ບ້ານວຽງແກ້ວ ແລະ ບ້ານຫ້ວຍແດນເມືອງ ເປັນບ້ານປ້ອງກັນຊາດເຂັ້ມແຂງ

    ພິທີປະກາດບ້ານວຽງແກ້ວ ແລະ ບ້ານຫ້ວຍແດນເມືອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນບ້ານປ້ອງກັນຊາດເຂັ້ມແຂງ ຂຶ້ນໃນວັນທີ 8 ທັນວາ 2022 ເປັນປະທານຂອງທ່ານ ໜູກີ ສີຫາລາດ ຮັກສາການເລຂາພັກເມືອງ ທ່ານ ພັທ ພອນວິໄລ ທຳມະວົງສາ ຮອງຫົວໜ້າກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ ທ່ານ ພັທ ບຸນແປງ ສຸນິໄຊ ຮອງຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ມີທ່ານຫົວໜ້າກອງບັນຊາການທະຫານເມືອງ ຫົວໜ້າຫ້ອງການອອ້ມຂ້າງເມືອງ ຕະຫຼອດຮອດອົງການປົກຄອງບ້ານວຽງແກ້ວ ແລະ ບ້ານຫ້ວຍແດນເມືອງເຂົ້າຮ່ວມ

    ທ່ານ ນໍລະພົງ ແພງຄຳຝາງ ເລຂາໜ່ວຍພັກ ນາຍບ້ານວຽງແກ້ວ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະເມີນຜົນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງທັງສອງບ້ານວ່າ ບ້ານວຽງແກ້ວມີ 52 ໜ່ວຍ ມີ 650 ຄອບຄົວ ມີພົນລະເມືອງທັງໝົດ 2.965 ຄົນ ຍິງ 1.501 ຄົນ ບ້ານຫ້ວຍແດນເມືອງ ມີ 32 ໜ່ວຍ ມີ 347 ຄອບຄົວ ມີພົນລະເມືອງທັງໝົດ 1.614 ຄົນ ຍິງ 800 ຄົນ ຜ່ານການປະເມີນຜົນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ສາມາດເກັບກຳ ແລະ ຕີລາຄາໝາກຜົນຕົວຈິງຄື ບ້ານວຽງແກ້ວ ມີ 650 ຄອບຄົວ ສາມາດໄດ້ຮັບເປັນຄອບຄົວປ້ອງກັນຊາດເຂັ້ມແຂງທັງໝົດ 632 ຄອບຄົວ ເທົ່າກັບ 97% ບ້ານຫ້ວຍແດນເມືອງ ມີຄອບຄົວທັງໝົດ 347 ຄອບຄົວ ສາມາດເປັນຄອບຄົວປ້ອງກັນຊາດເຂັ້ມແຂງທັງໝົດ 335 ຄອບຄົວ ເທົ່າກັບ 98%.

    ທ່ານ ນາຍບ້ານວຽງແກ້ວ ກ່າວຕື່ມວ່າ: ຜົນໄດ້ຮັບດັ່ງກ່າວ ກໍຍ້ອນໄດ້ຮັບການຊີ້ນຳ ນຳພາ ແລະໃກ້ຊິດຕິດແທດຈາກຄະນະພັກຄະນະກອງບັນຊາການທະຫານເມືອງ ແລະ ອົງການຈັດຕັ້ງກ່ຽວຂ້ອງທຸກຂັ້ນ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນທັງສອງບ້ານ ໄດ້ໃຫ້ການຮ່ວມມື ອຳນວຍຄວາມສະດວກ ແລະ ຕອບສະໜອງຂໍ້ມູນຢ່າງຈິງໃຈ ພ້ອມທັງປະກອບສວ່ນວັດຖຸປັດໃຈຕ່າງໆ ຈິ່ງເຮັດໃຫ້ໜ້າທີ່ວຽກງານດັ່ງກ່າວສຳເລັດຜົນເປັນຢ່າງດີ.

error: Content is protected !!