ງານສຳມະນາການປົກປ້ອງແຮງງານເຄື່ອນຍ້າຍ ເພື່ອສະເຫຼີມສະຫຼອງວັນແຮງງານເຄື່ອນຍ້າຍສາກົນ 18 ທັນວາ ຈັດຂຶ້ນວັນທີ 15 ທັນວາ 2022 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າກົມຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີທ່ານນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາລາວ ທ່ານ ວຽງປະສິດ ທິບພະສຸດາ ຜູ້ປະສານງານອົງການແຮງງານສາກົນປະຈໍາລາວ ທ່ານນາງ ຊາລິນ ທູຣລາດາ ຫົວໜ້າຫ້ອງການອົງການຈັດຕັ້ງສາກົນເພື່ອເຄື່ອນຍ້າຍຖິ່ນຖານ (IOM) ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກອ້ອມຂ້າງກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ງານສໍາມະນາຄັ້ງນີ້ ມີຈຸດປະສົງເພື່ອເປີດກວ້າງເວທີສົນທະນາ ແລະ ແລກປ່ຽນປະສົບການໃນການຈັດຕັ້ງປະຕິບັດວຽກງານການເຄື່ອນຍ້າຍແຮງງານ ພ້ອມທັງເປັນອີກໜຶ່ງເວທີສຳລັບແຮງງານເຄື່ອນຍ້າຍ ເພື່ອແລກປ່ຽນປະສົບການຕົວຈິງໃນການໄປເຮັດວຽກຢູ່ຕ່າງປະເທດ ເຊິ່ງກິດຈະກຳດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ ໂດຍຜ່ານອົງການແຮງງານສາກົນ ພາຍໃຕ້ໂຄງການຮັບປະກັນສິດທິຂອງແຮງງານ ເພື່ອສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພໃນຂອບເຂດປະເທດອາຊີຕາເວັນອອກສ່ຽງໃຕ້ ຮ່ວມກັບອົງການ IOM.
ທ່ານ ສຸລິຍາ ຄໍາວົງສາ ກ່າວວ່າ: ວັນແຮງງານເຄື່ອນຍ້າຍສາກົນ ເປັນອີກວັນໜຶ່ງທີ່ມີຄວາມສໍາຄັນໃນທົ່ວໂລກ ກໍຄື ສປປ ລາວ ທີ່ເປັນທັງປະເທດຮັບ ແລະ ສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ປັດຈຸບັນ ແຮງງານເຄື່ອນຍ້າຍນັບມື້ເພີ້ມຂຶ້ນ ສາເຫດຕົ້ນຕໍ ເພື່ອຊອກຫາວຽກເຮັດງານທຳ ແລະ ການສະແຫວງຫາຄ່າແຮງງານທີ່ສູງກວ່າ ມີສະພາບແວດລ້ອມໃນການອອກແຮງງານທີ່ມີຄວາມປອດໄພຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີກວ່າ ຄຽງຄູ່ກັນນັ້ນ ກໍມີແຮງງານຈຳນວນໜຶ່ງ ເຄື່ອນຍ້າຍຍ້ອນສະພາບຄວາມອຶດຫິວ ຄວາມທຸກຍາກ ໄພທຳມະຊາດ ແລະ ຄວາມເສື່ອມໂຊມຂອງສິ່ງແວດລ້ອມ ລວມໄປເຖິງການເກີດຂໍ້ຂັດແຍ່ງທາງດ້ານການເມືອງ ແລະ ສົງຄາມ ສະນັ້ນ ໃນທຸກໆປີ ຈະມີແຮງງານເຄື່ອນຍ້າຍໄປ-ມາໃນທົ່ວໂລກເພີ່ມຂຶ້ນເລື້ອຍໆ ໄດ້ກາຍເປັນບັນຫາທີ່ທຸກໆປະເທດຕ້ອງໄດ້ເອົາໃຈໃສ່ຮ່ວມກັນ ໃນການຄຸ້ມຄອງຕາມລະບຽບກົດໝາຍຂອງແຕ່ລະປະເທດ ການອຳນວຍຄວາມສະດວກ ການໃຫ້ການບໍລິການ ໂດຍຄຳນຶງເຖິງສິດ ແລະ ຜົນປະໂຫຍດຂອງແຮງງານເຄື່ອນຍ້າຍ ເຊິ່ງເຂົາເຈົ້າໄດ້ກາຍເປັນໜຶ່ງໃນໂຄງປະກອບຂອງກໍາລັງແຮງງານທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຕ່ແຮງງານເຄື່ອນຍ້າຍຈໍານວນບໍ່ໜ້ອຍ ໄດ້ຮັບຜົນກະທົບຈາກສະພາບການອອກແຮງງານທີ່ບໍ່ປອດໄພ ແລະ ບໍ່ມີຄວາມເປັນທຳ ບໍ່ຮັບປະກັນເງື່ອນໄຂພື້ນຖານຂອງການດຳລົງຊີວິດ ຖືກຂູດຮີດແຮງງານ ຖືກຈຳກັດສິດທິ ຖືກຂູດຮີດທາງເພດ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດ ໂດຍສະເພາະ ແຮງງານເຄື່ອນຍ້າຍທີ່ບໍ່ຖືກຕ້ອງຕາມກົດໝາຍ.
