ສະພາແຫ່ງຊາດ ແລະ ກະຊວງອຸດສາຫະກຳ-ການຄ້າ ລົງນາມເຮັດວຽກຮ່ວມກັນ

    ພິທີລົງນາມບົດບັນທຶກ ວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫວ່າງກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກັບກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດຂຶ້ນວັນທີ 14 ທັນວາ 2022 ທີ່ສະພາແຫ່ງຊາດ ຮ່ວມລົງນາມໃນເອກະສານຄັ້ງນີ້ ມີຂຶ້ນລະຫວ່າງທ່ານ ປອ.ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

    ທ່ານ ປອ.ລິນຄຳ ດວງສະຫວັນ ກ່າວວ່າ: ບັນທຶກສະບັບນີ້ ຖືວ່າເປັນບົດບັນທຶກສະບັບທຳອິດທີ່ສອງພາກສ່ວນພວກເຮົາໄດ້ລົງລາຍເຊັນຮ່ວມກັນເປັນລາຍລັກອັກສອນ ເຖິງວ່າໄລຍະຜ່ານມາ ກຳມາທິການ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການພົວພັນ ປະສານງານ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດມາໂດຍຕະຫຼອດ ໂດຍສະເພາະ ການຄົ້ນຄວ້າບັນຫາຕ່າງໆກ່ອນນຳເຂົ້າພິຈາລະນາໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ ກອງປະຊຸມສະໄໝສາມັນ ສະໄໝວິສາມັນຂອງສະພາແຫ່ງຊາດ ແຕ່ພວກເຮົາກໍຍັງບໍ່ທັນມີນິຕິກຳສະເພາະທີ່ເປັນບ່ອນອີງໃນການພົວພັນປະສານງານເຊິ່ງກັນ ແລະ ກັນ.

    ບົດບັນທຶກສະບັບນີ້ ແມ່ນໄດ້ກຳນົດກ່ຽວກັບຫຼັກການ ຂອບເຂດ ລະບຽບການ ເນື້ອໃນ ຂັ້ນຕອນ ວິທີການປະສານງານລະຫວ່າງກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກັບກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຄົ້ນຄວ້າ ປຶກສາຫາລື ສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານໃນການກະກຽມເນື້ອໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ ກອງປະຊຸມສະພາແຫ່ງຊາດ ທີ່ຕິດພັນກັບວຽກງານອຸດສາຫະກຳ ແລະ ການຄ້າ ເຊິ່ງຈະເປັນການອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ລັດຖະບານ ຕາມພາລະບົດບາດ ໜ້າທີ່ ແລະ ສິດ ຂອງຕົນ ແນໃສ່ຮັບປະກັນການເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ແລະ ຄະນະລັດຖະບານ ໃນການປະຕິບັດໜ້າທີ່ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!