ນວ ໄດ້ຮັບເງິນອຸປະຖໍາກີລາຈາກທະນາຄານລາວພັດທະນາ

    ທະນາຄານພັດທະນາລາວ ຈຳກັດ ໄດ້ມອບເງິນ 120 ລ້ານກີບ ໃຫ້ນະຄອນຫຼວງວຽງຈັນ (ນວ) ເພື່ອອຸປະຖໍານັກກີລາ ນວ ທີ່ເຂົ້າຮ່ວມງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ຈັດຂຶ້ນວັນທີ 13-22 ທັນວາ 2022.

    ພິທີມອບຮັບເງິນອຸປະຖຳດັ່ງກ່າວ ຈັດຂຶ້ນວັນທີ 14 ທັນວາ 2022 ທີ່ຫ້ອງວ່າການ ນວ ກ່າວມອບໂດຍທ່ານ ວຽງຄຳ ວັນສີລາລົມ ຜູ້ອຳນວຍການຝ່າຍບໍລິຫານທະນາຄານພັດທະນາລາວ ຈຳກັດ ແລະ ກ່າວຮັບໂດຍທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ໂອກາດນີ້ ທ່ານຮອງເຈົ້າຄອງ ນວ ໄດ້ມອບໃບກຽດຕິຄຸນໃຫ້ທະນາຄານພັດທະນາລາວ ຈຳກັດ ພ້ອມທັງສະແດງຄວາມຂອບໃຈມາຍັງຄະນະຜູ້ບໍລິຫານ ແລະ ນັກງານຂອງທະນາຄານ ທີ່ປະກອບສ່ວນວັດຖຸປັດໄຈເງິນຄັ້ງນີ້ໃຫ້ນັກກີລາ ນວ ແລະ ຫວັງວ່າໂອກາດໜ້າ ນວ ຈະໄດ້ຮັບການປະກອບສ່ວນຈາກທະນາຄານຕື່ມອີກ ແລະ ອວຍພອນໃຫ້ການດຳເນີນທຸລະກິດຂອງທະນາຄານຈົ່ງປະສົບຜົນສຳເລັດເປັນກ້າວໆ.

error: Content is protected !!