ສຳລັບ ສປປ ລາວ ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ອັດຕາການວ່າງງານເພີ່ມຂຶ້ນແບບກ້າວກະໂດດຈາກ 9,4% ໃນປີ 2017 ເພີ່ມເປັນ 21,8% ໃນປີ 2021 ໂດຍມີຕົວເລກຜູ້ວ່າງງານພາຍໃນ 439.082 ຄົນ ແລະ ແຮງງານທີ່ກັບຈາກຕ່າງປະເທດ 225.116 ຄົນ ນອກນັ້ນ ຍັງມີແຮງງານທີ່ຖືວ່າເປັນແຮງງານນອກລະບົບຈໍານວນຫຼາຍ ໄດ້ຮັບຜົນກະທົບຢ່າງຮຸນແຮງ ໂດຍສະເພາະ ແຮງງານທີ່ເຄື່ອນຍ້າຍຈາກຊົນນະບົດເຂົ້າມາເຮັດວຽກຢູ່ໃນຕົວເມືອງຕ່າງໆຂອງປະເທດ ລວມທັງແຮງງນທີ່ຜະລິດກະສິກຳເພື່ອເປັນສິນຄ້າ ເຖິງຢ່າງໃດກໍຕາມ ລັດຖະບານ ສປປ ລາວ ກໍໄດ້ເອົາໃຈໃສ່ໃນການຊ່ວຍເຫຼືອກຳລັງແຮງງານ ແລະ ຫົວໜ່ວຍວິສາຫະກິດທີ່ໄດ້ຮັບຜົນກະທົບເຊັ່ນ: ໄດ້ອອກນະໂຍບາຍ ແລະ ປະຕິບັດມາດຕະການ ການຍົກເວັ້ນອາກອນເງິນເດືອນໃຫ້ຜູ້ອອກແຮງງານ ຫຼຸດຜ່ອນ ຫຼື ເລື່ອນເວລາການຈ່າຍພັນທະຕ່າງໆຂອງຫົວໜ່ວຍວິສາຫະກິດ ລວມທັງການຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມ ໂດຍລັດຖະບານ ສປປ ລາວ ໄດ້ອະນຸຍາດຈ່າຍເງິນອຸດໜູນການວ່າງງານໃຫ້ສະມາຊິກກອງທຶນປະກັນສັງຄົມເປັນກໍລະນີພິເສດ ພ້ອມນັ້ນໄດ້ຮັບຮອງດໍາລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດສະບັບປັບປຸງ ຍຸດທະສາດວ່າດ້ວຍການປົກປ້ອງສັງຄົມ ຍຸດທະສາດແຫ່ງຊາດ ເພື່ອສົ່ງເສີມການມີວຽກເຮັດງານທໍາໃນຊົນນະບົດ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ພ້ອມທັງໄດ້ຂົນຂວາຍແຫຼ່ງທຶນຕ່າງໆເພື່ອປະກອບສ່ວນໃນການຊ່ວຍເຫຼືອໃຫ້ແກ່ຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບດັ່ງກ່າວ ຕໍ່ກັບສະພາບດັ່ງກ່າວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ມີການຮ່ວມມືກັບບັນດາອົງການຈັດຕັ້ງສາກົນຕ່າງໆໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກເບື້ອງຕົ້ນແກ່ແຮງງານລາວຈຳນວນດັ່ງກ່າວ ໂດຍສະເພາະ ການຮ່ວມມືກັບອົງການແຮງງານສາກົນ ແລະ ອົງການຈັດຕັ້ງສາກົນ IOM ເຊິ່ງຍາມໃດກໍເປັນຄູ່ຮ່ວມງານທີ່ດີໃນການຊ່ວຍເຫຼືອຜູ້ອອກແຮງງານລາວ.
