຊີຟິກ ການສ້າງຄວາມສາມາດ ທີ່ດີເລີດ ແລະ ຄວາມເຂົ້າໃຈກັບຍຸກດີຈີຕອນໃຫ້ດີໆ ຈະຊ່ວຍການປະຕິບັດຂໍ້ລິເລີ່ມທັງໝົດຂອງຂະແໜງການຂົນສົ່ງ ແລະ ໂລຈິສຕິກທີ່ກອງເລຂາອາຊຽນໄດ້ວາງອອກ ໂດຍຮ່ວມກັບກອງເລຂາອາຊຽນ ສະຫະພັນ AFFA ຈະຕັ້ງໜ້າກວ່ານີ້ອີກໃນອະນາຄົດ ໃນວຽກງານການອຳນວຍຄວາມສະດວກດ້ານການຄ້າອາຊຽນ ຂໍ້ລິເລີ່ມຂອງ AFAMT, AFAFGIT ແລະ ACTS ມີຄວາມສໍາຄັນທີ່ສຸດສຳລັບຮັບປະກັນການຈໍລະຈອນຂອງສິນຄ້າພາຍໃນປະເທດ ແລະ ລະຫວ່າງປະເທດອາຊຽນດ້ວຍກັນໃຫ້ວ່ອງໄວ ແລະ ປອດໄພດີ ລວມທັງສັນຍາ ການຮັບຮູ້ຫຼາຍຝ່າຍຮ່ວມກັນຂອງຜູ້ປະກອບການດ້ານເສດຖະກິດຂອງອາຊຽນ (AEO) ເຊິ່ງສະມາຊິກຂອງສະຫະພັນ AFFA ຕ້ອງໄດ້ປັບປຸງຄວາມສາມາດຂອງຕົນ.

(ລັດເວລາ)

error: Content is protected !!