ຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມົງໂກລີ ຄົບຮອບ 60 ປີ

    ໃນຕອນຄ່ຳຂອງວັນທີ 14 ທັນວາ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ກະຊວງການ ຕ່າງປະເທດແຫ່ງ ສປປ ລາວ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງມົງໂກລີ ປະຈໍາ ສປປ ລາວ ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ມົງໂກລີ ຄົບຮອບ 60 ປີ ໂດຍການເຂົ້າຮ່ວມຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ບຽມບາຊູເຣັນ ຈຳສຣັງ (Jamsran BYAMBASUREN) ເອກອັກຄະລັດຖະທູດແຫ່ງມົງໂກລີ ປະຈໍາ ສປປ ລາວ ໃນງານດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ລັດຖະບານແຫ່ງ ສປປ ລາວ ເຂົ້າຮ່ວມເປັນແຂກກິດຕິມະສັກ ນອກຈາກນັ້ນ ຍັງມີບັນດາຄະນະພັກ ຄະນະນຳ ຈາກກະຊວງຕ່າງໆທີ່ກ່ຽວຂ້ອງ ບັນດາທູຕານຸທູດ ແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ພີທີອັນມີຄວາມໝາຍສຳຄັນນີ້ ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ແລະ ທ່ານທູດ ບຽມບາຊູເຣັນ ຈຳສຣັງ ໄດ້ຂຶ້ນກ່າວຄຳເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີລະຫວ່າງ ລາວ-ມົງໂກລີ ຕະຫຼອດໄລຍະ 60 ປີ (12 ກັນຍາ 1962-12 ກັນຍາ 2022) ຜ່ານມາ ເຊິ່ງການພົວພັນສອງຝ່າຍແມ່ນສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍເປັນກ້າວໆມາ ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມສອງຝ່າຍຢ່າງເປັນປົກກະຕິໃນຫຼາຍລະດັບ ສອງຝ່າຍໄດ້ສ້າງຕັ້ງກົນໄກການຮ່ວມມືນໍາກັນ ໂດຍການດໍາເນີນກອງປະຊຸມຄະນະກໍາມາທິການຮ່ວມມືດ້ານເສດຖະກິດ ການຄ້າ ວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງຖືເປັນກົນໄກການຮ່ວມມືທີ່ສໍາຄັນ ເພື່ອພ້ອມກັນຊຸກຍູ້ ທົບທວນຄືນໝາກຜົນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຕົກລົງເປັນເອກະພາບກັນ ແລະ ພ້ອມກັນກໍານົດທິດທາງໃນຕໍ່ໜ້າ ເພື່ອແນໃສ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທໍາໃນແຕ່ລະໄລຍະ ນອກຈາກນັ້ນ ຍັງໄດ້ຍົກໃຫ້ເຫັນຜົນງານ ແລະ ສັນຍະລັກແຫ່ງມິດຕະພາບ ຂອງການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ມົງໂກລີ ໂດຍສະເພາະ ໂຄງການຮ່ວມມືກໍ່ສ້າງໂຮງໝໍມິດຕະພາບ ລາວ-ມົງໂກລີ  ແລະ ນິຄົມລ້ຽງແກະຢູ່ແຂວງຊຽງຂວາງໃນຊຸມປີ 80 ລວມທັງການສົ່ງຊ່ຽວຊານແພດໝໍມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ ລັດຖະບານມົງໂກລີ ຍັງໄດ້ມອບແກະເປັນຂອງຂວັນໃຫ້ແກ່ລັດຖະບານລາວ ຈໍານວນ 1.050 ໂຕ ແລະ ຖືກນໍາໄປລ້ຽງຢູ່ແຂວງຫົວພັນ ຊຽງຂວາງ ຫຼວງພະບາງ ເເລະ ຈໍາປາສັກ ດ້ານການສຶກສາ ສອງຝ່າຍໄດ້ສືບຕໍ່ແລກປ່ຽນນັກສຶກສາຮ່ວມກັນຢ່າງເປັນປົກກະຕິ ເຊິ່ງຝ່າຍລາວກໍໄດ້ສົ່ງນັກສຶກສາໄປຮຽນຕໍ່ຢູ່ມົງໂກລີ ແລະ ຍັງໄດ້ຮັບເອົານັກສຶກສາຈາກມົງໂກລີ ມາສຶກສາຕໍ່ຢູ່ ສປປ ລາວ ນຳອີກເຊິ່ງທັງໝົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ.

    ໂອກາດດຽວກັນ ສອງ​ຝ່າຍກໍ​ໄດ້​ສະແດງ​ຄວາມມຸ່ງ​ຫວັງ​ທີ່​ຈະ​ສືບຕໍ່​ເສີມ​ສ້າງ ແລະ ຮັດ​ແໜ້ນ​ສາຍພົວພັນ​ຮ່ວມ​ມື​ອັນດີຂອງສອງຝ່າຍ​ໃຫ້​ເຕີບ​ໃຫຍ່ຂະຫຍາຍຕົວ​ຂຶ້ນສູ່ລະດັບໃໝ່​ໃນຕໍ່ໜ້າ ພ້ອມນີ້ ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງລັດຖະບານ ແລະ ປະຊາຊົນມົງໂກລີ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດມາ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສປປ ລາວ-ມົງໂກລີ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ ພິທີສະເຫຼີມສະຫຼອງ​​ຄັ້ງ​ນີ້ ແມ່ນເຕັມ​ໄປ​ດ້ວຍ​ບັນຍາ​ກາດ​ແຫ່ງ​ໄມຕີຈິດມິດຕະພາບ​ອັນ​ອົບອຸ່ນ ແລະ ສ້າງສັນແຕ່ຕົ້ນຕະຫຼອດປາຍ.

error: Content is protected !!