ຫົວໜ້າ ຄຕພ ຕ້ອນຮັບທູດ ສ ເກົາຫຼີ ປະຈໍາ ສປປ ລາວ

    ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ເກົາຫຼີ ຄົນໃໝ່ ປະຈໍາ ສປປ ລາວ ໃນວັນທີ 14 ທັນວາ 2022 ທີ່ ຄຕພ.

    ໂອກາດດັ່ງກ່າວ ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຈອງ ຢອງ ຊູ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ເກົາຫຼີ ປະຈໍາລາວ ແລະ ເຊື່ອໝັ້ນວ່າ ທ່ານທູດຈະປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ສປປ ລາວ ແລະ ສ ເກົາຫຼີ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ພ້ອມແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ໃຫ້ທ່ານທູດຮັບຊາບ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງປະເທດຕະຫຼອດໄລຍະ 27 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນໂຄງການຮ່ວມມືດ້ານສາທາລະນະສຸກ ການສຶກສາ ການຄ້າ ການລົງທຶນ ແລະ ອື່ນໆ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ ຍິນດີຈະຮ່ວມກັບທ່ານທູດໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືສະມາຄົມມິດຕະພາບລາວ-ສ ເກົາຫຼີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ.

     ນອກນັ້ນ ຍັງໄດ້ແຈ້ງໃຫ້ທ່ານທູດຊາບ ກ່ຽວກັບພາລະບົດບາດຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນວຽກງານພົວພັນຕ່າງປະເທດຂອງພັກ ອົງການຈັດຕັ້ງມະຫາຊົນ ສະມາຄົມມິດຕະພາບ ກໍຄືການທູດປະຊາຊົນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບກັບບັນດາພັກການເມືອງຕ່າງໆ ຊຸກຍູ້ການພົວພັນຮ່ວມມືລະຫວ່າງລັດກັບລັດ ໂດຍແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ.

    ໂອກາດດັ່ງກ່າວ ທ່ານ ຈອງ ຢອງ ຊູ (Jung Yung-soo) ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ທອງສະຫວັນ ພົມວິຫານ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ສ ເກົາຫຼີ-ສປປ ລາວ ໃນໄລຍະຜ່ານມາ ກໍຄືປັດຈຸບັນ ແລະ ໃຫ້ຄໍາໝັ້ນສັນຍາຈະເຮັດສຸດຄວາມສາມາດຂອງຕົນໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ໄດ້ຮັບການເສີມຂະຫຍາຍຕົວຢ່າງຕໍ່ເນື່ອງ ຍິນດີສືບຕໍ່ສະໜັບສະໜູນການຈັດກິດຈະກໍາຂອງສະມາຄົມມິດຕະພາບ ສ ເກົາຫຼີ-ລາວ ເພື່ອເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງປະຊາຊົນຂອງສອງປະເທດ ແລະ ຈະສືບຕໍ່ເຮັດວຽກຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອປະກອບສ່ວນເພີ່ມພູນຄູນສ້າງ ແລະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

error: Content is protected !!