ສາທາ ເອົາໃຈໃສ່ໂຄສະນາສຸຂະສຶກສາ ປ້ອງກັນໂຄວິດ-19 ໃນງານກີລາແຫ່ງຊາດ

ສູນຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ເອົາໃຈໃສ່ໃນການໂຄສະນາສຸຂະສຶກສາ ໃຫ້ຄວາມຮູ້ແກ່ປະຊາຊົນໃນການປ້ອງກັນການລະບາດຂອງໂຄວິດ-19 ຮັບປະກັນມາທ່ຽວງານ ແລະ ກັບບ້ານໃຫ້ປອດໄປຈາກພະຍາດໂຄວິດ-19.


ທ່ານ ວິສິດ ຄໍາລືຊາ ຫົວໜ້າສູນຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໃຫ້ສຳພາດໃນວັນທີ 13 ທັນວາ 2022 ວ່າ: ໃນໄລຍະການກະກຽມງານກີລາແຫ່ງຊາດ ກະວງສາທາລະນະສຸກ ກໍຄື ສູນຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໄດ້ສຸມໃສ່ລົງໂຄສະນາສຸຂະສາ ເພື່ອປຸກລະດົມພໍ່ແມ່ປະຊາຊົນໃຫ້ເຂົ້າຮ່ວມຂະບວນການສັກວັດຊີນປ້ອງກັນໂຄວິດ-19 ໂດຍເພາະປະຊາຊົນເມືອງແປກໃຫ້ຄົບ 100% ພ້ອມນັ້ນກໍລະດົມໃຫ້ປະຊາຊົນເຂົ້າມາສັກເຂັ້ມກະຕຸ້ນ.


ພ້ອມນັ້ນ ຍັງໃຫ້ຄວາມຮູ້ແກ່ພໍ່ແມ່ຜະຊາຊົນຜ່ານການເຜີຍແຜ່ຂອງພະແນກຖະແຫຼງຂ່າວ ຫ້ອງ ການຖະແຫຼງຂ່າວເມືອງ ອາສາສະໝັກຂັ້ນບ້ານ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ຜົນຮ້າຍຂອງພະຍາດດັ່ງກ່າວ ພ້ອມນັ້ນກໍໃຫ້ເຂົາເຈົ້າຮູ້ເອົາໃຈໃສ່ປ້ອງກັນຕົນເອງ ແລະ ຄອບຄົວຈາກການຕິດເຊື້ອພະຍາດດັ່ງກ່າວ.


ສຳລັບໃນງານກີລາແຫ່ງຊາດຄັ້ງນີ້ ທາງສູນພວກເຮົາ ໄດ້ມາຕັ້ງຈຸດໂຄສະນາ ເພື່ອໂຄສະນາສຸຂິສຶກສາ ໃຫ້ປະຊາຊົນທີ່ເຂົ້າມາທ່ຽວພາຍໃນງານປະຕິບັດມາດຕະການປ້ອງກັນຕົນເອງຈາກການລະບາດຂອງພະຍາດດັ່ງກ່າວ ພ້ອມນັ້ນກໍໄດ້ມີການແຈກຢາຍຜ່າປິດປາກ-ດັງ ເຈວລ້າງມື ໃຜ້ກັບຜູ້ທີ່ເຂົ້າມາທ່ຽວພາຍໃນງານ ແລະ ມີການຕອບຄຳຖາມເພື່ອຮັບຂອງທີ່ລະນຶກຈາກສູນພວກເຮົາ.


ການຈັດກິດຈະກຳໃນກີລາແຫ່ງຊາດ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານວິຊາການຈາກ ອົງການອະນາໄມໂລກ Unicef UNFPA UNDP ພ້ອມນັ້ນກໍໄດ້ສົມທົບກັບພະແນກສາທາລະນະສຸກແຂວງຊຽງຂວາງ ນະຄອນຫຼວງວຽງຈັນ ເພື່ອເຄື່ອນໄຫວກິດຈະກຳໃນຄັ້ງນີ້.

error: Content is protected !!