ກັນຕະນາ ຄວ້າ 2 ຫຼຽນຄຳ ຍິງປືນດ່ຽວຍິງ-ທີມຍິງ ໃຫ້ ນວ ໃນ ຊຽງຂວາງ ເກມ

    ນາງ ກັນຕະນາ ໄຊຍະລາດ ນັກກີລາແມ້ນປືນນ້ອງໃໝ່ຂອງທັບນັກກີລາຍິງປືນ ນະຄອນຫຼວງວຽງຈັນ (ນວ) ສາມາດແຈ້ງເກີດ ຄວ້າ 2 ຫຼຽນຄຳ ເປັນຜົນງານຄັ້ງທຳອິດໃຫ້ກັບຕົນເອງ ແລະ ນວ ໃນການແຂ່ງຂັນປືນສັ້ນແກັບກາງ ໄລຍະ 15 ແມັດ ດ່ຽວຍິງ-ທີມຍິງ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ຈັດຂຶ້ນລະຫວ່າງວັນທີ 14-16 ທັນວາ 2022 ທີ່ໂຮງຮຽນປ້ອງກັນຄວາມສະຫງົບ ຫຼື ປກສ ຊັ້ນຕົ້ນ ເລກ 03 ເມືອງແປກ ແຂວງຊຽງຂວາງ.

    ການແຂ່ງຂັນຍິງປືນ ໄລຍະທີ 3 ເຊິ່ງເປັນໄລຍະສຸດທ້າຍ ຈັດຂຶ້ນໃນວັນທີ 14 ທັນວາ 2022 ທີ່ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 03 ເມືອງແປກ ແຂວງຊຽງຂວາງ ໂດຍມີນັກກີລາຈາກ ນວ ກະຊວງປ້ອງກັນປະເທດ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ສະຫວັນນະເຂດ ແລະ ແຂວງຊຽງຂວາງ ເຈົ້າພາບ ເຂົ້າຮ່ວມ ມີການຊີງໄຊທັງໝົດ 8 ຫຼຽນຄຳ 8 ຫຼຽນເງິນ ແລະ 16 ຫຼຽນທອງ ຜ່ານການແຂ່ງຂັນ ຜົນປາກົດວ່າ: ປະເພດຍິງປືນສັ້ນແກັບກາງ 2 ຫຼຽນຄຳ ທັງດ່ຽວຍິງ ແລະ ທີມຍິງ ຕົກເປັນຂອງນັກກິລາຈາກ ນວ ກໍຄືປະເພດດ່ຽວຍິງ ເປັນຂອງນາງ ກັນຕະນາ ໄຊຍະລາດ ທີ່ສາມາດເອົາຊະນະນາງ ໄພວອນ ວົງພະຈັນ ນັກກີລາຈາກ ປກສ ໄປໄດ້ 289-284 ຄະແນນ ໄດ້ຫຼຽນຄຳ ໄປຄອງ ສ່ວນນາງ ໄພວອນ ວົງພະຈັນ ໄດ້ຫຼຽນເງິນ ແລະ ຫຼຽນທອງຮ່ວມ ເປັນຂອງນາງ ວຽງສະຫວັນ ພົມມະກອງ ຈາກ ປກສ ແລະ ນາງ ມະນີບົດ ວົງໄຊ ຈາກ ນວ. ຂະນະທີ່ ປະເພດທີມຍິງ ຫຼຽນຄຳ ເປັນຂອງ ນວ ນາງ ກົງຄຳ ບົວແສງພະຈັນ ນາງ ມະນີບົດ ວົງໄຊ ແລະ ນາງ ກັນຕະນາ ໄຊຍະລາດ ຊ່ວຍກັນຍິງເປົ້າໄດ້ຢ່າງແມ່ນຍຳ ໄລ່ເອົາຊະນະນາງ ວຽງສະຫວັນ ພົມມະກອງ ນາງ ແປັກ ບົວລີພອນ ແລະ ນາງ ມະນີວອນ ວົງໄຊ ຈາກກະຊວງປ້ອງກັນຄວາມສະຫງົບ 852-843 ຄະແນນ ຄວ້າຫຼຽນຄຳ ເປັນຫຼຽນທີ 4 ໃນປະເພດກີລາຍິງປືນແກັບກາງ ໄລຍະ 15 ແມັດທີມຍິງ ສ່ວນ ປກສ ໄດ້ຫຼຽນເງິນ ແລະ ຫຼຽນທອງຮ່ວມ ເປັນຂອງກະຊວງປ້ອງກັນປະເທດ ແລະ ແຂວງຊຽງຂວາງ.

    ແນວໃດກໍດີ ສາວທັບນັກກີລາແມ່ນປືນ ນວ ຍັງມີລຸ້ນອີກ 4 ຫຼຽນຄຳ ໃນປະເພດປືນສັ້ນແກັບກາງ ໄລຍະ 25 ແມັດດ່ຽວຍິງ-ຊາຍ ແລະ ທີມຍິງ-ທີມຊາຍ ສ່ວນຜົນງານຈະເປັນແນວໃດນັ້ນ ຈະຂໍລາຍງານໃຫ້ຊາບຕື່ມອີກ.

# ຂ່າວ – ພາບ :  ສີພອນ

error: Content is protected !!