ເປີດສາກຂຶ້ນແລ້ວ ລົດ ຖີບ ຊຽງຂວາງ ເກມ ມີ ການຊີງໄຊທັງໝົດ 12 ຫຼຽນຄຳ

ເປີດສາກຂຶ້ນຢ່າງເປັນທາງການ ການແຂ່ງຂັນກິລາລົດຖີບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ຢ່າງເປັນທາງການ ເຊິ່ງກີລາດັ່ງກ່າວ ຈະແຂ່ງຂັນລະຫວ່າງ 15-20 ທັນວາ 2022 ທີ່ອ່າງນໍ້າຫງຳ ເມືອງແປກ ແຂວງຊຽງຂວາງ ຊື່ງມີການຊີງໄຊທັງໝົດ 12 ຫຼຽນຄຳ 12 ຫຼຽນເງິນ ແລະ 12 ຫຼຽນທອງ ມີນັກກີລາ ເຂົ້າຮ່ວມ 48 ຄົນ ຍິງ 9 ຄົນ ຈາກ 1 ກະຊວງ 1 ນະຄອນຫຼວງ ແລະ 7 ແຂວງ.

ການແຂ່ງຂັນກີລາລົດຖີບ ຊຽງຂວາງ ເກມ ມີທັງໝົດ 48 ຄົນ ຍິງ 9 ຄົນ ຈາກ 1 ກະຊວງປ້ອງກັນປະເທດ ຫຼື ປກຊ 1 ນະຄອນຫຼວງວຽງຈັນ ແລະ 7 ແຂວງ ສຳລັບ ປກຊ ສົ່ງນັກກິລາເຂົ້າຮ່ວມ 2 ຄົນຊາຍ ນະຄອນຫຼວງ 4 ຄົນ ຍິງ 2 ຄົນ ແຂວງສະຫວັນນະເຂດ 7 ຄົນ ຍິງ 1 ຄົນ ແຂວງວຽງຈັນ 6 ຄົນ ຍິງ 2 ຄົນ ແຂວງຄຳມ່ວນ 8 ຄົນ ຍິງ 1 ຄົນ ແຂວງຊຽງຂວາງ 5 ຄົນຊາຍ ແຂວງບໍ່ແກ້ວ 7 ຄົນ ຍິງ 3 ຄົນ ແຂວງຫົວພັນ 4 ຄົນຊາຍ ແລະ ແຂວງຫຼວງພະບາງ 5 ຄົນຊາຍ.

ການແຂ່ງຂັນລົດຖີບ ຊຽງຂວາງ ເກມ ມີການຊີງໄຊທັງໝົດ 12 ຫຼຽນຄຳ ໃນນັ້ນ ປະເພດທີມມີ 2 ຫຼຽນຄຳ ຈັດຂຶ້ນລະຫວ່າງ 15-20 ທັນວາ 2022 ທີ່ອ່າງນໍ້າຫງຳ ເມືອງແປກ ແຂວງຊຽງຂວາງ.

