ກອງປະຊຸມປຶກສາຫາລື ແລະ ການພັດການເຊື່ອມຕໍ່ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບອີເລັກໂຕຣນິກ (AMIS) ກັບລະບົບ TaxRIS ຈັດຂຶ້ນໃນອາທິດຜ່ານມາ ເປັນປະທານຂອງທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ມີຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ຕາງໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກົມສ່ວຍສາອາກອນ ກົມກວດກາ ກະຊວງການເງິນ ພະແນກຄຸ້ມຄອງຂໍ້ມູນຊັບສິນແຫ່ງລັດ ບໍລິສັດຜູ້ພັດທະນາລະບົບ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະຫຼຸບສັງລວມໂດຍຫຍໍ້ ກ່ຽວກັບການນຳສະເໜີການພັດທະນາການເຊື່ອມຕໍ່ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບອີເລັກໂຕຣນິກ (AMIS) ກັບລະບົບ TaxRIS ໂດຍບໍລິສັດຜູ້ພັດທະນາລະບົບ AMIS ແລະ ກົມສ່ວຍສາອາກອນໃນການເຊື່ອມຕໍ່ແມ່ນສາມາດດືງຂໍ້ມູນເລກລະຫັດຜູ້ເສຍອາກອນ (TIN) ສາມາດສະແດງຂໍ້ມູນຢູ່ໃນລະບົບ AMIS ສຳເລັດແລ້ວ ພ້ອມກັນນັ້ນ ກໍສາມາດສົ່ງຂໍ້ມູນສັນຍາເຊົ່າສຳປະທານເຂື່ອນ ແລະ ບໍ່ແຮ່ ຫາລະບົບ TaxRIS ສຳເລັດແລ້ວ.

ໃນກອງປະຊຸມ ໄດ້ປຶກສາຫາລືປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ໄດ້ຕົກລົງເຫັນດີເປັນເອກະພາບ ຢັ້ງຢືນ ແລະ ຮັບຮອງການພັດທະນາການເຊື່ອມຕໍ່ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບອີເລັກໂຕຣນິກ (AMIS) ກັບລະບົບ TaxRIS ແມ່ນພັດທະນາສໍາເລັດ 2API ໃນການເຊື່ອມຕໍ່ແມ່ນສາມາດດືງຂໍ້ມູນເລກລະຫັດຜູ້ເສຍອາກອນ (TIN) ໃຫ້ສາມາດສະແດງຂໍ້ມູນຢູ່ໃນລະບົບ AMIS ສຳເລັດແລ້ວ ພ້ອມກັນນັ້ນ ກໍສາມາດສົ່ງຂໍ້ມູນສັນຍາເຊົ່າສຳປະທານເຂື່ອນ ແລະ ບໍ່ແຮ່ຫາລະບົບ TaxRIS ສຳເລັດເປັນທີ່ຮຽບຮ້ອຍແລ້ວ ຖືກຕ້ອງຄົບຖ້ວນ ແລະ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການພັດທະນາວຽກງານຫັນເປັນທັນສະໄໝ ສະບັບລົງວັນທີ 21 ພະຈິກ 2022 ນໍາອີກດ້ວຍ.
ສຳລັບການພັດທະນາລະບົບການເຊື່ອມຕໍ່ທີ່ນອກສັນຍາ ແລະ TOR ເພື່ອດືງຂໍ້ມູນຈາກລະບົບ AMIS ແລະ TaxRIS ເພື່ອເຊື່ອມໂຍງກັນ ແລະ ແລກປ່ຽນຂໍ້ມູນກັນໃຫ້ຄົບຖ້ວນສົມບູນທີ່ມີຫຼາຍ API ແລະ ຫຼາຍ Module ຕາມຄວາມຕ້ອງການຂອງກະຊວງການເງິນ ແມ່ນຈະຕ້ອງໄດ້ສຳຫຼວດອອກແບບ ພັດທະນາ API ແລະ Module ໃໝ່ ແລະ ສ້າງແຜນດຳເນີນງານ ແຜນວຽກ ແລະ ການກຳນົດເວລາມື້ເລີ່ມຕົ້ນ ແລະ ມື້ສຳເລັດວຽກຮ່ວມກັນລະຫວ່າງກົມສ່ວຍສາອາກອນ ກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ບໍລິສັດຜູ້ພັດທະນາລະບົບ ເນື່ອງຈາກເປັນ Phase ໃໝ່ ແລະ ບໍ່ກ່ຽວຂ້ອງກັບໂຄງສ້າງການອອກແບບ ແລະ ພັດທະນາລະບົບຄຸ້ມຄອງຂໍ້ມູນຊັບສິນໃນໄລຍະຜ່ານມາ.