ຫ້ອງການເມືອງ ວິທະຍາຄານກົມມະດຳ ໄຂຂະບວນການແຂ່ງຂັນກິລາ

    ວັນທີ 13 ທັນວາ 2022 ຫ້ອງການເມືອງ ວິທະຍາຄານ ນາຍທະຫານບົກ ກົມມະດຳ ໄດ້ໄຂຂະບວນການແຂ່ງຂັນກິລາເພື່ອຄໍານັບຮັບຕ້ອນກອງປະຊຸມໃຫຍ່ 2 ຂັ້ນຂອງພັກ ທົ່ວວິທະຍາຄານຂື້ນຢູ່ວິທະຍາຄານດັ່ງກ່າວ ໂດຍເປັນປະທານຂອງທ່ານ ພັນໂທ ຄຳໄຊ ອ່ອນມົນແສງ ຫົວໜ້າຫ້ອງການເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ມີຄະນະພັກ-ຄະນະບັນຊາ ພະແນກການ ແລະ ພະນັກງານ-ນັກຮົບ ພ້ອມດ້ວຍນັກກິລາທົ່ວຫ້ອງການເມືອງເຂົ້າຮ່ວມ.

    ໃນພິທີ ທ່ານ ພັນໂທ ບົວໄລ ພັນທະວົງ ຮອງຫ້ອງການເມືອງ ໄດ້ຂຶ້ນຜ່ານແຜນການແຂ່ງຂັນກິລາວ່າ: ກິລາທີ່ນໍາມາແຂ່ງຂັນໃນຄັ້ງນີ້ມີ 2 ປະເພດກິລາຄື: ປະເພດກິລາບານສົ່ງ ມີ 6 ທີມ ກິລາເປຕັງ ມີ 18 ທິມ ສຳລັບການແຂ່ງຂັນ ແມ່ນຈະໄດ້ເລີ່ມຕົ້ນແຕ່ວັນທີ 13 ທັນວາ 2022 ຈົນໄປເຖິງວັນທີ 5 ເມສາ 2023 ຈຶ່ງຈະສຳເລັດຕາມຄາດໝາຍທີ່ວາງໄວ້. ທັງນີ້ເພື່ອເປັນການສ້າງຂະບວນການສ້າງຜົນງານເພື່ອຄໍານັບຮັບຕ້ອນວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ຂອງກອງທັບ ເວົ້າລວມ ເວົ້າສະເພາະກໍແມ່ນຄໍານັບຮັບຕ້ອນກອງປະຊຸມໃຫ່ຍ 2 ຂັ້ນຂອງພັກໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສໍາຄັນເລິກເຊິ່ງ ທັງເປັນການສ້າງຄວາມສາມັກຄີ ໄມຕີຈິດມິດຕະພາບ ລະຫວ່າງຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບນັກກິລາພາຍໃນຫ້ອງການ ໃຫ້ມີຄວາມແໜ້ນແຟ້ນ ທັງເປັນການຊຸກຍູ້ສົ່ງເສີມໃຫ້ມີສຸຂະພາບແຂງແຮງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້.

error: Content is protected !!