ເປີດສາກຂຶ້ນແລ້ວ ລົດຖີບ ຊຽງຂວາງ ເກມ ມີການຊີງໄຊທັງໝົດ 12 ຫຼຽນຄຳ ເປີດສາກຂຶ້ນຢ່າງເປັນທາງການ ການແຂ່ງຂັນກິລາລົດຖີບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ຢ່າງເປັນທາງການ ເຊິ່ງກີລາດັ່ງກ່າວ ຈະແຂ່ງຂັນລະຫວ່າງ 15-20 ທັນວາ 2022 ທີ່ອ່າງນໍ້າຫງຳ ເມືອງແປກ ແຂວງຊຽງຂວາງ ຊື່ງມີການຊີງໄຊທັງໝົດ 12 ຫຼຽນຄຳ 12 ຫຼຽນເງິນ ແລະ 12 ຫຼຽນທອງ ມີນັກກີລາ ເຂົ້າຮ່ວມ 48 ຄົນ ຍິງ 9 ຄົນ ຈາກ 1 ກະຊວງ 1 ນະຄອນຫຼວງ ແລະ 7 ແຂວງ. ການແຂ່ງຂັນກີລາລົດຖີບ ຊຽງຂວາງ ເກມ ມີທັງໝົດ 48 ຄົນ ຍິງ 9 ຄົນ ຈາກ 1 ກະຊວງປ້ອງກັນປະເທດ ຫຼື ປກຊ 1 ນະຄອນຫຼວງວຽງຈັນ ແລະ 7 ແຂວງ ສຳລັບ ປກຊ ສົ່ງນັກກິລາເຂົ້າຮ່ວມ 2 ຄົນຊາຍ ນະຄອນຫຼວງ 4 ຄົນ ຍິງ 2 ຄົນ ແຂວງສະຫວັນນະເຂດ 7 ຄົນ ຍິງ 1 ຄົນ ແຂວງວຽງຈັນ 6 ຄົນ ຍິງ 2 ຄົນ ແຂວງຄຳມ່ວນ 8 ຄົນ ຍິງ 1 ຄົນ ແຂວງຊຽງຂວາງ 5 ຄົນຊາຍ ແຂວງບໍ່ແກ້ວ 7 ຄົນ ຍິງ 3 ຄົນ ແຂວງຫົວພັນ 4 ຄົນຊາຍ ແລະ ແຂວງຫຼວງພະບາງ 5 ຄົນຊາຍ. ການແຂ່ງຂັນລົດຖີບ ຊຽງຂວາງ ເກມ ມີການຊີງໄຊທັງໝົດ 12 ຫຼຽນຄຳ ໃນນັ້ນ ປະເພດທີມມີ 2 ຫຼຽນຄຳ ຈັດຂຶ້ນລະຫວ່າງ 15-20 ທັນວາ 2022 ທີ່ອ່າງນໍ້າຫງຳ ເມືອງແປກ ແຂວງຊຽງຂວາງ. ສຳລັບມື້ທຳອິດ ແຂ່ງຂັນ 1 ລາຍການ ໄຄທິລຽມ ໄລຍະ 30 ກິໂລແມັດຊາຍ ປະເພດລົດກວກ ແລະ ລາຍການ ໄຄທິລຽມ ໄລຍະ 30 ກິໂລແມັດຊາຍ ປະເພດວິບາກ ທີ່ເສັ້ນທາງວົງວຽນອ່າງນໍ້າຫງຳ ມື້ທີ 2 ແຂ່ງຂັນໃນວັນທີ 16 ທັນວາ 2022 ແຂ່ງຈັບເວລາ ປະເພດບຸກຄົນຊາຍ ລົດກວກ 4 ກິໂລແມັດ ແລະ ປະເພດລົດວິບາກ ບຸກຄົນຊາຍ ໄລຍະ 20 ກິໂລແມັດຊາຍ ທີ່ 3 ໄຫຫີນ ໜ້າສະໜາມກອັບ ສາຍສຳພັນມີື້ທີ 3 ແຂ່ງຂັນໃນວັນທີ 17 ທັນວາ 2022 ແຂ່ງຂັນ 3 ລາຍການ ກໍຄື ປະເພດບຸກຄົນຊາຍ ຈັບເວລາໄລຍະ 50 ກິໂລແມັດ ປະເພດບຸກຄົນຍິງ ຈັບເວລາໄລຍະ 25 ກິໂລແມັດ ແລະ ມື້ສຸດທ້າຍ ປະເພດທີມຊາຍ ຈັບເວລາໄລຍະ 50 ກິໂລແມັດ ແຂ່ງຂັນທີ່ເສັ້ນທາງເລກ 7 ມື້ທີ 4 ແຂ່ງຂັນວັນທີ 18 