ການແຂ່ງຂັນກີລາເທັນນິສ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໄດ້ເລີ່ມຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວາ 2022 ທີ່ສະໜາມກີລາເທັນນິສ ໄຊຊະນະ ບ້ານໂພນມີໄຊ ໂດຍມີທ່ານ ສົມພູ ພົງສາ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ທັງເປັນຫົວໜ້າກໍາມະການເຕັກນິກຈັດການແຂ່ງຂັນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ພ້ອມດ້ວຍຄະນະຮັບຜິດຊອບ ກໍາມະການ ຄູເຝິກ ແລະ ນັກກີລາ ເຂົ້າຮ່ວມ.


ທ່ານ ທອງສະຫວັດ ມັງໜໍ່ເມກ ປະທານສະຫະພັນເທັນນິສແຂວງຊຽງຂວາງ ກ່າວວ່າ: ສໍາລັບການແຂ່ງຂັນກີລາເທັນນິສ ຄັ້ງນີ້ ຈະມີການຊີງໄຊທັງໝົດ 7 ຫຼຽນຄໍາ ໃນນັ້ນ ມີນັກກີລາເຂົ້າຮ່ວມແຂ່ງຂັນທັງໝົດ 39 ຄົນ ຍິງ 18 ຄົນ ມາຈາກ 5 ພາກສ່ວນ ຄື: ນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ແຂວງສະຫວັນນະເຂດ ແຂວງຈໍາປາສັກ ແລະ ແຂວງຊຽງຂວາງ ເຈົ້າພາບ.

ສໍາລັບກີລາເທັນນິສ ປະກອບມີ 2 ລາຍການ ຄື: ປະເພດທີມ ແລະ ບຸກຄົນ ຊີງ 7 ຫຼຽນຄໍາ ໃນນັ້ນ ທີມຍິງ 1 ຫຼຽນຄໍາ ທີມຊາຍ 1 ຫຼຽນຄໍາ ຍິງດ່ຽວ 1 ຫຼຽນຄໍາ ຊາຍດ່ຽວ 1 ຫຼຽນຄໍາ ຍິງຄູ່ 1 ຫຼຽນຄໍາ ຊາຍຄູ່ 1 ຫຼຽນຄໍາ ແລະ ຄູ່ປະສົມ 1 ຫຼຽນຄໍາ ໂດຍຈະແຂ່ງຂັນແຕ່ວັນທີ 15-19 ທັນວາ 2022 ຈຶ່ງຈະສຳເລັດ.





# ຂ່າວ – ພາບ : ສີພອນ