ທັນວາ 2022 ມີ 2 ລາຍ ການ ກໍຄື ປະເພດບຸກຄົນຍິງ ໄລຍະທາງໄກ 60 ກິໂລແມັດ ແລະ ປະເພດບຸກຄົນຊາຍ ໄລຍະທາງໄກ 80 ກິໂລແມັດ ແຂ່ງຂັນທີ່ເສັ້ນທາງເລກ 7 ແລະ ມື້ທີ 5 ແຂ່ງຂັນວັນທີ 19 ທັນວາ 2022 ແຂ່ງຂັນໄລຍະທາງໄກ 80 ກິໂລແມັດ ປະເພດບຸກຄົນຍິງ ທີ່ເສັ້ນທາງເລກ 7 ແລະ ມື້ສຸດທ້າຍ ແຂ່ງຂັນວັນທີ 20 ທັນວາ 2022 ມີ 1 ລາຍ ການ ແຂ່ງຂັນທາງໄກ ໄລຍະ 120 ກິໂລແມັດບຸກຄົນຊາຍ ທີ່ເສັ້ນທາງເລກ 7 ສ່ວນພິທີມອບຫຼຽນຕ່າງໆ ແມ່ນຈະມີພິທີຂຶ້ນ ໃນວັນທີ 20 ທັນວາ 2022 ທີ່ເຂດບ້ານລາດງ່ອນ ເມືອງແປກ ແຂວງຊຽງຂວາງ.ສຳລັບມື້ທຳອິດ ແຂ່ງຂັນ 1 ລາຍການ ໄຄທິລຽມ ໄລຍະ 30 ກິໂລແມັດຊາຍ ປະເພດລົດກວກ ແລະ ລາຍການ ໄຄທິລຽມ ໄລຍະ 30 ກິໂລແມັດຊາຍ ປະເພດວິບາກ ທີ່ເສັ້ນທາງວົງວຽນອ່າງນໍ້າຫງຳ ມື້ທີ 2 ແຂ່ງຂັນໃນວັນທີ 16 ທັນວາ 2022 ແຂ່ງຈັບເວລາ ປະເພດບຸກຄົນຊາຍ ລົດກວກ 4 ກິໂລແມັດ ແລະ ປະເພດລົດວິບາກ ບຸກຄົນຊາຍ ໄລຍະ 20 ກິໂລແມັດຊາຍ ທີ່ 3 ໄຫຫີນ ໜ້າສະໜາມກອັບ ສາຍສຳພັນມີື້ທີ 3 ແຂ່ງຂັນໃນວັນທີ 17 ທັນວາ 2022 ແຂ່ງຂັນ 3 ລາຍການ ກໍຄື ປະເພດບຸກຄົນຊາຍ ຈັບເວລາໄລຍະ 50 ກິໂລແມັດ ປະເພດບຸກຄົນຍິງ ຈັບເວລາໄລຍະ 25 ກິໂລແມັດ ແລະ ມື້ສຸດທ້າຍ ປະເພດທີມຊາຍ ຈັບເວລາໄລຍະ 50 ກິໂລແມັດ ແຂ່ງຂັນທີ່ເສັ້ນທາງເລກ 7 ມື້ທີ 4 ແຂ່ງຂັນວັນທີ 18 ທັນວາ 2022 ມີ 2 ລາຍ ການ ກໍຄື ປະເພດບຸກຄົນຍິງ ໄລຍະທາງໄກ 60 ກິໂລແມັດ ແລະ ປະເພດບຸກຄົນຊາຍ ໄລຍະທາງໄກ 80 ກິໂລແມັດ ແຂ່ງຂັນທີ່ເສັ້ນທາງເລກ 7 ແລະ ມື້ທີ 5 ແຂ່ງຂັນວັນທີ 19 ທັນວາ 2022 ແຂ່ງຂັນໄລຍະທາງໄກ 80 ກິໂລແມັດ ປະເພດບຸກຄົນຍິງ ທີ່ເສັ້ນທາງເລກ 7 ແລະ ມື້ສຸດທ້າຍ ແຂ່ງຂັນວັນທີ 20 ທັນວາ 2022 ມີ 1 ລາຍ ການ ແຂ່ງຂັນທາງໄກ ໄລຍະ 120 ກິໂລແມັດບຸກຄົນຊາຍ ທີ່ເສັ້ນທາງເລກ 7 ສ່ວນພິທີມອບຫຼຽນຕ່າງໆ ແມ່ນຈະມີພິທີຂຶ້ນ ໃນວັນທີ 20 ທັນວາ 2022 ທີ່ເຂດບ້ານລາດງ່ອນ ເມືອງແປກ ແຂວງຊຽງຂວາງ.

error: Content is protected !!